ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍ 108

19:24 | 17/12/2018

ຕອນເຊົ້າວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ໂຮງໝໍສູນກາງກອງທັບ 108 ໄດ້ຈັດຕັ້ງພິທີຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ແລະ ເປີດສະຫຼອງກິດຈະກຳສູນປິ່ນປົວພະຍາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍ 108

ທ່ານນາຍົກລັດຖະມົນຕີ ຫງ໋ວຽນ ຊວນຟຸກ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ໂຮງໝໍສູນກາງກອງທັບ 108. (ພາບ: TTXVN)

ເຂົ້າຮ່ວມພິທີມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຜູ້ປະຈຳຄະນະເລຂາທິການສູນກາງພັກ ເຈິ່ນກວກເວື້ອງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິ້ກ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ.

ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ໂຮງໝໍສູນກາງກອງທັບ 108. ທ່ານນາຍົກລັດຖະມົນຕີ ຕີລາຄາສູງທິດທາງພັດທະນາຂອງໂຮງໝໍໃນໄລຍະຈະມາເຖິງ, ໃນນັ້ນ ສຸມໃສ່ຍົກສູງຄຸນນະພາບການເບິ່ງແຍງ, ຮັບໃຊ້ການປິ່ວປົວພະຍາດ, ກໍ່ສ້າງຖັນແຖວແພດໝໍ, ນຳໂຄງໝໍກາຍເປັນໂຮງໝໍສະຫຼາດລະດັບສາກົນ. ໃນສະພາບການປະຕິວັດອຸດສາຫະກຳ 4.0 ນຳມາໃຫ້ທັງກາລະໂອກາດ ແລະ ສິ່ງທ້າທາຍ, ທ່ານນາຍົກລັດຖະມົນຕີສະເໜີວ່າ ໂຮງໝໍສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ຮອບດ້ານ, ຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ກອງທັບ ແລະ ປະຊາຊົນໃຫ້ດີກ່ວາອີກ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