ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະໜາມໄຊ ແຂວງ ອັດຕະປື

14:37 | 17/12/2018

ໃນວັນທີ 17 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າ ຈາກກະຊວງ-ອົງການທີ່ກ່ຽວ ຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນ ທີ່ຖືກຜົນກະ ທົບ ຈາກໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ, ແຂວງອັດຕະປື.

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະໜາມໄຊ ແຂວງ ອັດຕະປື

ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນ,


ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນ ຢູ່ຈຸດພັກຊົ່ວຄາວ ຈຸດດົງບາກ, ຈຸດປິນດົງ ແລະ ຈຸດຕະມໍຢອດ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມ ໃນທ້າຍເດືອນກໍລະກົດທີ່ຜ່ານມາ. ໃນນັ້ນ, ການໄປແຕ່ລະສະຖານທີ່ ທ່ານນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ກ່າວສະແດງຄວາມເປັນຫ່ວງເປັນໄຍ ຕໍ່ປະຊາຊົນ ໂດຍໄດ້ຖາມເຖິງສະພາບການດຳລົງຊີວິດຂອງເຂົາເຈົ້າ, ການຮຽນ-ການສອນ ຂອງຄູອາຈານ ແລະ ລູກຫລານນັກຮຽນ, ຄວາມຄືບໜ້າ ໃນການແກ້ໄຂ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນການສ້າງທີ່ພັກຊົ່ວຄາວ ແລະ ຖາວອນ, ແຜນການປັບປຸງ ແລະ ຟື້ນຟູວຽກງານດ້ານຕ່າງໆ, ລວມທັງການປະເມີນຜົນເສຍຫາຍ, ແຜນ ການຊົດເຊີຍຜົນເສຍຫາຍ, ແຜນການປັບປຸງປົວແປງວຽກ ງານດ້ານຕ່າງໆ ແລະ ອື່ນໆ ຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດຖະບານ, ທັງໃຫ້ແທດເໝາະກັບ ສະ ພາບ ແລະ ເງື່ອນໄຂຕົວຈິງ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮັບຟັງ ການປະກອບຄຳຄິດເຫັນ ແລະ ຂໍ້ສະເໜີຈາກປະຊາ ຊົນຈຳນວນໜຶ່ງ ເຊິ່ງຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ແຕ່ລະບັນຫາ ທີ່ປະຊາຊົນໃຫ້ຄວາມສົນໃຈ.


ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະໜາມໄຊ ແຂວງ ອັດຕະປື

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ການນຳຫລັກແຫລ່ງຂອງແຂວງອັດຕະປື ແລະ ເມືອງສະໜາມໄຊ.


