ຍສໝ - ການຮັບປະກັນຕ່ອງໂສ້ການສະໜອງຈະມີຄວາມລຸລ່ວງ; ການຊຸກຍຸ້ການຂຸດຄົ້ນບັນດາເສັ້ນທາງຄອນເທນເນີທາງລົດໄຟ; ການສ້າງຕັ້ງຫ້ອງການສົ່ງເສີມການຄ້າຂອງຫວຽດນາມ ຢູ່ ປະເທດຈີນ..." ແມ່ນບັນດາຂໍ້ສະເໜີຂອງທ່ານ ຫງວຽນຮົ່ງຢ່ຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃນກອງປະຊຸມຄັ້ງທີ 13 ຂອງຄະນະກໍາມະການຮ່ວມມືດ້ານເສດຖະກິດ ການຄ້າຫວຽດນາມ - ຈີນ ວັນທີ 29 ເດືອນກັນຍາ.
ຍສໝ - ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຍັງ ກູບາ ນັບແຕ່ວັນທີ 25 – 27 ກັນຍາ ມີຄວາມໝາຍສຳຄັນໃນການປັບປຸງຄວາມສາມັກຄີລະຫວ່າງສອງປະເທດ. ນີ້ບໍ່ພຽງແຕ່ແມ່ນກາລະໂອກາດເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍາວນານລະຫວ່າງປະຊາຊົນສອງປະເທດ, ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືທ້ອງຖິ່ນ.
ຍສໝ - ວຽກງານຂົນຂວາຍການຊ່ວຍເຫຼືອຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ດຳເນີນໂດຍສະຫະພັນບັນດາອົງການມິດຕະພາບແຂວງ ເຫົ້າຢ່າງ ໄດ້ນຳມາເຊິ່ງຜົນປະໂຫຍດຕົວຈິງຫຼາຍຢ່າງໃຫ້ແກ່ປະຊາຊົນ. ບັນດາກິດຈະການກໍ່ສ້າງຂົວ, ທາງ, ໂຮງຮຽນ ແລະ ພື້ນຖານໂຄງລ່າງ ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.
ຍສໝ - ໃນຊຸມປີຜ່ານມາ, ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ລາວ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງໃຫ້ເຫັນຜ່ານການເພີ່ມຂຶ້ນຢ່າງແຮງຂອງຈຳນວນສິນຄ້ານຳເຂົ້າ ແລະສົ່ງອອກຜ່ານດ່ານຊາຍແດນ. ລະບົບດ່ານຊາຍແດນນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ, ພ້ອມກັບບັນດານະໂຍບາຍບຸລິມະສິດຂອງສອງລັດຖະບານໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວໃນການພົວພັນແລກປ່ຽນການຄ້າສອງສົ້ນ.
ຍສໝ - ທ່ານ Satvinder Singh ຮອງເລຂາທິການໃຫຍ່ປະຊາຄົມເສດຖະກິດ ອາຊຽນ (AEC) ໃຫ້ຮູ້ວ່າ: ອາຊຽນ ພວມກ້າວໄປສູ່ການກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030 ຈາກອັນດັບທີ 5 ໃນປະຈຸບັນ, ດ້ວຍສະພາບແວດລ້ອມດ້ານເສດຖະກິດມະຫາພາກທີ່ກ້າວໜ້າ ແລະ ສຳຄັນ. GDP ໄດ້ເພີ່ມຂຶ້ນ 51% ບັນລຸ 3.800 ຕື້ USD ໃນປີ 2023 ເມື່ອທຽບໃສ່ 2.500 ຕື້ USD ໃນປີ 2015.
