ບັນດາອົງການຈັດຕັ້ງສາກົນ ເຊື່ອໝັ້ນຕໍ່ກຳລັງແຮງຂອງເສດຖະກິດຫວຽດນາມ

22:05 | 11/10/2024

ຍສໝ - ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໃນ​ການ​ລາຍ​ງານ​ຫຼ້າ​ສຸດ​​ໄດ້​ຕັດສິນ​ໃຈ​ຍົກ​ລະດັບ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ດ້ານເສດຖະກິດ​ຫວຽດນາມ ​ໃນ​ປີ 2024 ຂຶ້ນ​ເປັນ 6,1%, ສູງ​ກວ່າ​ຄາດ​ຄະ​ເນ ລະດັບເກືອບ 6% ທີ່​ໄດ້​ຍົກ​ອອກ​ໃນ​ເດືອນມິຖຸນາ 2024.

ບັນດາອົງການຈັດຕັ້ງສາກົນ UNDP, UNICEF, WHO ຕີລາຄາສູງຕໍ່ໝາກຜົນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ
ບັນດາອົງການຈັດຕັ້ງສາກົນ ເຊື່ອໝັ້ນຕໍ່ກຳລັງແຮງຂອງເສດຖະກິດຫວຽດນາມ

ການປະກອບຊິ້ນສ່ວນອີເລັກໂຕນິກສຳລັບອຸດສາຫະກໍາເຄື່ອງພິມ ຢູ່ບໍລິສັດເຕັກໂນໂລຍີເອເລັກໂຕນິກ ຈີຢວຽນ ຫວຽດນາມ ຈຳກັດ ເຊິ່ງເປັນບໍລິສັດທີ່ມີທຶນລົງທຶນຈາກໄຕ້ຫວັນ (ຈີນ) ຕັ້ງຢູ່ໃນເຂດອຸດສາຫະກຳ ອ່ານເຢືອງ ເມືອງອ່ານເຢືອງ ແຂວງຫາຍຟອງ. ພາບປະກອບ: ວູ້ຊິງ/ ສຳນັກຂ່າວສານ ຫວຽດນາມ

ບໍ່ພຽງແຕ່ IMF ເທົ່ານັ້ນ, ທະນາຄານພັດທະນາອາຊີ (ADB) ກໍ່ມີຄວາມເຊື່ອໝັ້ນວ່າ ກັບການຄິດຄາດຄະເນຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ຈະມີອັດຕາການເຕີບໂຕ 6% ໃນປີ 2024 ແລະ 6,2% ໃນປີ 2025. ໃນນັ້ນ, ທະນາຄານ HSBC ສືບຕໍ່ຄາດວ່າ ການເຕີບໂຕ GDP ຂອງຫວຽດນາມ ໃນປີ 2024 ແລະ 2025 ຈະຢູ່ລະດັບທີ່ 6,5% ເນື່ອງຈາກວ່າ ພາກອຸດສາຫະກໍາການຜະລິດ ບືນຕົວອອກຢ່າງແຮງ ແລະ ເງິນເຟີ້ຜັນແປຕາມທ່າອຽງທີ່ດີຂຶ້ນ.

ໂດຍບໍ່ສົນເຖິງຄວາມເສຍຫາຍກ່ຽວກັບຄົນ ແລະ ຊັບສິນຈາກພາຍຸເລກ 3 ທີ່ຖະຫຼົ່ມເຂົ້າຫວຽດນາມ (ເຊິ່ງຕາມຄິດໄລ່ຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ຄາດວ່າຈະສົ່ງຜົນກະທົບຕໍ່ການເຕີບໂຕ GDP 0,15% ໃນປີນີ້) ແຕ່ບັນດາອົງການເສດຖະກິດສາກົນ ກໍ່ຍັງຄົງມີຄວາມເຊື່ອໝັ້ນໃນຄວາມສາມາດຕ້ານທານຂອງເສດຖະກິດຫວຽດນາມ ຕໍ່ກັບບັນດາ “ພາຍຸທີ່ພັດເຂົ້າມາ”.

