ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2 ຢ່າງຈົບງາມ

14:19 | 29/04/2019

ຍສໝ - ການເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມື “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປີດໜ້າປະຫວັດສາດໃໝ່ໃນການຊຸກຍູ້ການພົວພັນຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ຈີນ.

ທ່ານ ນາຍົກລັດຖະມົນຕີ  ຫງວຽນຊວນຟຸກ  ສິ້ນສຸດການເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2 ຢ່າງຈົບງາມ

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2 ຢ່າງຈົບງາມ. ພາບ:TTXVN

ໃນຕອນຄ່ຳຂອງວັນທີ 27 ເມສາ 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບເມືອຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັັ້ງທີ 2 ຢ່າງຈົບງາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ.

ການເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມື “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປີດໜ້າປະຫວັດສາດໃໝ່ໃນການຊຸກຍູ້ການພົວພັນຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ຈີນ, ຢັ້ງຢືນເຈດຕະນາດີ ແລະ ບົດບາດຂອງ ຫວຽດນາມ ໃນການເປີດກ້ວາງການຮ່ວມມື ແລະ ເຊື່ອມຕໍ່ເສດຖະກິດເພື່ອສັນຕິພາບ, ວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.