ສະຫວັນນະເຂດ-ດານັງ ທົບທວນຄືນ ຜົນການຮ່ວມມືໃນຕະຫຼອດໄລຍະຜ່ານມາ

ສະຫວັນນະເຂດ-ດານັງ ທົບທວນຄືນ ຜົນການຮ່ວມມືໃນຕະຫຼອດໄລຍະຜ່ານມາ

ກອງປະຊຸມພົບປະລະ ຫວ່າງຄະນະຜູ້ແທນຂັ້ນສູງ ຂອງແຂວງສະຫວັນນະເຂດ ສປປ ລາວ ແລະນະຄອນດາ ນັງ ສສ ຫວຽດນາມ ໄດ້ ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງ ວ່າການປົກຄອງແຂວງສະ ຫວັນນະເຂດ. ໂດຍຝ່າຍແຂວງ ສະຫວັນນະເຂດ ນຳ ໂດຍທ່ານ ສັນຕິພາບ ພົມວິຫານ ກຳມະ ການສູນກາງພັກເລຂາພັກ ແຂວງເຈົ້າແຂວງສະຫວັນ ນະເຂດ ພ້ອມທ່ານຮອງເຈົ້າ ແຂວງ ແລະບັນດາພະແນກ ການອ້ອມຂ້າງແຂວງ, ຝ່າຍ ນະຄອນດານັງນຳໂດຍທ່ານ ເຈື່ອງ ກວາງ ເຫງ້ຍ ກຳມະ ການສູນກາງພັກ ເລຂາພັກນະ ຄອນດານັງ ພ້ອມດ້ວຍທ່ານຮອງປະທານສະພາປະຊາຊົນ, ບັນດາພະແນກການຂອງນະ ຄອນດານັງເຂົ້າຮ່ວມໃນພິທີ ຄັ້ງນີ້.

ຮອງນາຍົກ ຊີ້ນຳສະຫວັນນະເຂດ ສະໜອງ ແນວພັນເຂົ້າ-ພືດ-ສັດ ແກ່ປະຊາຊົນຢ່າງຮີບດ່ວນ

ຮອງນາຍົກ ຊີ້ນຳສະຫວັນນະເຂດ ສະໜອງ ແນວພັນເຂົ້າ-ພືດ-ສັດ ແກ່ປະຊາຊົນຢ່າງຮີບດ່ວນ

ໃນວັນທີ 3 ຕຸລາ 2019 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ແຂວງສະຫວັນນະເຂດ ໂດຍໄດ້ເນັ້ນໃຫ້ ຄະນະພັກ, ຄະນະນຳຂອງແຂວງ ເອົາໃຈໃສ່ໃນຫລາຍບັນຫາ ເປັນຕົ້ນ ການນຳເຂົ້າ-ສົ່ງອອກ ແລະ ການຄຸ້ມຄອງລາຄາສິນ ຄ້າ, ການບໍລິການຜ່ານປະຕູດຽວ, ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ, ການປັບປຸງພື້ນຖານໂຄງລ່າງ; ສ່ວນການລົງທຶນຂອງພາກລັດ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງ ປະເທດ ໃຫ້ສືບຕໍ່ເຂັ້ມງວດປະຕິບັດ ບັນດາໂຄງການຕາມທີ່ສະພາອະນຸມັດ ແລະ ໃຫ້ກວດກາຄືນບັນດາໂຄງການນອກແຜນທີ່ໄດ້ປະຕິບັດຜ່ານມາ ໃຫ້ສຳເລັດ; ປັບ​ປຸງລະບຽບການ ແລະ ກົນໄກການປະສານງານລະບົບປະຕູດຽວ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ວ່ອງໄວ.

ສະຫວັນນະເຂດ-ໂຮ່ຈິມິນ ຮ່ວມກັນຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ຢູ່ສະຫວັນ-ໄອເຕັກ

ສະຫວັນນະເຂດ-ໂຮ່ຈິມິນ ຮ່ວມກັນຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ຢູ່ສະຫວັນ-ໄອເຕັກ

ທ້າຍອາທິດທີ່ຜ່ານມາ, ທີ່ສູນການຄ້າສະຫວັນ-ໄອເຕັກ ແຂວງ ສະຫວັນນະເຂດ, ໂດຍແມ່ນສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈິມິນ ສ.ສ ຫວຽດນາມ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກສະຖານ ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ແລະ ສະຖານ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ຮ່ວມກັນຈັດຂຶ້ນ.