ຍສໝ - ວັນທີ 5 ສິງຫາ ຢູ່ຮ່າໂນ້ຍ, ທ່ານ Manuel Tovar Rivera ລັດຖະມົນຕີກະຊວງການຄ້າຕ່າງປະເທດ Costa Rica ໄດ້ສົ່ງຈົດໝາຍທາງການກ່ຽວກັບເລື່ອງ Costa Rica ຮັບຮູ້ຫວຽດນາມ ເປັນປະເທດທີ່ມີພື້ນຖານເສດຖະກິດການຕະຫຼາດ. ດ້ວຍການກະທໍານີ້, Costa Rica ໄດ້ກາຍເປັນປະເທດທີ 73 ທີ່ໄດ້ຮັບຮູ້ລະບຽບຂໍ້ກຳນົດເສດຖະກິດການຕະຫຼາດຂອງຫວຽດນາມ.
ຍສໝ - ທ່ານກຳມະການກົມການເມືອງ ຫງວຽນຊວນຖັງ ສະເໜີ 2 ຝ່າຍຕ້ອງໄດ້ສືບຕໍ່ເພີ່ມທະວີການແລກປ່ຽນ, ອາເມລິກາ ຕ້ອງຕີລາຄາຢ່າງພາວະວິໄສ, ມຸ່ງໝ້າໄປເຖິງການຮັບຮອງ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ.
ຍສໝ - ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ໄດ້ຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ເຖິງປະຕິດິລິຍາຂອງ ຫວຽດນາມ ຕໍ່ກັບກະຊວງການຄ້າ ອາເມລິກາ ສືບຕໍ່ກຳນົດ ຫວຽດນາມ ເປັນພື້ນຖານເສດຖະກິດບໍ່ເປັນຕະຫຼາດ.
ຍສໝ - ໃນ 3 ປີຜ່ານມາ, ວົງເງິນການຄ້າລະຫວ່າງຫວຽດນາມ - ລາວ ເຕີບໂຕຢ່າງເປັນປົກກະຕິ ແລະບັນລຸໄດ້ເປົ້າໝາຍກວ່າ 1 ຕື້ໂດລາສະຫະລັດ.
ຍສໝ - ຄຽງຄູ່ກັບທ່າອ່ຽງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ການຄ້າເອເລັກໂຕນິກກໍ່ແມ່ນປັດໄຈສຳຄັນທີ່ສົ່ງຜົນສະທ້ອນເຖິງຊີວິດ, ສັງຄົມ ແລະ ໂຄງປະກອບຂອງພື້ນຖານເສດຖະກິດຢ່າງຫຼວງຫຼາຍ.
ຍສໝ - ການສ້າງເຂດເສດຖະກິດການຄ້າາຂ້າມຊາຍແດນລວມ ລາວບາວ - ແດນສະຫວັນ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນກະແສລົມໃໝ່, ຈຸດໝາຍປາຍທາງໃໝ່ທີ່ຟົດຟື້ນໃນສາຍແລວເສດຖະກິດຕາເວັນຕົກຕາເວັນອອກ.
ຍສໝ - ຫວຽດນາມ ແລະ ສ.ເກົາຫຼີ ມີຈຸດທີ່ຄ້າຍຄືກັນຫຼາຍດ້ານຄື ປະຫວັດສາດ, ວັດທະນະທຳ, ມີທີ່ຕັ້ງພູມສາດທີ່ສະໜິດສະໜົມ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ພ້ອມກັນແບ່ງປັນຜົນປະໂຫຍດເຊິ່ງກັນ ແລະ ກັນ.
ຍສໝ - ຕອນບ່າຍວັນທີ 18 ມີນາ, ຕອບຄຳຊັກຖາມຂອງຜູ້ແທນສະພາແຫ່ງຊາດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ແບ່ງປັນກ່ຽວກັບ 6 ເນື້ອໃນດ້ານການທູດເສດຖະກິດຂອງຫວຽດນາມ, ວິທີແກ້ໄຂເພື່ອຊຸກຍູ້ການພົວພັນຮ່ວມມືສາກົນຢ່າງມີປະສິດທິຜົນໃນສະພາບການໂລກມີການປ່ຽນແປງຫຼາຍຢ່າງທີ່ຄາດບໍ່ໄດ້.
