ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາວິສາຫະກິດບັນລຸເຄື່ອງໝາຍການຄ້າ​ແຫ່ງຊາດ

10:44 | 21/12/2018

ຜະລິດຕະພັນ ທີ່ໄດ້ຮັບການຮັບຮອງເອົາຈາກຕະຫຼາດສາກົນນັ້ນ, ວິສາຫະກິດແຕ່ລະແຫ່ງຕ້ອງອອກເຫື່ອເທແຮງກໍ່ສ້າງ ດ້ວຍນ້ຳໃຈຂອງຊົນຊາດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາວິສາຫະກິດບັນລຸເຄື່ອງໝາຍການຄ້າ​ແຫ່ງຊາດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖ່າຍຮູບເປັນທີ່ລະນຶກກັບຜູ້ແທນບັນດາວິສາຫະກິດບັນລຸເຄື່ອງໝາຍການຄ້າແຫ່ງຊາດ (ພາບ: TTXVN)

ທີ່ການຕ້ອນຮັບຖືກດຳເນີນໃນຕອນບ່າຍວັນທີ 20 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ແຕ່ລະເຄື່ອງໝາຍການຄ້າແຫ່ງຊາດ ແມ່ນຕາງໜ້າໃຫ້ພາບພົດຂອງປະເທດຫວຽດນາມ, ດັ່ງນັ້ນ ຜະລິດຕະພັນ ທີ່ໄດ້ຮັບການຮັບຮອງເອົາຈາກຕະຫຼາດສາກົນນັ້ນ, ວິສາຫະກິດແຕ່ລະແຫ່ງຕ້ອງອອກເຫື່ອເທແຮງສ້າງຕັ້ງດ້ວຍນ້ຳໃຈຂອງຊາດ.

ເພື່ອເຮັດໄດ້ສິ່ງດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຖືວ່າ ຖ້າຫາກພັດທະນາເຄື່ອງໝາຍການຄ້າ ໃຫ້ເທົ່າທຽມກັບລະດັບພາກພື້ນນັ້ນ ກ່ອນອື່ນໝົດ, ບັນດາວິສາຫະກິດ ຕ້ອງເອົາໃຈໃສ່ເຖິງການປະຕິບັດການບໍລິການຢູ່ຕະຫຼາດພາຍໃນປະເທດໃຫ້ເປັນຢ່າງດີກ່ອນ. ໄປຄຽງຄູ່ກັນນັ້ນ, ຢາກຜະລິດບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ກໍຕ້ອງມີຮູບແບບການຊຳລະ ແລະ ຈຳໜ່າຍທີ່ສະດວກ ດ້ວຍລາຄາເໝາະສົມທີ່ສຸດ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