ຄະນະໂຄສະນາແຂວງກວ້າງຈິ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ແຫ່ງ ສປປ ລາວ

11:32 | 17/08/2019

ຍສໝ - ເພື່ອແນໃສ່ຜັນຂະຫຍາຍການຈັດຕັ້ງປະຕິບັດ ສັນຍາການຮ່ວມມືລະຫວ່າງແຂວງກວ້າງຈິ (ສສ ຫວຽດນາມ) ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄລຍະ ປີ 2017-2019 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ລະຫວ່າງ ຄະນະໂຄສະນາແຂວງກວ້າງຈິ ແລະ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ເຊັນໃນວັນ 13 ກັນຍາ 2017, ແຕ່ ວັນທີ 13 – 16 ສິງຫາ 2019, ຄະນະປະຕິບັດງານ ຄະນະໂຄສະນາແຂວງກວ້າງຈິ ໂດຍ ຫົວໜ້າໂຄສະນາແຂວງ ໂຮ່ ດ້າຍ ນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ (ສປປ ລາວ). ຕ້ອນຮັບ ແລະ ເຮັດວຽກກັບຄະນະ ປະກອບມີ ຮອງເລຂາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ທ່ານ ວົງເພັດ ໄຊຊະຫງວນ.

ຄະນະໂຄສະນາແຂວງກວ້າງຈິ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ແຫ່ງ ສປປ ລາວ

ຄະນະໂຄສະນາແຂວງກວ້າງຈິ ຢ້ຽມຢາມ ແລະ ເຮັດວຽກ ແຂວງສະຫວັນນະເຂດ. (ພາບ: baoquangtri.vn)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ, ຄະນະປະຕິບັດງານ ໂຄສະນາແຂວງກວ້າງຈິ ແລະ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະເຈລະຈາ , ເຊັນບົດບັນທຶກສັນຍາຮ່ວມມືລະຫວ່າງສອງຝ່າຍ. ທີ່ກອງປະຊຸມພົບປະເຈລະຈາ ສອງຝ່າຍໄດ້ສະຫຼຸບລາຍງານໂດຍສັງເຂບ ກ່ຽວກັບສະພາບການພັດທະນາ ເສດຖະກິດ- ສັງຄົມ ທ້ອງຖິ່ນ ຂອງແຕ່ລະຝ່າຍ, ພ້ອມກັນນັ້ນກໍ່ໄດ້ແລກປ່ຽນບົດຮຽນກໍ່ຄືປະສົບການໃນການປະຕິບັດວງກງານໂຄສະນາ, ອົບຮົມ; ຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ໄດ້ເຊັນລະຫວ່າງ ສອງຫ້ອງການ ໄດ້ເຊັນກັນວັນທີ 13 ກັນຍາ 2017.

ບົດພື້ນຖານເນື້ອໃນສັນຍາຮ່ວມມື ລະຫວ່າງ ແຂວງກ້ວາງຈິ ແລະ ສະຫວັນນະເຂດ ແລະ ຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດບົດບັນທຶກສັນຍາ, ຕໍ່ກັບຄວາມຮຽກຮ້ອງຕ້ອງການອັນໃໝ່ຕັ້ງບັນຫາຂື້ນມາ ສຳລັບວຽກງານໂຄສະນາ, ອົບຮົມ ຂອງສອງແຂວງ, ສອງຝ່າຍ ໄດ້ປຶກສາຫາລື ແລະ ເປັນເອກະພາບນຳກັນ ບັນດາເນື້ອໃນຮ່ວມມື ໃນອານາຄົດດັ່ງຕໍ່ໄປນີ້: ສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ໂດຍສະເພາະແມ່ນໂຄສະນາເຜີຍແຜ່ ຜ່ານເຄືອຄ່າຍອິນເຕີແນັດ; ສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມ ໃຫ້ຖັນແຖວພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນຂອງສອງແຂວງ ກ່ຽວກັບສາຍພົວພັນມິດຕະພາບ, ສາມັກຄີພິເສດ ລະຫວ່າງ ສອງປະເທດ ຫວຽດນາມ-ລາວ ແລະ ລະຫວ່າງ ແຂວງກວ້າງຈິ ແລະ ສະຫວັນນະເຂດ: ເປັນເອກະພາບຈະສະໜອງໃຫ້ແກ່ກັນ ຕົວເລກຂອງການຄົ້ນຄວ້າ, ອ້າງອີງ; ຍູ້ແຮງໂຄສະນາຜົນສຳເລັດ ໃນການຈັດຕັ້ງປະຕິບັດບົດບັນທຶກສັນຍາຂັ້ນສູງ ລະຫ່າງ ສອງແຂວງກວ້າງຈິ -ສະຫວັນນະເຂດ ໄລຍະ 2017-2019 ແລະ ເນື້ອໃນບົດບັນທຶກສັນຍາ ໄລຍະ 2020-2022. ປຸກລະດົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຈັດຕັ້ງປະຕິບັດເປັນຢ່າງດີ ບັນດາເນື້ອໃນຂອງສັນຍາ; ທັງສອງຝ່າຍເຫັນດີເປັນເອກະພາບສຶກສາຄົ້ນຄວ້າ ເພື່ອຂໍທິດຊີ້ນຳຂອງຄະນະປະຈຳພັກແຂວງສອງຝ່າຍກ່ຽວກັບການຮ່າງ ແລະ ພິມຈຳໜ່າຍປຶ້ມປະຫັວດສາດ ສາຍພົວພັນພິເສດ ກວ້າງຈິ-ສະຫວັນນະເຂດ.

ພິເສດ ໃນການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ຄະນະປະຕິບັດງານຄະນະໂຄສະນາແຂວງກວ້າງຈິ ໄດ້ມີການເຮັດວຽກ, ແລກປ່ຽນບົດຮຽນໃນການໂຄສະນາ ຜ່ານເຄືອຄ່າຍອິນເຕີແນັດ ເປັນຕົ້ນແມ່ນ: ສ້າງກຸ່ມນັກວິຊາການຂັ້ນແຂວງ; ສ້າງຖັນແຖວພະນັກງານຄູ່ຮ່ວມມືທຸກຂັ້ນ; ພື້ຖານວັດຖຸ, ພາຫະນະສຳຄັນໃນການຮັບໃຊ້ການເຄື່ອນໄຫວໂຄສະນາ. ພ້ອມກັນນັ້ນກໍ່ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສານສົມທົບວຽກງານໃນອານາຄົດ.

(ຫັດ​ທະ​ບູນ)

ເຫດການ