ນາຍົກລັດຖະມົນຕີ: ພວກເຮົາມີຄວາມຫມັ້ນໃຈໃນການເຊື່ອມໂຍງສາກົນ

16:39 | 23/04/2019

ຍສໝ - ໃນຕອນເຊົ້າຂອງວັນທີ 23 ເມສາ, ຢູ່ຫ້ອງວ່າການລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ໄດ້ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ.

ນາຍົກລັດຖະມົນຕີ: ພວກເຮົາມີຄວາມຫມັ້ນໃຈໃນການເຊື່ອມໂຍງສາກົນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ, ນີ້ແມ່ນກອງປະຊຸມສຳຄັນພິເສດໃນສະພາບການສາກົນ ແລະ ພາຍໃນປະເທດພວມມີການຜັນແປອັນຫຼາຍຢ່າງ. ໂດຍສະເພາະແມ່ນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນໄດ້.

ສະນັ້ນ, ບັນດາສະມາຊິກຄວນຄົ້ນຄວ້າຢ່າງລະອຽດ, ແລກປ່ຽນ, ປຶກສາຫາລືຢ່າງກົງໄປກົງມາເພື່ອຊອກຫາບັນດາທິດທາງ, ມາດຕະການ, ວິທີການເຮັດວຽກໃໝ່ຢ່າງມີປະສິດທິຜົນກວ່າອີກເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະເພາະໜ້າ ກໍຄືໃນໄລຍະຍາວ.

ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ທົບທວນຄືນໝາກຜົນການເຊື່ອມໂຍງເຂົ້າກັບສາກົນ, ໂດຍສະເພາະ ແມ່ນໃນໄລຍະ 5 ປີຜ່ານມາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.