![]() | ຫວຽດນາມ ພ້ອມກັບລາວ ຮັກສາ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຕະຫຼອດໄປ |
![]() | ມີວິສາຫະກິດໃຫຍ່ຫລາຍແຫ່ງຂອງແດນມາກຊອກຫາກາລະໂອກາດເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ |
![]() |
ສາຍການຜະລິດຂອງ ໂມດູນ camera ແລະ ເຄື່ອງປະກອບເອເລັກໂຕຣນິກເພື່ອສົ່ງອອກຢູ່ວິສາຫະກິດ FDI ໃນເຂດອຸດສາຫະກໍາ ຟູກເຊີນ, ແຂວງ ນິງບິງ. (ພາບ: ວູຊິງ/ສຳນັກຂ່າວສານ ຫວຽດນາມ) |
ຕອນບ່າຍວັນທີ 13 ກຸມພາ, ທີ່ກອງປະຊຸມຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ ຫວຽດນາມ, ໂດຍຕອບຄຳຊັກຖາມຂອງນັກຂ່າວກ່ຽວກັບຂະບວນການສັບຊ້ອນກົງຈັກແຫ່ງລັດຂອງ ຫວຽດນາມ ໃນປະຈຸບັນ, ທ່ານ ນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ກ່າວແຈ້ງວ່າ: ການສັບຊ້ອນໂຄງປະກອບອົງການຈັດຕັ້ງແຫ່ງລັດແມ່ນການເຄື່ອນໄຫວປະຈຳຂອງບັນດາປະເທດ, ເໝາະສົມກັບສະພາບການບົດບາດໜ້າທີ່ຂອງໄລຍະໃໝ່.
ນະໂຍບາຍກະທັດລັດກົງຈັກແຫ່ງລັດຕາມທິດກຳລັງຄວາມສາມາດທີ່ມີປະສິດທິຜົນໄດ້ສະເໜີອອກໃນປີ 2017, ໄດ້ກະກຽມຢ່າງຮອບຄອບ ແລະ ຜັນຂະຫຍາຍຕາມເສັ້ນທາງງທີ່ເໝາະສົມ.
ທ່ານນາງ ຟ້າມທູຮັ່ງ ຢືນຢັນວ່າ: “ຂະບວນການການສັບຊ້ອນໂຄງປະກອບກົງຈັກແຫ່ງລັດຄືນໃໝ່ ບໍ່ໄດ້ສົ່ງຜົນກະທົບເຖິງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ກໍ່ໄດ້ອອກລະບຽບການກ່ຽວກັບຂັ້ນຕອນລະບຽບການລົງທຶນຕາມທິດທີ່ສະດວກວ່າ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຕ່າງປະເທດທີ່ລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ ໃນໄລຍະຍາວນານ”.
ທີ່ກອງປະຊຸມຖະແຫຼງຂ່າວ, ກ່ຽວຂ້ອງກັບຄຳຊັກຖາມກ່ຽວກັບບັນດາໂຄງການທາງລົດໄຟທີ່ເຊື່ອມຕໍ່ ຫວຽດນາມ - ຈີນ ແລະ ຜົນກະທົບຂອງບັນດາໂຄງການດັ່ງກ່າວຕໍ່ການພົວພັນລະຫວ່າງສອງປະເທດ, ທ່ານ ນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ: ການລົງທຶນ, ກໍ່ສ້າງບັນດາເສັ້ນທາງລົດໄຟແມ່ນປະກອບສ່ວນປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດກ່ຽວກັບການກໍ່ສ້າງລະບົບໂຄງລ່າງທີ່ທັນສະໄໝ ແລະ ແມ່ນໜຶ່ງໃນ 3 ບາດກ້າວບຸກທະລຸຍຸດທະສາດຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ທົ່ວປະທດ ຄັ້ງທີ XIII ຂອງພັກ; ເພີ່ມທະວີການເຊື່ອມຕໍ່ບັນດາພື້ນຖານເສດຖະກິດ, ໃນນັ້ນ ມີການເຊື່ອມຕໍ່ໂຄງລ່າງເສັ້ນທາງຄົມມະນາຄົມ, ເສັ້ນທາງລົດໄຟ ແລະ ການເຊື່ອມຕໍ່ logistics, ຕອບສະໜອງຄວາມຕ້ອງການດ້ານການພັດທະນາ ແລະ ການເຊື່ອມໂຍງຂອງປະເທດ, ສອດຄ່ອງກັບທ່າອ່ຽງການພັດທະນາໃນຍຸກສະໄໝໃໝ່.
ຕາມທ່ານໂຄສົກກະຊວງການຕ່າງປະເທດແລ້ວ, ບັນດາເສັ້ນທາງລົດໄຟທີ່ເຊື່ອມຕໍ່ ຫວຽດນາມ ແລະ ຈີນ ພາຍຫຼັງກໍ່ສ້າງສຳເລັດແລ້ວ, ຈະປະກອບສ່ວນເຮັດໃຫ້ມີຄວາມສະດວກກວ່າອີກໃນການເຄື່ອນໄຫວແລກປ່ຽນຂອງປະຊາຊົນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ບໍ່ພຽງແຕ່ລະຫວ່າງສອງປະເທດ ຫວຽດນາມ ແລະ ຈີນ ຫາກຍັງໃນພາກພື້ນອີກດ້ວຍ.
![]() | ຫວຽດນາມ ຜັນຂະຫຍາຍວຽກງານປົກປ້ອງພົນລະເມືອງເຫດເຮືອຫຼົ້ມຢູ່ Nicaragua ຍສໝ - ສະຖານທູດ ຫວຽດນາມ ປະຈຳ ກູບາ ພວມຕັ້ງໜ້າປະຕິບັດວຽກງານປົກປ້ອງພົນລະເມືອງ ພາຍຫຼັງເຫດເຮືອຫຼົ້ມຢູ່ Nicaragua, ໃນນັ້ນ ມີຊາວ ຫວຽດນາມ 3 ຄົນ ລອດຊີວິດ. |
![]() | ບັນດາລົດໂອໂຕ Skoda (ສ.ເຊັກໂກ) ທໍາອິດ ຈະຜະລິດຢູ່ຫວຽດນາມ ຍສໝ - ວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເຊັກໂກ ໄດ້ຈັດຕັ້ງການພົບປະມິດຕະພາບ ເນື່ອງໃນໂອກາດປີໃໝ່ປະຈຳຊາດ ປີມະເສັງ 2025 ແລະ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເຊັກໂກ ແລະ ສ.ສະໂລວາກີ. |
ແທັງຮັ່ງ