“ສື່ມວນຊົນແຂວງສະຫວັນນະເຂດກັບສິ່ງທ້າທາຍ ໃນຍຸກໃໝ່” ໃນກອງປະຊຸມສຳມະນາ ໃນວັນສື່ມວນຊົນແຫ່ງຊາດ

14:01 | 16/08/2019

ກອງປະຊຸມສຳມະນາໃນ ຫົວຂໍ້ “ສື່ມວນຊົນແຂວງສະ ຫວັນນະເຂດ ກັບສິ່ງທ້າທາຍ ໃນຍຸກໃໝ່”ເຊິ່ງໄດ້ຈັດຂຶ້ນໃນ ໂອກາດວັນສ້າງຕັ້ງສື່ມວນ ຊົນແຫ່ງຊາດ ແລະການພິມຈຳ ໜ່າຍ ຄົບຮອບ 69 ປີ(13/8 /950-13/6/2019) ທີ່ຫ້ອງ ປະຊຸມພະແນກຖວທ ແຂວງ, ພາຍໃຕ້ການເຂົ້າຮ່ວມເປັນ ປະທານຂອງທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າ ແຂວງ ສະຫວັນນະເຂດ, ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າ ພະແນກ ຖວທແຂວງ, ມີບັນ ດາແຂກຖືກເຊີນຈາກພະແນກ ການ, ບັນດາສື່ມວນຊົນຈາກ ພາກສ່ວນຕ່າງໆເຂົ້າຮ່ວມ.

“ສື່ມວນຊົນແຂວງສະຫວັນນະເຂດກັບສິ່ງທ້າທາຍ ໃນຍຸກໃໝ່” ໃນກອງປະຊຸມສຳມະນາ ໃນວັນສື່ມວນຊົນແຫ່ງຊາດ

ບັນຍາກາດກອງປະຊຸມສຳມະນາ.(ພາບ: ສະຫວັນພັດທະນາ ຂ່າວ)

ທ່ານ ນາງ ດາວວອນ ໄຊສຸລຽນ ໄດ້ຍົກໃຫ້ເຫັນເຖິງ ປະຫວັດຄວາມເປັນມາຂອງ ວັນສື່ມວນຊົນ ແລະການພິມ ຈຳໜ່າຍ ເຊິ່ງວັນດັ່ງກ່າວນີ້ໄດ້ ກຳເນີດເກີດຂຶ້ນທ່າມກາງສະ ໝໍລະພູມຮົບ, ໂດຍການເລີ່ມ ຕົ້ນຈາກການພິມໜັງສືພິມ ແບບປະຖົມປະຖານ ເພື່ອຈະໄດ້ ເຜີຍແຜ່ຂໍ້ມູນຂ່າວສານໃນປາງ ສົງຄາມ, ທັງມີການຕໍ່ສູ້ ແລະມີ ການໂຄສະນາເຜີຍແຜ່ໄປ ພ້ອມ, ຈາກນັ້ນ ກໍ່ໄດ້ມີການເຮັດ ໜັງສືພິມອອກມາເລື້ອຍໆ, ການ ໂຄສະນາຜ່ານທາງວິທະຍຸ ກໍ່ເລີ່ມມີການກະຈາຍໄປພ້ອມ ແລະກໍ່ໄດ້ເຮັດຢ່າງຕໍ່ເນື່ອງ. ຈົນມາຮອດຍຸກປະຈຸບັນສື່ມວນ ຊົນພວກເຮົາກໍ່ໄດ້ມີການເຄື່ອນ ໄຫວ ໃນການ ໂຄສະນາເຜີຍແຜ່ ແນວທາງນະໂຍບາຍ, ມະຕິຄຳ ສັ່ງ, ຜົນງານການຈັດຕັ້ງປະ ຕິບັດ ແລະວຽກງານອື່ນໆຜ່ານ ສື່ມວນຊົນ ເຊິ່ງປະກອບດ້ວຍ: ສະຖານີວິທະຍຸກະຈາຍສຽງ, ສະຖານີໂທລະພາບ ແລະໜັງ ສືພິມ. ສຳລັບຢູ່ແຂວງສະຫວັນ ນະເຂດ ບັນດາສື່ຕ່າງໆກໍ່ໄດ້ ມີການເຄື່ອນໄຫວຢ່າງປົກ ກະຕິ ແລະຕໍ່ເນື່ອງອັນໄດ້ເຮັດ ໃຫ້ສັງຄົມ ໄດ້ຮັບຮູ້ຂໍ້ມູນຂ່າວ ສານຢ່າງກວ້າງຂວາງ.