ພະແນກສາທາລະນະສຸກສອງແຂວງ ສະຫວັນນະເຂດ-ກວາງຈິ ສືບຕໍ່ຮ່ວມມືກັນຫຼາຍດ້ານ

ພະແນກສາທາລະນະສຸກສອງແຂວງ ສະຫວັນນະເຂດ-ກວາງຈິ ສືບຕໍ່ຮ່ວມມືກັນຫຼາຍດ້ານ

ພະແນກສາທາລະນະສຸກ 2 ແຂວງສະຫວັນນະເຂດ (ສປປ ລາວ) ແລະ ແຂວງກວາງຈິ (ສ.ສ ຫວຽດນາມ), ຕົກລົງເຫັນດີສືບຕໍ່ການຮັບ-ສົ່ງຄົນເຈັບ ຈາກແຂວງສະຫວັນນະເຂດ ໄປຫາແຂວງກວາງຈິ, ສືບຕໍ່ ກອງປະຊຸມວິຊາການປະຈຳ ໄຕມາດລະຫວ່າງ 3 ເມືອງຄື: ເມືອງເຊໂປນ, ເມືອງນອງ ຂອງແຂວງສະຫວັນນະເຂດ ແລະເມືອງເຮືອງຮວາ ແຂວງ ກວາງຈິ ໂດຍຜັດປ່ຽນກັນເປັນ ເຈົ້າພາບ. ສືບຕໍ່ໃຫ້ໂຮງໝໍທັງ ສອງແຂວງ ມີການຮ່ວມມື ແລກປ່ຽນບົດຮຽນດ້ານວິຊາ ການ. ສອງຝ່າຍເຫັນດີຊ່ວຍ ເຫຼືອໃນການປ້ອງກັນພະຍາດ ໄຂ້ມາເລເລຍ ແລະພະຍາດຕິດ ຕໍ່ອື່ນໆ ໃນກຸ່ມແຮງງານເຄື່ອນ ຍ້າຍ ແລະວຽກງານອື່ນໆ.

ແຂວງ ຮ່າຕິ້ງແບ່ງປັນການປະຕິບັດວຽກງານປະຕິຮູບດ້ານການບໍລິຫານ ກັບແຂວງສະຫວັນນະເຂດ ສປປ. ລາວ

ແຂວງ ຮ່າຕິ້ງແບ່ງປັນການປະຕິບັດວຽກງານປະຕິຮູບດ້ານການບໍລິຫານ ກັບແຂວງສະຫວັນນະເຂດ ສປປ. ລາວ

ຍສໝ - ຕອນບ່າຍວັນທີ 13 ກັນຍາ, ຄະນະຜູ້ແທນແຂວງສະຫວັນນະເຂດ (ສປປລາວ) ໄດ້ມີການພົບປະແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບ ວຽກງານປະຕິຮູບດ້ານການບໍລິຫານ ໃນແຂວງຮ່າຕິ້ງ

ແນວລາວສ້າງຊາດແຂວງ ແລະ ແນວໂຮມຊ​າ​ດຫວຽດນາມ ຮ່ວມມືການສຶກສາ-ຂົນຂວາຍ ປະຊາຊົນຮັບຮູ້ລະບຽບກົດຫມາຍ

ແນວລາວສ້າງຊາດແຂວງ ແລະ ແນວໂຮມຊ​າ​ດຫວຽດນາມ ຮ່ວມມືການສຶກສາ-ຂົນຂວາຍ ປະຊາຊົນຮັບຮູ້ລະບຽບກົດຫມາຍ