ຄຳຖາມທີ່ກຳລັງຖືກຕັ້ງຂຶ້ນແມ່ນ ບັນດາອົງການຈັດຕັ້ງສາກົນອາດຈະມີຄວາມເຊື່ອໝັ້ນເກີນໄປບໍ ໃນເວລາທີ່ເປົ້າໝາຍໃນການຮັກສາຄວາມສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ການຄວບຄຸມອັດຕາເງິນເຟີ້ ແລະ ຮັບປະກັນຄວາມສົມດຸນໃຫຍ່ຂອງທາງດ້ານເສດຖະກິດ ກຳລັງປະເຊີນກັບຄວາມສ່ຽງທີ່ມີຢູ່, ໃນນັ້ນ ລວມມີຄວາມສ່ຽງທາງດ້ານພູມສາດການເມືອງທີ່ຢູ່ນອກປະເທດ? ບໍ່ພຽງແຕ່ເທົ່ານັ້ນ ໄພພິບັດທາງທໍາມະຊາດ, ພະຍາດລະບາດ, ການຊຶມເຂົ້າຂອງນໍ້າເຄັມ ການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ ຍັງຄົງເປັນໄພຂົ່ມຂູ່, ທຳລາຍຜົນສຳເລັດຕັ້ງໜ້າທາງດ້ານເສດຖະກິດໃນຊຸມເດືອນຕົ້ນປີ.

ຄຳຕອບຄືວ່າ “ບໍ່”. ການປະເມີນຜົນຫຼັງການໃຫ້ຄຳປຶກສາປະຈຳໄລຍະຄັ້ງສຸດທ້າຍໃນທ້າຍເດືອນສິງຫາທີ່ຜ່ານມາ, IMF ໄດ້ເນັ້ນຫນັກວ່າ ການປັບປຸງຂອງພື້ນຖານເສດຖະກິດແມ່ນເນື່ອງມາຈາກຄວາມຕ້ອງການຈາກພາຍນອກທີ່ຍັງມີຫຼາຍ, ການລົງທຶນໂດຍກົງຈາກຕ່າງປະເທດມີຄວາມເປັນປົກກະຕິ ແລະ ນະໂຍບາຍປັບຕົວຂອງລັດຖະບານ. IMF ໄດ້ສະແດງຄວາມຕີລາຄາເປັນພິເສດຕໍ່ການມີປະຕິກິລິຍາຢ່າງໄວວາຂອງລັດຖະບານຫວຽດນາມ ໃນການຮັກສາຄວາມໝັ້ນຄົງທາງດ້ານການເງິນມະຫາພາກ ຫຼັງຈາກການຟື້ນຟູເສດຖະກິດຫຼັງການລະບາດຂອງພະຍາດໄດ້ປະສົບກັບອຸປະສັກຫຼາຍຢ່າງທັງພາຍໃນ ແລະ ພາຍນອກປະເທດ. ອົງການດັ່ງກ່າວ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການທີ່ຫວຽດນາມ ໄດ້ປັບປຸງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ ປະກາດໃຊ້ແຜນພັດທະນາໄຟຟ້າ VIII ແລະ ແຜນການສ້າງລະບົບການແລກປ່ຽນໂຄຕາການປ່ອຍອາຍພິດເພື່ອບັນລຸເປົ້າໝາຍກ່ຽວກັບສະພາບອາກາດ ແລະ ສົ່ງເສີມຄວາມໝັ້ນຄົງດ້ານພະລັງງານ.

ທ່ານ Shantanu Chakraborty, ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມແບ່ງປັນຂໍ້ສັງເກດກ່ຽວກັບພື້ນຖານເສດຖະກິດຂອງຫວຽດນາມ “ຈະສືບຕໍ່ຮັກສາການເຕີບໂຕຢ່າງຕໍ່ເນື່ອງ ເຖິງວ່າຈະມີຄວາມບໍ່ເປັນປົກກະຕິໃນທົ່ວໂລກ” ກໍໄດ້ເຕື້ອງເຖິງການຟື້ນຕົວຢ່າງໝັ້ນຄົງຂອງພື້ນຖານເສດຖະກິດວ່າ “ເປັນໝາກຜົນມາຈາກການຜະລິດອຸດສາຫະກຳທີ່ໄດ້ຮັບການປັບປຸງ ແລະ ການຄ້າທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ”.