ຍສໝ - ໃນການໄປປະຕິບັດງານຢູ່ແຂວງ ຮ່າຕິ້ງ, ຕອນເຊົ້າວັນທີ 18 ພຶດສະພາ, ຄະນະພະນັກງານນະຄອນຫລວງວຽງຈັນ ແລະ ແຂວງບໍລິຄຳໄຊ ໄດ້ໄປຢ້ຽມຢາມເຂດເສດຖະກິດ ຫວຸງອ໋າງ. ການນຳພະແນກພົວພັນຕ່າງປະເທດ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໄປພ້ອມກັບຄະນະ.
ຍສໝ - ການຄົ້ນຄວ້າເພື່ອພັດທະນາແລວເສດຖະກິດ ກວາງຈີ້-ສາລະວັນ-ອຸບົນຣາດຊະທານີ (PARA-EWEC) ຖືວ່າແມ່ນໜຶ່ງໃນບັນດາມາດຕະການເພື່ອຊ່ວຍເພີ່ມທະວີການເຊື່ອມຕໍ່, ຮັດແໜ້ນການພົວພັນຮ່ວມມືມິດຕະພາບ ກໍຄືຫຼຸດຊ່ອງວ່າງພັດທະນາເສດຖະກິດລະຫວ່າງບັນດາແຂວງ, ທ້ອງຖິ່ນ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົງ.
ຍສໝ - ວັນທີ 8 ພຶດສະພານີ້, ສຳນັກຂ່າວສານ Reuters ລົງຂ່າວ ກະຊວງການຄ້າ ອາເມລິກາ ໄດ້ຈັດຕັ້ງອະພິປາຍ ເພື່ອຕັດສິນວ່າ ຈະຮັບຮູ້ ຫວຽດນາມ ເປັນພື້ນຖານເສດຖະກິດທ້ອງຕະຫຼາດ ຫຼື ບໍ່.
ຍສໝ - ສະມາຊິກສະພາສູງ Kristen Gillibrand ຢືນຢັນວ່າ: ອາເມລິກາ ປາດຖະໜາຢາກເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ຈາກບັນດາຂົງເຂດສຳຄັນໄປສູ່ທິດໃໝ່.
ຍສໝ - ນັ້ນແມ່ນທ່ານ ຫງວຽນຕ໋ວນແທ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ທີ່ກອງປະຊຸມຖະແຫຼງຂ່າວເສດຖະກິດ - ສັງຄົມ, ດຶງດູດການລົງທຶນ ແລະ ສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບິ່ງດິ້ງ, ໃຫ້ແກ່ບັນດາອົງການຂ່າວພາຍໃນ ແລະ ຕ່າງປະເທດ.
ຍສໝ - ໜັງສືພິມ Infobae ຂອງ ອາກຊັງຕິນ ລາຍງານເມື່ອບໍ່ດົນມານີ້ວ່າ ຂະບວນການປ່ຽນແປງໃໝ່ ໂດຍພັກກອມມູນິດ ຫວຽດນາມ ໄດ້ລິເລີ່ມໃນປີ 1986 ກໍໄດ້ນຳຫວຽດນາມ ກາຍເປັນປະເທດທີ່ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກໃນໄລຍະ 30 ປີຜ່ານມາ.
ຍສໝ - ດ້ວຍມູນຄ່າສົ່ງອອກສິນຄ້າທີ່ສ້າງສັນບັນລຸໄດ້ 14,15 ລ້ານ USD, ຫວຽດນາມ ນອນໃນ top 3 ປະເທດທີ່ມີພື້ນຖານເສດຖະກິດພວມພັດທະນາໃນໂລກທີ່ສົ່ງອອກສິນຄ້າສ້າງສັນ, ພ້ອມກັບ ບັນດາປະເທດໃຫຍ່ຄື ຈີນ, ອິນເດຍ...