ການພົວພັນ ແລະຮ່ວມ ມືລະຫວ່າງແນວລາວສ້າງຊາດ ແຂວງສະຫວັນນະເຂດແລະແນວໂຮມແຫ່ງຊາດປະເທດຫວຽດນາມ ແຂວງກວາງຈິ ໄດ້ມີຂຶ້ນໃນວັນທີ 29 ສິງຫາ 2019 ທີ່ຫໍວັດທະນະທໍາໄກສອນ ພົມວິຫານ ຊຶ່ງພາຍຫລັງທີ່ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືລະຫວ່າງທັງສອງຄະນະຜູ້ແທນດ້ວຍກັນທີ່ໄດ້ມີການພົບປແລກປ່ຽນບົດຮຽນເຊິ່ງກັນແລະກັນລະຫວ່າງຄະນະກໍາມະການແນວລາວສ້າງຊາດແຂວງສະຫວັນນະເຂດມີ:ສະຫາຍ ສົມເພັດ ອິນທະທິລາດກໍາມະການະຈໍາພັກແຂວງ,ປະທານແນວລາວສ້າງຊາດແຂວງສະຫັນນະເຂດ ກັບ ສະຫາຍ ນາງເລຖີ້ລານ ເຮືອງ ຄະນະປະຈໍາພັກແຂວງ,ຫົວໜ໊າຄະນະໂຄສະນາຂົນຂວາຍພັກແຂວງ ປະທານແນວໂຮມແຫ່ງຊາດປະເທດຫວຽດນາມ ແຂວງກວາງຈິ.

ຜູ້ແທນແນວໂຮມປະເທດຊາດແຂວງກວາງຈິ ເດີນທາງຢ້ຽມຢາມ ແລະເຮັດວຽກ ທີ່ແຂວງສະຫວັນນະເຂດ

ຜູ້ແທນແນວໂຮມປະເທດຊາດແຂວງກວາງຈິ ເດີນທາງຢ້ຽມຢາມ ແລະເຮັດວຽກ ທີ່ແຂວງສະຫວັນນະເຂດ

ຄະນະຜູ້ແທນຄະນະກຳມະ ການແນວໂຮມປະເທດຊາດ ແຂວງວາງຈິ ສສ ຫວຽດ ນາມ ນຳໂດຍສະຫາຍ ນາງ ເລ ທິລານເຮືອງຄະນະປະຈຳພັກ ແຂວງ ປະທານຄະນະກຳມະ ການແນວໂຮມປະເທດຊາດ ແຂວງກວາງຈິໄດ້ເຂົ້າຢ້ຽມ ຂ່ຳນັບສະຫາຍ ປອ ໂພໄຊ ໄຊຍະສອນ ກຳມະການສຳ ຮອງສູນກາງພັກ ຮອງເລຂາ ພັກແຂວງ ຮອງເຈົ້າແຂວງສະ ຫວັນນະເຂດ ໃນວັນທີ 27 ສິງ ຫາ 2019 ທີ່ຫ້ອງຮັບແຂກ ຫ້ອງວ່າການປົກຄອງແຂວງ ໂດຍມີສະຫາຍ ສົມເພັດ ອິນທະ ທິລາດ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງຈຳນວນໜຶ່ງຂອງແຂວງເຂົ້າຮ່ວມຕ້ອນຮັບນຳ.

ກອງປະຊຸມພົບປະ ລະຫວ່າງ ຕຳຫຼວດແຂວງກວ້າງຈິ ແລະ ຕຳຫຼວດແຂວງ ສາລະວັນ, ແຂວງສະຫວັນນະເຂດ

ກອງປະຊຸມພົບປະ ລະຫວ່າງ ຕຳຫຼວດແຂວງກວ້າງຈິ ແລະ ຕຳຫຼວດແຂວງ ສາລະວັນ, ແຂວງສະຫວັນນະເຂດ

ຍສໝ - ຢູ່ນະຄອນດົງຮ່າ, ຫາກໍ່ດຳເນີນຈັດກອງປະຊຸມພົບປະ, ຕີລາຄາ ແລະ ແລກປ່ຽນ ຜົນສຳເລັດຂອງການຮ່ວມມື ແລະ ເຊັນບົດບັນທຶກຊ່ວຍຈຳການຮ່ວມມື ໄລຍະ 2019 - 2020 ລະຫວ່າງ ພະແນກ ຕຳຫຼວດແຂວງກວ້າງຈິ ແລະ ຕຳຫຼວດ 2 ແຂວງ ສະຫວັນນະເຂດ, ສາລະວັນ (ສປປ ລາວ).