ອົງການຈັດຕັ້ງສາກົນ ມີບ່ອນອີງທີ່ຈະມີຄວາມເຊື່ອໝັ້ນກ່ຽວກັບການຟື້ນຕົວຂອງເສດຖະກິດຫວຽດນາມ - ເຊິ່ງຖືກເອີ້ນເປັນ “ດາວດວງທີ່ພວມຂຶ້ນຂອງອາຊີ” ໂດຍນັກຂຽນຊາວອາເມລິກາ ທ່ານ Sam Korsmoe ຜູ້ທີ່ໄດ້ດຳລົງຊີວິດ ແລະ ເຮັດວຽກ ຢູ່ຫວຽດນາມ ເກືອບ 20 ປີ. ອີງຕາມຜູ້ຊ່ຽວຊານຂອງ ADB, ການຄ້າຟື້ນຕົວ ແລະ ກະແສທຶນໂດຍຕົງຈາກຕ່າງປະເທດ (FDI) ທີ່ຕັ້ງໜ້າ ຈະເປັນກຳລັງຂັບເຄື່ອນການເຕີບໂຕທີ່ສຳຄັນຂອງພື້ນຖານເສດຖະກິດ. ໃນໄລຍະແຕ່ເດືອນມັງກອນ-ສິງຫາ ປີ 2024, ການສົ່ງອອກ ແລະ ການນຳເຂົ້າໄດ້ຟື້ນຕົວຢ່າງແຮງ ເພີ່ມຂຶ້ນ 15,8% ແລະ 17,7% ຕາມລໍາດັບ ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີ 2023. ພື້ນຖານເສດຖະກິດຍັງໄດ້ຮັບການສະໜັບສະໜູນຈາກການຟື້ນຕົວຂອງຂະແໜງການບໍລິການ ແລະ ປະລິມານກະສິກຳທີ່ມີຄວາມເປັນປົກກະຕິ.

ເຖິງຢ່າງໃດກໍ່ຕາມ, ການຄາດຄະເນກ່ຽວກັບ “ສຸຂະພາບ” ຂອງພື້ນຖານເສດຖະກິດໜຶ່ງນັ້ນ ບໍ່ເຄີຍເປັນບົດໂຈດທີ່ງ່າຍດາຍເລີຍ. ຕັ້ງແຕ່ຕົ້ນປີ 2024 ມາຈົນເຖິງປັຈຈຸບັນ ໂລກຍັງຄົງປະເຊີນກັບການຜັນແປທີ່ສັບສົນ ແລະ ຄາດເດົາໄດ້ຍາກກວ່າ, ມີປັດໄຈບາງຢ່າງປ່ຽນແປງໄວຫຼາຍ ເຊິ່ງຢູ່ນອກເໜືອການຄາດຄະເນຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ, ສ້າງຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ການເຕີບໂຕທາງເສດຖະກິດມະຫາພາກ. ພວກເຮົາໄດ້ເຫັນວ່າ ລະບົບຕ່ອງໂສ້ການສະໜອງ logistics ມີຄວາມສ່ຽງທີ່ຈະຂາດແຄນ ເມື່ອການປະທະກັນຢູ່ທະເລແດງເພີ່ມຂຶ້ນ ຫຼື ການປະທະກັນລະຫວ່າງລັດເຊຍ ແລະ ຢູເຄລນ ໄດ້ເຮັດໃຫ້ຕະຫຼາດພະລັງງານ ແລະ ອາຫານຂອງໂລກປັ່ນປ່ວນໄປຄືແນວໃດ.

ນອກຈາກນັ້ນ IMF ຍັງໄດ້ ໃສ່ໃຈວ່າ ຄວາມສ່ຽງຕໍ່ເສດຖະກິດຫວຽດນາມ ຍັງມີຢູ່ສູງ. ການສົ່ງອອກ ເຊິ່ງເປັນໜຶ່ງໃນ “ເສົາຄ້ຳ” ທີ່ສຳຄັນຂອງພື້ນຖານເສດຖະກິດ ອາດຈະອ່ອນຊຸດໂຊມລົງ ຖ້າການເຕີບໂຕທົ່ວໂລກບໍ່ເປັນໄປຕາມຄາດໝາຍ, ຄວາມເຄັ່ງຕຶງທາງດ້ານພູມສາດການເມືອງທົ່ວໂລກຍັງຄົງດຳເນີນຕໍ່ໄປ ຫຼື ການຂັດແຍ້ງທາງການຄ້າເພີ່ມຂຶ້ນ. ຄວາມກົດດັນດ້ານອັດຕາແລກປ່ຽນອາດຈະຍາວນານ ເມື່ອນະໂຍບາຍການເງິນຍັງມີຄວາມອ່ອນແອ ແລະ ພວກເຮົາໄດ້ເຫັນວ່າມີຄຳວ່າ “ຖ້າ” ຢູ່ໃນນີ້.