ໃນມື້ດຽວກັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ການນຳຫລັກແຫລ່ງຂອງແຂວງອັດຕະປື ແລະ ເມືອງສະໜາມໄຊ ກໍ່ຄືຄະນະຮັບຜິດຊອບແກ້ໄຂ ແລະ ຟື້ນຟູເມືອງສະໜາມໄຊ ຢູ່ທີ່ສະໂມສອນ ຂອງເມືອງດັ່ງກ່າວ. ກ່ອນອື່ນ ແມ່ນໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບຄວາມຄືບໜ້າ ໃນການຊ່ວຍ ເຫລືອ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ ຈາກທ່ານ ເລັດ ໄຊຍະພອນເຈົ້າແຂວງໆອັດຕະປື. ການໂອ້ລົມຂອງທ່ານນາຍົກລັດຖະມົນຕີນັ້ນ, ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ພາກ ສ່ວນກ່ຽວຂ້ອງ ທີ່ສາມາດປະຕິບັດວຽກງານ ມີຜົນ ສຳເລັດ ແລະ ຄືບໜ້າເປັນກ້າວໆ; ພ້ອມທັງໄດ້ຍົກໃຫ້ເຫັນສະພາບການແກ້ໄຂໄພພິບັດ ໃນຂອບເຂດທົ່ວປະເທດ; ສະພາບຄວາມຮຽກຮ້ອງຄວາມຕ້ອງການ , ໂດຍສະເພາະ ຄວາມຕ້ອງ ການ ການຊ່ວຍເຫລືອທີ່ແທ້ຈິງຂອງປະຊາຊົນ. ອັນສຳຄັນແມ່ນທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຕັ້ງຂຶ້ນ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ນຳໄປຄົ້ນຄວ້າ ແລະ ເພີ່ມຄວາມເອົາໃຈໃສ່ຕື່ມ ເປັນຕົ້ນ ເຮັດແນວໃດ ໃຫ້ປະຊາຊົນທີ່ຖືກຜົນກະທົບ ໄດ້ໄປຢູ່ເຮືອນຊົ່ວຄາວ ທັງໝົດໃຫ້ໄວເທົ່າທີ່ໄວ, ໂດຍໃຫ້ປຸກລະດົມຜູ້ຮັບຜິດຊອບເລັ່ງປະຕິບັດ, ຖ້າພາກສ່ວນກ່ຽວຂ້ອງ ມີຄວາມຫຍຸ້ງຍາກ ຫລື ຕ້ອງການຊ່ວຍເຫລືອຫຍັງ ກໍ່ໃຫ້ສຸມໃສ່ແກ້ໄຂ ຫລື ແນະນຳຕາມຄວາມເໝາະສົມ; ຂຸ້ນຂ້ຽວເຮັດເຮືອນຖາວອນໃຫ້ປະຊາຊົນ ໄປຕາມຂັ້ນຕອນ ແລະ ລະບຽບການ ບົນພື້ນ ຖານ ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນ; ຮີບ ຮ້ອນຄົ້ນຄວ້າຈັດສັນທີ່ຢູ່ອາໄສຖາວອນ, ພື້ນທີ່ທຳການຜະລິດ ແລະ ຟື້ນຟູອາຊີບໃຫ້ປະຊາຊົນ ໂດຍສະເພາະ ເນັ້ນໃສ່ການປູກ-ການລ້ຽງ ກໍ່ຄື ຕາມທ່າແຮງ ແລະ ມູນເຊື້ອຂອງປະຊາຊົນ (ຂໍໃຫ້ລົງເລິກຊ່ວຍປະຊາຊົນແທ້ໆ); ໃຫ້ສະຫຼຸບສັງລວມ ງົບປະມານ ທີ່ໄດ້ນໍາໃຊ້ໄປແລ້ວ ໃນໄລຍະຜ່ານມາ ເພື່ອສາມາດວາງແຜນປະຕິບັດໂຄງການຕ່າງໆ ຢ່າງຖືກຕ້ອງ ແລະ ມີປະສິດ ທິຜົນ; ສືບຮັກສາມູນເຊື້ອອັນດີງາມ ຂອງປະຊາຊົນເມືອງສະໜາມໄຊ, ໂດຍສະເພາະ ມູນເຊື້ອຄວາມສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມູນເຊື້ອດຸໝັ່ນ-ອາດ ຫານ, ຄວາມເດັດດ່ຽວໜຽວແໜ້ນ, ສູ້ຊົນຜ່ານອຸປະສັກຕ່າງໆ ເພື່ອພ້ອມກັນຟື້ນຟູຊິວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນເປັນກ້າວໆ, ກາຍເປັນບ້ານ ແລະ ເມືອງພັດທະນາໃນອະນາຄົດ.


ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະໜາມໄຊ ແຂວງ ອັດຕະປື


ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະໜາມໄຊ ແຂວງ ອັດຕະປື


ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະໜາມໄຊ ແຂວງ ອັດຕະປື


ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະໜາມໄຊ ແຂວງ ອັດຕະປື


ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະໜາມໄຊ ແຂວງ ອັດຕະປື


ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະໜາມໄຊ ແຂວງ ອັດຕະປື

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໂອກາດຢ້ຽມຢາມ ແລະ ພົບປະໂອ້ລົມ ກັບປະຊາຊົນ.


ໃນໂອກາດຢ້ຽມຢາມ ແລະ ພົບປະໂອ້ລົມ ກັບປະຊາຊົນ ໃນຄັ້ງນີ້ ທ່ານນາຍົກລັດຖະ ມົນຕີ ໄດ້ມອບເງິນຊ່ວຍ ເຫລືອ ເມືອງສະໜາມໄຊ ຈຳນວນ 100 ລ້ານກີບ ແລະ ບັນດາບ້ານທີ່ໄດ້ຮັບຜົນກະທົບ ບ້ານລະ 10 ລ້ານກີບເຊິ່ງລວມເງິນຊ່ວຍເຫລືອຢູ່ເມືອງສະໜາມໄຊໃນຄັ້ງນີ້ມີຈຳນວນ 190 ລ້ານກີບ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.