ກອງປະຊຸມພົບປະເຈລະຈ ແລກປ່ຽນບົດຮຽນ ວຽກງານຊາວໜຸ່ມ ແລະ ຂະບວນການເຍົາວະຊົນ ລະຫວ່າງ ຊາວໜຸ່ມ 2 ແຂວງກວ້າງຈິ ແລະ ສະຫວັນນະເຂດ

ກອງປະຊຸມພົບປະເຈລະຈ ແລກປ່ຽນບົດຮຽນ ວຽກງານຊາວໜຸ່ມ ແລະ ຂະບວນການເຍົາວະຊົນ ລະຫວ່າງ ຊາວໜຸ່ມ 2 ແຂວງກວ້າງຈິ ແລະ ສະຫວັນນະເຂດ

ຍສໝ - ໃນຂອບເຂດລາຍການ ພົບປະມິດຕະພາບ ລະຫວ່າງ ຄະນະບໍລິຫານງານສະຫະພັນຊາວໜຸ່ມ ກອມມູນິດໂຮ່ຈີມິນ ແຂວງກວາ້ງຈິ (ສສ ຫວຽດນາມ) ແລະ ຄະນະບໍລິຫານງານສະຫະພັນຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງສະຫວັນນະເຂດ (ສປປ ລາວ), ໃນຕອນບ່າຍວັນທີ 22 ສິງຫາ 2019, ທີ່ສູນປະຊຸມຊາວໜຸ່ມແຂວງກວ້າງຈິ, ໄດ້ຈັດກອງປະຊຸມພົບປະແລກປ່ຽນປະສົບການ ຂອງສະຫະພັນຊາວໜຸ່ມ ແລະ ການເຄື່ອນໄຫວຊາວໜຸ່ມ ລະຫວ່າງ ສະຫະພັນຊາວໜຸ່ມແຂວງກວ້າງຈິ - ສະຫວັນນະເຂດ ປະຈຳ ປີ 2019 . ຮອງເລຂາຄະນະປະຈຳພັກ ຫງວ໋ຽນ ດັງ ກວາງ;ຮອງປະທານສະພາປະຊາຊົນແຂວງ ຫງວ໋ຽນ ດຶກ ຢຸ໋ງ ກໍ່ໄດ້ເຂົ້າຮ່ວມ.

ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ຮ່ວມມືດ້ານ ກວດກາ - ກວດສອບລັດ

ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ຮ່ວມມືດ້ານ ກວດກາ - ກວດສອບລັດ

ຍສໝ - ຕອນເຊົ້າ ວັນທີ 20 ສິງຫາ 2019 ນີ້, ຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບແຂວງ ສາລະວັນ (ສປປ ລາວ) ນຳໂດຍ ທ່ານ ຄຳຂັນ ຈັນສະໝອນ ຫົວໜ້າ ຄະນະກຳມະການກວດກາ ພັກແຂວງສາລະວັນ ໄດ້ມີການພົບປະກັບຄະນະກຳມະການກວດກາພັກແຂວງ, ອົງການກວດສອບລັດແຂວງກວ້າງຈິ. ຫົວໜ້າຄະນະກຳມະການກວດກາພັກແຂວງກວ້າງຈີ ໂຮ່ ຖິ ທູ ຮັ່ງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ.

ຄະນະໂຄສະນາສຶກສາແຂວງກວາງຈິ  ເຂົ້າພົບປະຢ້ຽມຢາມການນຳແຂວງສະຫວັນນະເຂດ

ຄະນະໂຄສະນາສຶກສາແຂວງກວາງຈິ ເຂົ້າພົບປະຢ້ຽມຢາມການນຳແຂວງສະຫວັນນະເຂດ

ອາທິດທີ່ຜ່ານມາ, ທີ່ຫ້ອງວ່າການແຂວງສະຫວັນນະເຂດ ທ່ານ ປອ ໂພໄຊ ໄຊຍະສອນ ຮອງເລຂາພັກແຂວງ ຮອງເຈົ້າ ແຂວງສະຫວັນນະເຂດ ໄດ້ໃຫ້ການຕ້ອນຮັບ ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຫວັນນະເຂດ ຂອງທ່ານ ທ່ານ ໄຮ່ ດ້າຍ ນາມ ຄະ ນະປະຈຳພັກແຂວງ ຫົວໜ້າຄະ ນະໂຄສະນາສຶກສາແຂວງ ກວາງຈິ ສສ ຫວຽດນາມ.

