ຄະນະໂຄສະນາສຶກສາແຂວງກວາງຈິ ເຂົ້າພົບປະຢ້ຽມຢາມການນຳແຂວງສະຫວັນນະເຂດ

16:55 | 19/08/2019

ອາທິດທີ່ຜ່ານມາ, ທີ່ຫ້ອງວ່າການແຂວງສະຫວັນນະເຂດ ທ່ານ ປອ ໂພໄຊ ໄຊຍະສອນ ຮອງເລຂາພັກແຂວງ ຮອງເຈົ້າ ແຂວງສະຫວັນນະເຂດ ໄດ້ໃຫ້ການຕ້ອນຮັບ ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຫວັນນະເຂດ ຂອງທ່ານ ທ່ານ ໄຮ່ ດ້າຍ ນາມ ຄະ ນະປະຈຳພັກແຂວງ ຫົວໜ້າຄະ ນະໂຄສະນາສຶກສາແຂວງ ກວາງຈິ ສສ ຫວຽດນາມ.


ຄະນະໂຄສະນາສຶກສາແຂວງກວາງຈິ  ເຂົ້າພົບປະຢ້ຽມຢາມການນຳແຂວງສະຫວັນນະເຂດ

ບັນຍາກາດການຕ້ອນຮັບ ຄະນະຜູ້ແທນແຂວງກວ້າງຈິ ແຫ່ງ ສສ ຫວຽດນາມ.(ພາບ: ສະຫວັນພັດທະນາ ຂ່າວ)

ທ່ານ ໄຮ່ ດ້າຍ ນາມ ຄະ ນະປະຈຳພັກແຂວງ ຫົວໜ້າຄະ ນະໂຄສະນາສຶກສາແຂວງ ກວາງຈິ ສສ ຫວຽດນາມ ພ້ອມ ຄະນະໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ປອ ໂພໄຊ ໄຊຍະສອນ ຮອງເລຂາພັກແຂວງ ຮອງເຈົ້າ ແຂວງສະຫວັນນະເຂດ ທີ່ຫ້ອງ ຮັບແຂກຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ ໃນວັນ ທີ 14 ສິງຫາ 2019 ທີ່ຜ່ານ ມານີ້.ໃນໂອກາດນີ້, ທ່ານ ໄຮ່ ດ້າຍ ນາມ ກໍ່ໄດ້ລາຍງານໃຫ້ຮູ້ ເຖິງສະພາບການພັດທະນາ ເສດຖະກິດ-ສັງຄົມ ແລະທ່າແຮງຂອງການພັດທະນາຂອງ ແຂວງກວາງຈິ ໂດຍສະເພາະ ແມ່ນທາງດ້ານໄຟຟ້າ ແລະ ການປູກໄມ້ອຸດສາຫະກຳທີ່ມີ ຄວາມພົ້ນເດັ່ນກວ່າໝູ່ ຈາກນີ້ ທ່ານກໍ່ໄດ້ໃຫ້ຮູ້ເຖິງຈຸດປະສົງໃນການມາເຄື່ອນໄຫວຢ້ຽຢາມ ແລະເຮັດວຽກຢ່າງເປັນທາງ ການທີ່ແຂວງສະຫວັນນະເຂດ ກໍ່ເພື່ອເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນກັບຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ເຊິ່ງໃນການ ພົບປະຂອງທັງສອງແຂວງ ໃນຄັ້ງນີ້ ແມ່ນຈະໄດ້ມີການປຶກສາຫາລືໃນການສ້າງປຶ້ມປະຫວັດສາດແຫ່ງການພົວພັນຮ່ວມມືລະຫວ່າງສອງ ພັກສອງລັດລາວ-ຫວຽດນາມ ເວົ້າສະເພາະກໍ່ແມ່ນແຂວງ ກວາງຈິ ແລະແຂວງສະຫວັນ ນະເຂດ ພ້ອມທັງສ້າງແຜນ ການຮ່ວມມືກັນໃນຕໍ່ໜ້ານຳ ອີກ.

ຫຼັງຈາກນັ້ນ, ທ່ານຮອງ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ລາຍງານສະພາບການພັດ ທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຊາບ ເຊິ່ງໃນ ໄລຍະຜ່ານມມາ, ແຂວງສະຫວັນນະເຂດພວກເຮົາໄດ້ພົບ ກັບສະພາບຄວາມຫຍຸ້ງຍາກ ໃນຫຼາຍດ້ານ ເນື່ອງມາຈາກ ຫຼາຍສາເຫດທັງພາຍໃນ ແລະ ພາຍນອກ ແລະໃນປະຈຸບັນ ແຂວງພວກເຮົາກໍ່ໄດ້ພົບກັບ​ບັນ​ຫາການລະບາດຂອງ ພະຍາດໄຂ້ຍູງລາຍຢ່າງໜັກ ຕິດເປັນອັນດັບ 1 ຂອງປະເທດ ແລະມີຜູ້ເສຍຊີວິດຫຼາຍສົມ ຄວນທາງແຂວງກໍ່ພວມເລັ່ງ ສ້າງຂະບວນການຕ້ານພະຍາດດັ່ງກ່າວຢ່າງຕັ້ງໜ້າ ຈາກນີ້, ທ່ານ ປອ ໂພໄຊ ໄຊຍະສອນ ກໍ່ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການ ພັດທະນາຂອງແຂວງກວາງ ຈິທີ່ເຫັນວ່າໄດ້ມີການພັດທະນາຂຶ້ນຢ່າງຕໍ່ເນື່ອງ ພ້ອມນີ້ ທ່ານກໍ່ຂໍໃຫ້ການເດີນທາງ ມາເຮັດວຽກງານທີ່ແຂວງ ສະຫວັນນະເຂດໃນຄັ້ງນີ້ມີຜົນ ສຳເລັດຢ່າງຈົບງາມ.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