ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນການນຳລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay

07:30 | 14/04/2019

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ອວຍພອນປີໃໝ່ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນການນຳລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ພາບ: thutuong.chinhphu.vn

ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay ຂອງກຳປູເຈຍ, ວັນທີ 13 ເມສາ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໂທລະສັບໄປອວຍພອນປີໃໝ່ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມທີ່ສຸດຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ປະຊາຊົນຫວຽດນາມ ເຖິງການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ແລະ ກຳປູເຈຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນວ່າ, ປະຊາຊົນລາວ ແລະ ກຳປູເຈຍ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນມີໄຊຢ່າງໃຫຍ່ຫຼວງກວ່າອີກໃນປີໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ທອງລຸນ ສິສຸລິດ ແລະ ທ່ານນາຍົກລັດຖະມົນຕີ Samdech Techo Hunsen ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈໃນການສືບຕໍ່ຄຽງບ່າຄຽງໄລ່, ການຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຮັກສາ ແລະ ເສີມຂະຫຍາຍການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງຫວຽດນາມ ແລະ ລາວ, ຫວຽດນາມ ແລະ ກຳປູເຈຍ, ເພື່ອການພັດທະນາຮຸ່ງເຮືອງສີວິໄລ ແລະ ນຳມາເຊິ່ງຊີວິດທີ່ສົມບູນພູນສຸກ, ອີ່ມໜຳສຳລານໃຫ້ແກ່ປະຊາຊົນ ສາມປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.