ຄະນະໂຄສະນາແຂວງກວ້າງຈິ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ແຫ່ງ ສປປ ລາວ

ຄະນະໂຄສະນາແຂວງກວ້າງຈິ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ແຫ່ງ ສປປ ລາວ

ຍສໝ - ເພື່ອແນໃສ່ຜັນຂະຫຍາຍການຈັດຕັ້ງປະຕິບັດ ສັນຍາການຮ່ວມມືລະຫວ່າງແຂວງກວ້າງຈິ (ສສ ຫວຽດນາມ) ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄລຍະ ປີ 2017-2019 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ລະຫວ່າງ ຄະນະໂຄສະນາແຂວງກວ້າງຈິ ແລະ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ເຊັນໃນວັນ 13 ກັນຍາ 2017, ແຕ່ ວັນທີ 13 – 16 ສິງຫາ 2019, ຄະນະປະຕິບັດງານ ຄະນະໂຄສະນາແຂວງກວ້າງຈິ ໂດຍ ຫົວໜ້າໂຄສະນາແຂວງ ໂຮ່ ດ້າຍ ນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ (ສປປ ລາວ). ຕ້ອນຮັບ ແລະ ເຮັດວຽກກັບຄະນະ ປະກອບມີ ຮອງເລຂາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ທ່ານ ວົງເພັດ ໄຊຊະຫງວນ.

ພິທີເຊັນສັນຍາຂັ້ນສູງ ລະຫວ່າງ ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ໄລຍະ 2020-2022

ພິທີເຊັນສັນຍາຂັ້ນສູງ ລະຫວ່າງ ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ໄລຍະ 2020-2022

ຍສໝ - ຕອນເຊົ້າວັນທີ 16 ສິງຫາ 2015 ນີ້, ໄດ້ມີກອງປະຊຸມ ແລະ ເຊັນລົງນາມຂໍ້ຕົກລົງການຮ່ວມມື ລະຫວ່າງ ຄະນະຜູ້ແທນຂັ້ນສູງແຂວງກວ້າງຈິ, ຫວຽດນາມ ແລະ ແຂວງ ສະຫວັນນະເຂດ ແລະ ແຂວງສາລະວັນ ແຫ່ງ ສປປ ລາວໄລຍະປີ 2020 - 2022. ເຂົ້າຮ່ວມໃນພິທີການເຊັນສັນຍາ ຄັ້ງນີ້ ຝ່າຍລາວ ມີທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ, ເລຂາພັກແຂວງ, ເຈົ້າແຂວງແຂວງສາລະວັນ ທ່ານ ສີສຸວັນ ວົງຈອມສີ ພ້ອມດ້ວຍຄະນະ. ຝ່າຍຫວຽດນາມ, ແຂວງກວາງຈິ ມີເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຫງວ໋ຽນ ວັນ ຮຸ່ງ; ຮອງເລຂາຄະນະປະຈຳພັກແຂວງ, ປະທານສະພາປະຊາຊົນແຂວງ ຫງວ໋ຽນ ດິ່ງ ກວາງ; ຮອງເລຂາພັກແຂວງ, ປະທານຄະນະ ກຳມະການປະຊາຊົນແຂວງ ຫງວ໋ຽນ ດຶກ ຈິງ; ຜູ້ຕາງ ໜ້າບັນດາພະແນກ, ອົງການ, ໜ່ວຍງານ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

“ສື່ມວນຊົນແຂວງສະຫວັນນະເຂດກັບສິ່ງທ້າທາຍ ໃນຍຸກໃໝ່” ໃນກອງປະຊຸມສຳມະນາ ໃນວັນສື່ມວນຊົນແຫ່ງຊາດ

“ສື່ມວນຊົນແຂວງສະຫວັນນະເຂດກັບສິ່ງທ້າທາຍ ໃນຍຸກໃໝ່” ໃນກອງປະຊຸມສຳມະນາ ໃນວັນສື່ມວນຊົນແຫ່ງຊາດ

