ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຕ້ອນຮັບລັດຖະມົນຕີ ຕ່າງປະເທດ ສປ ຈີນ

21:32 | 16/12/2018

ໃນວັນທີ 16 ທັນວາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຕ້ອນຮັບລັດຖະມົນຕີ ຕ່າງປະເທດ ສປ ຈີນ

ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ .(ພາບ: ພູວຽງຄຳ)

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະ​ແດງ​ຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້ ຂອງ ສະຫາຍ ຫວັງ ອີ້ ພ້ອມດ້ວຍຄະນະ, ຊຶ່ງເປັນຄັ້ງທຳອິດພາຍຫຼັງທີ່ ສະຫາຍ ຫວັງ ອີ້ ໄດ້ຮັບຕຳແໜ່ງເປັນທີ່ປຶກສາແຫ່ງລັດ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດລາວ ແລະ ຈີນ ຕະຫຼອດໄລຍະຜ່ານມາ ແລະ ໃນໄລຍະປະຈຸບັນນີ້ ຜູ້ນຳຂອງສອງປະເທດມີຄວາມໃກ້ຊິດຍິ່ງຂື້ນ. ພ້ອມດຽວກັນນີ້, ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານ ສປ ຈີນ ໃນໄລຍະທີ່ ສະຫາຍ ນາຍົກ ທອງລຸນ ສີສຸລິດ ໄດ້ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 1 ທີ່ຊຽງໄຮ້ ໂດຍສະເພາະແມ່ນຈັດໃຫ້ມີພິທີພົບປະສອງຝ່າຍກັບປະທານ ສີ ຈິ້ນ ຜິງ; ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ສປ ຈີນ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ລວມທັງການຊ່ວຍເຫຼືອລ້າ ຈຳນວນ 4 ຕື້ຢວນ ແລະ ໄດ້ສົ່ງຄະນະຊ່ຽວຊານ ມາປຶກສາຫາລືກ່ຽວກັບການນຳໃຊ້ເງິນຊ່ວຍເຫຼືອລ້າ ດັ່ງກ່າວ ເຊິ່ງແມ່ນຄວາມເອົາໃຈໃສ່ເປັນພິເສດຂອງຝ່າຍຈີນ ເພື່ອຢາກເຮັດໃຫ້ການຕົກລົງຊ່ວຍເຫຼືອລາວຕາມການປະກາດຂອງ ສະຫາຍ ສີ ຈິ້ນຜິງໄດ້ປະກົດຜົນເປັນຈິງໄວຂື້ນ, ເຊິ່ງປະຈຸບັນກໍສາມາດກຳນົດໄດ້ 30 ໝູ່ບ້ານ ທີ່ເປັນເປົ້າໝາຍ ເພື່ອເລັ່ງໃນ 4 ວຽກໃຫຍ່ຄື: ການສ້າງເປັນໝູ່ບ້ານແສງສະຫວ່າງ, ການຕິດຕັ້ງໂທລະພາບດີຈີຕອນ, ນ້ຳໃຊ້ສະອາດ ແລະ ສ້າງສຸກສາລາ. ພ້ອມທັງ ສະແດງຄວາມຫວັງວ່າ ຈະສ້າງເປັນໂຄງການເພື່ອໃຫ້ໄດ້ລົງນາມເປັນເອກະສານແລກປ່ຽນນຳກັນໃນເດືອນ 4/2019 ໃນໂອກາດທີ່ຜູ້ນຳສອງຝ່າຍ ຈະພົບກັນໃນອີກຄັ້ງໃໝ່ ເພື່ອສູ້ຊົນໃຫ້ໄດ້ຈັດຕັ້ງປະຕິບັດໂດຍໄວ. ພ້ອມດຽວກັນນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊົດເຊີຍຈໍານວນໜຶ່ງສຳລັບໂຄງການລົດໄຟ ລາວ-ຈີນ ແລະ ໄດ້ຕົກລົງໃຫ້ການຊ່ວຍເຫລືອສ້າງຫມູ່ບ້ານຈັດສັນ ທີ່ໄດ້ຮັບຜົນກະທົບທາງລົດໄຟໃຫ້ແກ່ລາວ, ການໃຫ້ບູລິມະສິດໂຄງການຂອງ ສປປ ລາວ ແລະ ໄດ້ໃຫ້ການສະຫນັບສະຫນູນບັນດາໂຄງການທີ່ເຫັນຜົນໄວ (Early Harvest Projects), ໂຄງການເຄື່ອນໄຫວແສງສະຫວ່າງ (Brightness Journey), ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ອື່ນໆ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕື່ມອີກ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຕ້ອນຮັບລັດຖະມົນຕີ ຕ່າງປະເທດ ສປ ຈີນ

ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ .(ພາບ: ພູວຽງຄຳ)

ໃນຕອນທ້າຍ, ສະຫາຍ ນາຍົກ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກຳສັງຄົມນິຍົມ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ ແລະ ອວຍພອນໃຫ້ ສະຫາຍ ຫວັງອີ້ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດອັນສູງສົ່ງ, ອວຍພອນໃຫ້ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ໊ຳລ້ານຊ້າງ ຄັ້ງທີ 4 ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

ໃນໂອກາດດຽວກັນ, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນຄັ້ງນີ້, ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືກັບ ສປປ ລາວ ກໍຄືການຮ່ວມມືຂອງສອງກະຊວງການຕ່າງປະເທດ ທີ່ມີໜ້າທີ່ໂດຍກົງໃນການຊຸກຍູ້ໃຫ້ແກ່ການຕົກລົງຂອງການນຳສອງປະເທດ ໂດຍສະເພາະການຕົກລົງຮ່ວມກັນ ໃນໂອກາດທີ່ ສະຫາຍ ປະທານ ສີ ຈິ້ນ ຜິງ ໄປຢ້ຽມຢາມລາວ ໃນທ້າຍປີ 2017 ໃຫ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ແລະ ການເປັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສປ ຈີນ.

(ແຫຼ່ງ​ຂໍ້​ມູນ​: ກົມຂ່າວກະຊວງການຕ່າງປະເທດ)

ເຫດການ
302 Found

Found

The document has moved here.