![]() |
ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກເລຂາພັກ ແຂວງເຈົ້າແຂວງສະຫວັນນະເຂດ.(ພາບ:ສະຫວັນພັດທະນາຂ່າວ)
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ກ່າວຕ້ອນຮັບ ຄະນະຜູ້ແທນຂັ້ນສູງຂອງນະ ຄອນດານັງທີ່ໄດ້ເດີນທາງມາ ພົບປະ ຢ້ຽມຢາມໃນຄັ້ງນີ້, ຈາກນັ້ນກໍ່ໄດ້ລາຍງານສະ ພາບການພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ສະຫວັນນະເຂດ ໃຫ້ຊາບໂດຍ ສັງເຂບ, ເຊິ່ງໃນນັ້ນຍັງໄດ້ຍົກ ໃຫ້ເຫັນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບຄວາມ ສາມັກຄີແພພິເສດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງເວົ້າ ລວມ, ເວົ້າສະເພາະແຂວງສະ ຫວັນນະເຂດ-ນະຄອນດານັງ ທີ່ມີການຮ່ວມມືແລກປ່ຽນບົດ ຮຽນເຊິ່ງກັນ ແລະກັນຕະຫຼອດ ມາ. ຈາກນັ້ນກໍ່ໄດ້ຍົກໃຫ້ເຫັນ ເຖິງສະພາບເງື່ອນໄຂທີ່ພົບກັບ ຄວາມຫຍຸ້ງຍາກໃນການພັດ ທະນາເປັນຕົ້ນປີ 2019 ແຂວງ ສະຫວັນນະເຂດໄດ້ປະເຊີນຜົນ ກະທົບທາງທຳມະຊາດທີ່ໄດ້ ເກີດຂຶ້ນເຊັ່ນ: ບັນຫາການລະ ບາດຂອງພະຍາດໄຂ້ເລືອດ ອອກ, ພະຍາດອະຫິວາໝູອາ ຟຣິກກາທີ່ລະບາດ, ພ້ອມກັນ ກໍ່ມີບັນຫາອຸທົກກະໄພ (ນ້ຳ ຖ້ວມໜັກ) ໃນຮອບຫຼາຍສິບປີ ເຊິ່ງມັນໄດ້ສົ່ງຜົນກະທົບ ຫຼາຍຢ່າງ ຕໍ່ກັບການພັດທະນາ. ເຖິງຢ່າງໃດກໍ່ຕາມ ສຳລັບການ ພົວພັນຮ່ວມມືລະຫວ່າງສອງ ແຂວງພວກເຮົາກໍ່ໄດ້ມີການ ຮ່ວມມືຢ່າງຕໍ່ເນື່ອງ ໂດຍສະ ເພາະ ວຽກງານພັດທະນາການ ສຶກສາ, ສາທາລະນະສຸກ ແລະ ວຽກງານອື່ນໆ ກໍ່ໄດ້ສືບຕໍ່ຮ່ວມ ມືກັນດ້ວຍຜົນສຳເລັດ.
![]() |
ທ່ານ ເຈື່ອງ ກວາງ ເຫງ້ຍ ກຳມະ ການສູນກາງພັກ ເລຂາພັກນະ ຄອນດານັງ ພ້ອມດ້ວຍທ່ານຮອງປະທານສະພາປະຊາຊົນ, ບັນດາພະແນກການຂອງນະ ຄອນດານັງ.(ພາບ:ສະຫວັນພັດທະນາຂ່າວ)
ທ່ານ ເຈື່ອງ ກວາງ ເຫງ້ຍ ໃນນາມຫົວໜ້າຄະນະກໍ່ໄດ້ ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນຂອງ ຄະນະນຳແຂວງສະຫວັນນະ ເຂດ, ຈາກນັ້ນກໍ່ໄດ້ຕີລາຄາ ຄືນການຮ່ວມມືໃນຕະຫຼອດ ໄລຍະຜ່ານມາໂດຍສະເພາະ ໃນຂອບການຮ່ວມມືຕາມ ບົດບັນທຶກທີ່ໄດ້ຕົກລົງກັນ ໃນໄລຍະແຕ່ປີ 2018-2022, ໂດຍທັງສອງຝ່າຍຈະໄດ້ ມີການແລກປ່ຽນໃນການໃຫ້ ທຶນດ້ານການສຶກສາ, ສາທາ ລະນະສຸກ ແລະການຖອດຖອນ ບົດຮຽນໃນດ້ານຕ່າງໆຕື່ມ ອີກ. ໂອກາດນີ້ກໍ່ໄດ້ມອບເງິນ ຈຳນວນ 200 ລ້ານດົງໃນ ການຊ່ວຍຟື້ນຟູວິກິດການທີ່ ເກີດຂຶ້ນ.
ໂອກາດດັ່ງກ່າວທາງຄະ ນະຜູ້ແທນນະຄອນດານັງກໍ່ໄດ້ ໄປຢ້ຽມຢາມເຂດເສດຖະກິດ ພິເສດສະຫວັນ-ເຊໂນຕື່ມອີກ./.
(ແຫຼ່ງຂໍ້ມູນ: ສະຫວັນພັດທະນາ ຂ່າວ)