ກອງປະຊຸມສຳມະນາໃນ ຫົວຂໍ້ “ສື່ມວນຊົນແຂວງສະ ຫວັນນະເຂດ ກັບສິ່ງທ້າທາຍ ໃນຍຸກໃໝ່”ເຊິ່ງໄດ້ຈັດຂຶ້ນໃນ ໂອກາດວັນສ້າງຕັ້ງສື່ມວນ ຊົນແຫ່ງຊາດ ແລະການພິມຈຳ ໜ່າຍ ຄົບຮອບ 69 ປີ(13/8 /950-13/6/2019) ທີ່ຫ້ອງ ປະຊຸມພະແນກຖວທ ແຂວງ, ພາຍໃຕ້ການເຂົ້າຮ່ວມເປັນ ປະທານຂອງທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າ ແຂວງ ສະຫວັນນະເຂດ, ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າ ພະແນກ ຖວທແຂວງ, ມີບັນ ດາແຂກຖືກເຊີນຈາກພະແນກ ການ, ບັນດາສື່ມວນຊົນຈາກ ພາກສ່ວນຕ່າງໆເຂົ້າຮ່ວມ.

ເລີ້ມແລ້ວ ງານແຂ່ງຂັນຊ່ວງເຮືອເມືອງນໍ້າບາກປີ 2019

ເລີ້ມແລ້ວ ງານແຂ່ງຂັນຊ່ວງເຮືອເມືອງນໍ້າບາກປີ 2019

ວັນທີ 15 ສິງຫາ 2019 ທີ່ທ່ານໍ້າບາກ ບ້ານໂພນສະອາດ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ ໂດຍການເປັນປະທານຂອງທ່ານ ສົມພອນ ສີອຸດົມພັນ ເຈົ້າເມືອງນໍ້າບາກ ແລະ ໃຫ້ກຽດເຂົ້າຮ່ວມຊົມຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ,ມີຕາງໜ້າຈາກແຂວງ,ເມືອງ ພ້ອມດ້ວຍການນໍາຂອງເມືອງ,ແຂກທັງພາຍໃນ ແລະ ຕ່າງເມືອງ ຕະຫຼອດຮອດປະຊາຊົນຮ່ວມຊົມຢ່າງຄັບຄາໜາແໜ້ນຕາມສອງຝັ່ງນໍ້າບາກ.

ຄະນະປະຈຳພັກແຂວງກວ້າງຈິ ພົບປະ-ໂອ້ລົມ ກັບ ຄະນະປະຕິບັດງານສະຫະພັນແຮງງານແຂວງສະຫວັນນະເຂດ ແຫ່ງ ສປປ ລາວ

ຄະນະປະຈຳພັກແຂວງກວ້າງຈິ ພົບປະ-ໂອ້ລົມ ກັບ ຄະນະປະຕິບັດງານສະຫະພັນແຮງງານແຂວງສະຫວັນນະເຂດ ແຫ່ງ ສປປ ລາວ

ຍສໝ - ໃນໂອກາດທີ່ຄະນະຜູ້ແທນ ສະຫະພັນ ກຳມະບານແຂວງສະຫວັນນະເຂດ (ສປປ ລາວ) ນຳໂດຍ ທ່ານ ບຸນລຽນ ຈັນວັນເພັງ ປະທານ ຄະນະກຳມະການປະຊາຊົນແຂວງສະຫວັນນະເຂດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງຈິ, ຕອນເຊົ້າວັນທີ 14 ສິງຫາ 2019, ຮອງເລຂາຄະນະປະຈຳພັກແຂວງ ທ່ານ ຫງວ໋ຽນ ດັງ ກວາງ ໄດ້ມີກອງປະຊຸມພົບປະໂອ້ລົມ ແລະ ຕ້ອນຮັບຄະນະ.

ການພົບປະເຈລະຈາ ລະຫວ່າງ ສະມາພັນແຮງງານແຂວງກວ້າງຈິ ແມ່ນສະຫະພັນກຳມະບານແຂວງສະຫວັນນະເຂດ

ການພົບປະເຈລະຈາ ລະຫວ່າງ ສະມາພັນແຮງງານແຂວງກວ້າງຈິ ແມ່ນສະຫະພັນກຳມະບານແຂວງສະຫວັນນະເຂດ