ໂອກາດນີ້, ບັນດາສື່ມວນ ຊົນຂະແໜງຕ່າງໆບໍ່ວ່າຈະ ເປັນຫົວໜ້າບັນນາທິການໃຫຍ່ ໜັງສືພິມສະຫວັນພັດທະນາ (ພິນໄຊຊົມຊອບ), ຫົວໜ້າອຳ ນວຍການສະຖານີໂທລະພາບ (ມົງກຸດເພັດວົງພະຈັນ), ຫົວໜ້າອຳນວຍການສະຖານີວິ ທະຍຸກະຈາຍສຽງ (ຄຳພູທອນ ອາໄພຍະລາດ) ກໍ່ໄດ້ຜັດປ່ຽນ ກັນຂຶ້ນສະເໜີຜົນງານແຕ່ລະ ດ້ານຂອງແຕ່ລະພາຫະນະສື່ ມວນຊົນຂອງຕົນ, ພ້ອມກັນນັ້ນ ກໍ່ໄດ້ມີການຍົກໃຫ້ເຫັນສິ່ງ ທ້າທາຍ ໃນການບໍລິຫານດ້ານ ສື່ມວນຊົນໃນຍຸກໃໝ່ ເຊິ່ງມັນ ຍັງມີການປະເຊີນໃນຫຼາຍດ້ານ ບໍ່ວ່າຈະເປັນການແຂ່ງຂັນກັບ ສື່ອອນລາຍ, ການເຂົ້າເຖິງລະ ບົບເຕັກໂນໂລຊີທີ່ທັນສະໄໝ, ດ້ານຄວາມຮູ້ຄວາມສາມາດ, ການເຂົ້າເຖິງຂໍ້ມູນຂ່າວດັ່ງນີ້ ເປັນຕົ້ນ.

ທ່ານ ຄຳພູນ ຕຸໄພທູນ ໄດ້ຍົກໃຫ້ເຫັນວ່າ: ການຂຽນ ຂ່າວ, ຂຽນບົດຕ່າງໆຕ້ອງອີງ ໃສ່ກົດໝາຍສື່ມວນຊົນເປັນ ຫຼັກ, ນັກຂ່າວ-ນັກຂຽນຕ້ອງ ຢຶດຖືຂໍ້ມູນຄວາມຈິງ, ບໍ່ເຂົ້າ ຂ້າງ-ອອກຂາ, ຕ້ອງມີຄວາມ ເປັນກາງ. ອັນສຳຄັນ ສື່ມວນຊົນ ຕ້ອງໝັ່ນຊອກຮູ້ຮ່ຳຮຽນ, ສຶກ ສາຄົ້ນຄວ້າແນວທາງນະໂຍ ບາຍ, ມະຕິ, ຄຳສັ່ງ ແລະເອກະ ສານທາງການທີ່ທາງຂັ້ນເທິງ ວາງອອກ ເພື່ອໃຫ້ເຂົ້າໃຈຢ່າງ ເລິກເຊິ່ງເຖິງຈຸດປະສົງເປົ້າ ໝາຍ.ຈາກນັ້ນທ່ານຍັງຮຽກ ຮ້ອງໃຫ້ນັກຂ່າວ-ນັກຂຽນ, ນັກຈັດລາຍການຕ້ອງໄດ້ຮຽນ ຮູ້ໃນດ້ານທິດສະດີການ ເມືອງ ເພື່ອຈະໄດ້ນຳໄປປັບ ໃຊ້ເຂົ້າໃນໜ້າທີ່ວິຊາສະເພາະ. ສຳລັບການຂຽນຂ່າວອອກສູ່ ສາທາລະນະຊົນນອກຈາກ ຂ່າວພິທີການແລ້ວພວກເຮົາ ຕ້ອງເນັ້ນຂ່າວບັນຫາຫຍໍ້ ທໍ້ໃນສັງຄົມຕື່ມອີກເປັນຕົ້ນ: ບັນຫາການເກີດອຸປະຕິເຫດ ບົນທ້ອງຖະໜົນ, ຂີ້ລັກງັດ ແງະ ແລະອື່ນໆ ເພື່ອສະທ້ອນ ໃຫ້ສັງຄົມໄດ້ຮັບຮູ້ສິ່ງທີ່ເກີດ ຂຶ້ນໃນສັງຄົມ.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ທ່ານອາດຈະມັກ

ເຫດການ