ບັນດາວິທີການແກ້ໄຂ, ນະໂຍບາຍການບໍລິຫານຂອງລັດຖະບານຫວຽດນາມ ໃນໄລຍະຜ່ານມາ ໄດ້ຮັບການປະເມີນຂອງນັກຊ່ຽວຊານ ແມ່ນທັນການຕໍ່ກັບການຮັບມືກັບການປ່ຽນແປງຂອງສະພາບແວດລ້ອມເສດຖະກິດມະຫາພາກພາຍນອກ, ໜູນຊ່ວຍໃຫ້ພື້ນຖານເສດຖະກິດແຂ່ງຂັນກັບປະເທດອື່ນໆ ເພື່ອບໍ່ໃຫ້ “ຕົກຢູ່ເບື້ອງຫຼັງ” ໃນທ່າອ່ຽວໃຫຍ່ຂອງທົ່ວໂລກ. ພ້ອມກັນນັ້ນ, ລັດຖະບານຍັງໄດ້ສຸມໃສ່ການແກ້ໄຂບັນຫາອຸດຕັນ ໃນດ້ານກຳລັງແຮງເພື່ອການເຕີບໂຕ ແລະ ການພັດທະນາ.

ໝົດໄຕມາດທີສາມຂອງປີ 2024, ພວກເຮົາສາມາດມີຄວາມໝັ້ນໃຈໄດ້ວ່າ ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດໃນການຕ້ານທານທີ່ເຂັ້ມແຂງໃນໄລຍະເວລາທີ່ຫຍຸ້ງຍາກ. ເມື່ອກ່າວເຖິງຄວາມພະຍາຍາມຂອງຫວຽດນາມ ໃນການແກ້ໄຂຜົນກະທົບຂອງພາຍຸເລກທີ 3, ທ່ານ Shantanu Chakraborty, ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ ໄດ້ເອື້ນນັ້ນວ່າແມ່ນ “ຄວາມພະຍາຍາມທີ່ບໍ່ທຳມະດາ”. ລັດຖະບານຫວຽດນາມ ກຳລັງມີເປົ້າໝາຍທີ່ຈະຄວບຄຸມອັດຕາເງິນເຟີ້ໄດ້ດີ ແລະ ພະຍາຍາມບັນລຸການເຕີບໂຕທາງເສດຖະກິດໃນລະດັບ 7% ໃນປີ 2024. ບັນດາເປົ້າໝາຍເຫຼົ່ານີ້ບໍ່ມີຄວາມຕັ້ງຫວັງສູງເກີນໄປ ເຖິງແມ່ນວ່າຈະເຫຼືອເວລາອີກພຽງແຕ່ສາມເດືອນ.

ບັນດາອົງການຈັດຕັ້ງສາກົນ UNDP, UNICEF, WHO ຕີລາຄາສູງຕໍ່ໝາກຜົນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ

ບັນດາອົງການຈັດຕັ້ງສາກົນ UNDP, UNICEF, WHO ຕີລາຄາສູງຕໍ່ໝາກຜົນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ

ຍສໝ - ມາຮອດປັດຈຸບັນ, ສະພາບພະຍາດໂຄວິດ-19 ຢູ່ນະຄອນຫຼວງຮ່າໂນ້ຍ, ບັນດາທ້ອງຖິ່ນໃກ້ຄຽງ ແລະໃນທົ່ວປະເທດ ສາມາດຄວບຄຸມໄດ້ເປັນຢ່າງດີ, ຮັບປະກັນໃຫ້ປະຊາຊົນຫວຽດນາມ ໄດ້ຕ້ອນຮັບປີໃໝ່ປະຈໍາຊາດທີ່ໃກ້ຈະມາເຖິງນີ້ຢ່າງປອດໄພ.

ແທັງຮັ່ງ

ເຫດການ
302 Found

Found

The document has moved here.