ຍສໝ - ຕອນເຊົ້າວັນທີ 14 ສິງຫາ 2019, ສະຫະພັນກຳມະບານແຂວງສະຫວັນນະເຂດ ແລະ ສະຫະພັນແຮງງານແຂວງກວ້າງຈິໄດ້ຈັດກອງປະຊຸມພົບປະເຈລະຈາ ສະຫຼຸບລາຍງານ ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ຄວາມສະຫງົບໝັ້ນຄົງ ປ້ອງກັນຊາດ; ສະພາບການເຄື່ອນໄຫວປະຕິບັດງານຂອງກຳມະບານ ຂອງແຕ່ລະແຂວງ.ໃນນັ້ນ, ສຸມໃສ່ການແລກປ່ຽນປະສົບການ ຈັດຕັ້ງປະຕິບັດງານ ຂອງ ສະຫະພັນກຳມະບານໃນຂະບວນການປ່ຽນແປງໃໝ່ ແລະ ການເຊື່ອມໂຍງສາກົນ.

ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຂົ້າພົບປະຢ້ຽມຢາມການນໍາຂອງແຂວງສະຫວັນນະເຂດ

ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຂົ້າພົບປະຢ້ຽມຢາມການນໍາຂອງແຂວງສະຫວັນນະເຂດ

ໃນຕອນບ່າຍຂອງວັນທີ 6 ສິງຫາ 2019 ນີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດ ຖະມົນຕີກະຊວງສຶກສາທິການ ແລະກິລາ ພ້ອມຄະນະໄດ້ເຂົ້າ ພົບປະຢ້ຽມຢາມທ່ານ ສັນຕິ ພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ, ມີຫົວ​ໜ້າພະ ແນກສຶກສາທິການ ແລະກິລາ ແຂວງ ພ້ອມດ້ວຍຄະນະນໍາມະຫາວິທະຍາໄລສະຫວັນນະເຂດ (ມຂ) ເຂົ້າຮ່ວມ.

ຫາລືການຮ່ວມມືກໍ່ສ້າງສູນເສັ້ນເລືອດສະໝອງ-ຫົວໃຈ ຢູ່ໂຮງໝໍແຂວງສະຫວັນນະເຂດ

ຫາລືການຮ່ວມມືກໍ່ສ້າງສູນເສັ້ນເລືອດສະໝອງ-ຫົວໃຈ ຢູ່ໂຮງໝໍແຂວງສະຫວັນນະເຂດ

ອາດເປັນໄປໄດ້ທີ່ໂຮງໝໍແຂວງສະຫວັນນະເຂດ ຈະກາຍເປັນສູນເສັ້ນເລືອດສະ ໝອງ-ຫົວໃຈ ທີ່ນຳໃຊ້ເຕັກໂນ ໂລຊີ ແລະອຸປະກອນການແພດ ທີ່ທັນສະໄໝເຂົ້າໃນການປິ່ນ ປົວ ແລະເບິ່ງແຍງສຸຂະພາບ ຂອງພໍ່ແມ່ປະຊາຊົນບັນດາ ເຜົ່າພາຍໃນແຂວງສະຫວັນ ນະເຂດ.

ທ່ານຮອງເຈົ້າແຂວງສະຫວັນນະເຂດ ລົງຕິດຕາມການ ກໍ່ສ້າງເສັ້ນທາງຊົນນະບົດເມືອງເຊໂປນ

ທ່ານຮອງເຈົ້າແຂວງສະຫວັນນະເຂດ ລົງຕິດຕາມການ ກໍ່ສ້າງເສັ້ນທາງຊົນນະບົດເມືອງເຊໂປນ

ໃນວັນທີ 29 ກໍລະກົດ ຜ່ານມານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າ ແຂວງສະຫວັນນະເຂດ ພ້ອມ ດ້ວຍຄະນະນຳຈາກພະແນກ ໂຍທາທິການ ແລະຂົນສົ່ງ, ພະແນກພະລັງງານ ແລະບໍ່ແຮ່ ແລະຂະແໜງການທີ່ກ່ຽວຂ້ອງ ໄດ້ສົມທົບກັບການນຳຂອງ ເມືອງເຊໂປນ ລົງຕິດຕາມເບິ່ງ ຄວາມຄືບໜ້າຂອງການກໍ່ສ້າງ ເສັ້ນທາງຊົນນະບົດກໍ່ຄືເສັ້ນ ທາງແຕ່ທາງແຍກບ້ານສະ ແລັນຫາຈຸດສຸມລະໂກ ເມືອງ ເຊໂປນ.

ເຫດການ