ປະທານກຳມະການປະຊາຊົນແຂວງກວ້າງຈິ ຫງວ໋ຽນ ດຶກ ຈິງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

07:12 | 04/11/2019

ຍສໝ - ໃນຂອບເຂດການເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ, ວັນທີ 1 ພະຈິກ 2019, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງກວ້າງຈິ ທ່ານ ຫງວ໋ຽນ ດຶກ ຈີງ ແລະ ຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ. ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນແມ່ນ ກຳມະການສູນກາງພັກປະຊາຊົນລາວ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ.

ການນຳຂອງສອງແຂວງ ກວ້າງຈິ - ສະຫວັນນະເຂດ ໄດ້ແລກປ່ຽນສະພາບການຮ່ວມມືລະຫວ່າງສອງຝ່າຍ ທີ່ການພົບປະ, ການນຳທັງສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງແຂວງກວ້າງຈິ ແລະ ແຂວງສະຫວັນນະເຂດ. ການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງຄະນະຊີ້ນຳ ວຽກງານຊາຍແດນຂອງສອງແຂວງ ແມ່ນໄດ້ຮັບການຮັກສາເປັນປົກກະຕິຕໍ່ເນື່ອງ, ນຳມາເຊິ່ງໝາກຜົນຕົວຈິງ. ການປະສານສົມທົບການໂຄສະນາເຜີຍແຜ່ ແລະ ປຸກລະດົມປະຊາຊົນທັງສອງຝັ່ງຊາຍແດນໃຫ້ປະຕິບັດຕາມສົນທິສັນຍາ ແລະ ລະບຽບການທີ່ໄດ້ຍູ້ແຮງ, ໄດ້ຊ່ວຍໃຫ້ຈຳກັດສະຖານະການເຮັດໄຮ່, ເຮັດສວນ ແລະ ການອົບພະຍົບເຄື່ອນຍ້າຍໂດຍເສຍລີ.

ປະທານກຳມະການປະຊາຊົນແຂວງກວ້າງຈິ ຫງວ໋ຽນ ດຶກ ຈິງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ທ່ານ ຫງວ໋ຽນ ດຶກ ຈີງ ທ່ານ ສັນຕິພາບ ພົມວິຫານ ໃນກອງປະຊຸມ. (ພາບ: quangtritv.vn)

ເພື່ອແນໃສ່ຊຸກຍູ້ການພັດທະນາແລວເສດຖະກິດຕາເວັນອອກ - ຕາເວັນຕົກ ຕາມຂໍ້ຕົກລົງທີ່ໄດ້ເຊັນກັນລະຫວ່າງສອງຝ່າຍ, ແຂວງກວ້າງຈິ ໄດ້ປະຕິບັດຢ່າງຕັ້ງໜ້າແກ້ໄຂຫຼາຍວິທີການ, ລາຍງານຕໍ່ລັດຖະບານ ແລະ ບັນດາກະຊວງ, ຂະແໜງ ການສູນກາງເພື່ອແກ້ໄຂຄວາມຫຍຸ້ງຍາກ. ໃນຂົງເຂດ ແລະ ເຮັດໃຫ້ຂັ້ນຕອນການແລ່ນເອກະສານງ່າຍດາຍຂື້ນ, ກົນໄກກວດກາ ແລະ ຄວບຄຸມ ຢູ່ດ່ານຊາຍແດນລາວບາວ - ແດນສະຫວັນ ເພື່ອຂຸດຄົ້ນທ່າແຮງ ແລະ ຄວາມໄດ້ປຽບຂອງແລວທາງເສດຖະກິດຕາເວັນອອກຕາເວັນຕົກ. ຜູ້ນຳຂອງສອງແຂວງກໍ່ໄດ້ເຫັນດີເປັນເອກະພາບ ນຳກັນຈັດຕັ້ງປະຕິບັດເນື້ອໃນຂອງຂໍ້ຕົກລົງການຮ່ວມມື ລະຫວ່າງແຂວງກວ້າງຈິ - ແຂວງສະຫວັນນະເຂດໃນປີ 2020-2022; ບົດບັນທຶກການພົບປະເຈລະຈາ ປະຈຳປີກ່ຽວກັບວຽກງານຊາຍແດນລະຫວ່າງສອງແຂວງ. ໂດຍສະເພາະ, ແມ່ນຈະສືບຕໍ່ປະສານສົມທົບການຈັດຕັ້ງປະຕິບັດຢ່າງດີ "ອະນຸສັນຍາກ່ຽວກັບຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ"; "ຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຊາຍແດນຫວຽດນາມ - ລາວ". ປະສານສົມທົບ, ຕ້ານ ແລະ ສະກັດກັ້ນທຸກການກະທຳ ທີ່ຝ່າຝືນກົດໝາຍຊາຍແດນ, ລະເມີດລະບຽບຊາຍແດນ, ປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາຍແດນຢ່າງທັນການ.

ປະທານກຳມະການປະຊາຊົນແຂວງກວ້າງຈິ ຫງວ໋ຽນ ດຶກ ຈິງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ທັດສະນີຍະພາບ ກອງປະຊຸມ. (ພາບ: quangtritv.vn)

ເພີ່ມທະວີການຊີ້ນຳ ບັນດາອົງການຂອງທັງສອງຝ່າຍໃຫ້ສຳເລັດຂັ້ນຕອນໃນການອອກໃບຢັ້ງຢືນຖານະພົນລະເມືອງສັນຊາດ, ສຳມະໂນຄົວ ... ໃຫ້ຜູ້ອົບພະຍົບໂດຍເສລີ ແລະ ຜູ້ແຕ່ງດອງໂດຍທີ່ບໍ່ໄດ້ຮັບອະນຸຍາດ. ການຮ່ວມມືຄົ້ນຄ້ວາ, ກໍ່ສ້າງ ແລະ ພັດທະນາເຂດເສດຖະກິດ - ການຄ້າຮ່ວມລາວບາວ - ແດນສະຫວັນ ມີຄວາມໝັ້ນຄົງ, ໜ້າດຶງດູດ ແລະ ມີຢັ້ງຢືນ, ເປັນກຳລັງແຮງຊຸກຍູ້ການພັດທະນາການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງຫວຽດນາມ-ລາວ ເວົ້າລວມ ແລະ ແຂວງກວ້າງຈິ - ແຂວງສະຫວັນນະເຂດເວົ້າສະເພາະ.

(ຄຳຮຸ່ງ)

ເຫດການ