ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

21:44 | 25/04/2019

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່່າງສອງພັກ, ສອງລັດ ໃນໄລຍະຜ່ານມາ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ ປັກກິ່ງ, ປະເທດຈີນ, ວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາ; ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນຕໍ່ແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ; ຍາມໃດກໍ່ຖືເປັນສໍາຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງມີສະຖຽນລະພາບ, ປອດໃສ ແລະ ຍືນຍົງ, ຍາວນານ; ຊົມເຊີຍ ແລະ ສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ບົນພື້ນຖານຮັບປະກັນຫຼັກການການຮ່ວມມື ສັນຕິພາບ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະ ກັນ, ສອດຄ່ອງກັບກົດໝາຍສາກົນ, ມຸ່ງໄປເຖິງເປົ້າໝາຍປະກອບສ່ວນໃຫ້ການພັດທະນາ ແລະ ວັດທະນາຖາວອນລວມຂອງທຸກປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ສອງຝ່າຍ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຍູ້ແຮງການພົບປະແລກປ່ຽນ, ຮ່ວມມືລະຫວ່າງບັນດາຂະແໜງການ, ຂັ້ນຕ່າງໆ; ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວ ແຕ່ຂັ້ນສູນກາງລົງຮອດທ້ອງຖ່ິນ ໃຫ້ມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ແທດຈິງ; ເປີດກວ້າງ ແລະ ຍົກສູງປະສິດທິຜົນໃນການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ລຸ້ນໜຸ່ມ; ກໍານົດທິດທາງການໂຄສະນາເຜີຍແຜ່, ສື່ມວນຊົນ ໃຫ້ເປັນຢ່າງດີ, ຈັດຕັ້ງປະຕິບັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຈີນ ໃຫ້ເປັນຢ່າງດີ. ສອງຝ່າຍເພີ່ມທະວີການຮ່ວມມືໃນການຄຸ້ມຄອງ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນແມ່ນໍ້າຂອງ ແລະ ບັນດາແມ່ນໍ້າຮ່່ວມກັນໃຫ້ມີຄວາມຍືນຍົງ; ຕໍ່ກໍານົດເວລາຂໍ້ຕົກລົງວ່າດ້ວຍການໃຊ້ໂທລະສັບສາຍດ່ວນ ທີ່ກ່ຽວຂ້ອງເຖິງ ອາຊີບຫາປາຢູ່ທະເລ; ຮ່ວມມືຕິດຕາມກວດກາຄວາມປອດໄພນິວເຄຼຍ; ສືບຕໍ່ສົມທົບກັນປະຕິບັດ ເອກະສານ ກ່ຽວກັບຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ຈີນ 3 ສະບັບ ໃຫ້ເປັນຢ່າງດີ.

ກ່ຽວກັບບັນຫາຢູ່ທະເລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ສອງຝ່າຍ ສືບຕໍ່ປະຕິບັດຕາມຄວາມຮັບຮູ້ລວມ ແລະ ຂໍ້ຕົກລົງ ທີ່ການນໍາຂັ້ນສູງສອງພັກ, ສອງລັດ ໄດ້ລົງນາມ, “ຂໍ້ຕົກລົງວ່່າດ້ວຍບັນດາຫຼັກການພື້ນຖານກ່ຽວກັບການຊີ້ນໍາແກ້ໄຂບັນຫາຢູ່ທະເລ ລະຫວ່າງ ຫວຽດນາມ - ຈີນ”; ຢຶດໝັ້ນແກ້ໄຂບັນຫາຢູ່ທະເລ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ; ບັນລຸໄດ້ຄວາມຄືບໜ້າກ່ຽວກັບການກໍານົດຂອບເຂດຢູ່ນອກເຂດອ່າວພາກເໜືອ ປີ 2020; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ຕັ້ງໜ້າຊຸກຍູ້ການເຈລະຈາ ເພື່ອສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ, ມີຜົນສັກສິດ ເພື່ອຮັກສາສັນຕິພາບ, ສະຖຽນລະພາບຢູ່ທະລາຕາເວັນອອກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.