ທ່ານ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ ອວຍພອນປີໃໝ່ລາວ

15:17 | 12/04/2019

ຍສໝ - ຫວຽດນາມກໍາລັງໃຫ້ຄວາມຕັ້ງໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ, ເພື່ອຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທດຕົວຈິງ.

ທ່ານ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ ອວຍພອນປີໃໝ່ລາວ

ທ່ານ ຟ້າມ ບີີ່ງ ມີງ ແລະ ທ່ານ ທອງສະຫວັນ ພົມວິຫານ

ໃນວັນທີ 11 ເມສາ, ທ່ານ ຟ້າມ ບີີ່ງ ມີງ , ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ນໍາຫນ້າຄະນະຜູ້ແທນກະຊວງການຕ່າງປະເທດມາອວຍພອນປີໃໝ່ສະຖານທູດລາວ ປະຈໍາ ນະຄອນຫຼວງຮ່າໂນ້ຍ.

ທີ່ສະຖານທູດລາວ, ທ່ານ ຟ້າມ ບີີ່ງ ມີງ ໄດ້ຢືນຢັນວ່າຫວຽດນາມກໍ່ຖືວ່າປີໃຫມ່ຂອງລາວກໍ່ແມ່ນປີໃໝ່ຂອງຫວຽດນາມ, ດັ່ງນັ້ນ ການອວຍພອນປີໃໝ່ອັນດີງາມເຊິ່ງກັນ ແລະ ກັນ ກໍ່ແມ່ນການສະແດງໃຫ້ເຫັນສິ່ງທີ່ມີຊິວີດຊີວາແຫ່ງສາຍຈິດສາຍໃຈສາມັກຄີຖານອ້າຍນ້ອງໃນການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ ແລະ ລາວ.

ທ່ານ ຟ້າມ ບີີ່ງ ມີງ ກໍ່ໄດ້ໃຫ້ຮູ້ວ່າ ຫວຽດນາມກໍາລັງໃຫ້ຄວາມຕັ້ງໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ, ເພື່ອຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທດຕົວຈິງ, ມຸ່ງຫວັງວ່າສະຖານທູດລາວ ປະຈໍາ ຫວຽດນາມ ກໍ່ໃຫ້ການເອົາໃຈໃສ່ ແລະ ການຊຸກຍູ້.

ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດລາວປະຈໍາຫວຽດນາມ ໄດ້ຢືນຢັນວ່າສະຖານທູດລາວຈະສືບຕໍ່ສົມທົບຢ່າງໃກ້ຊິດກັບກະຊວງການຕ່າງປະເທດຂອງຫວຽດນາມໃນການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງວ່າການຮ່ວມມືຂອງການນໍາຂັ້ນສູງຂອງສອງປະເທດ.

(ໄຊພອນ)

ເຫດການ