ແຂວງ ຮ່າຕິ້ງແບ່ງປັນການປະຕິບັດວຽກງານປະຕິຮູບດ້ານການບໍລິຫານ ກັບແຂວງສະຫວັນນະເຂດ ສປປ. ລາວ

07:15 | 16/09/2019

ຍສໝ - ຕອນບ່າຍວັນທີ 13 ກັນຍາ, ຄະນະຜູ້ແທນແຂວງສະຫວັນນະເຂດ (ສປປລາວ) ໄດ້ມີການພົບປະແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບ ວຽກງານປະຕິຮູບດ້ານການບໍລິຫານ ໃນແຂວງຮ່າຕິ້ງ

ໃນຊຸມປີຜ່ານມາ, ແຂວງຮ່າຕີ໋ງ ໄດ້ມານະພະຍາຍາມຍູ້ໄວວຽກງານປະຕິຮູບດ້ານບໍລິຫານແນໃສ່ສ້າງເງື່ອນໄຂໃຫ້ບັນດາສ່ວນບຸກຄົນ, ອົງການຈັດຕັ້ງໃນວິວັດການປະຕິບັດລະບຽບການບໍລິຫານ, ນໍາແຂວງຮ່າຕີ໋ງ ບືນຂຶ້ນຢູ່ອັນດັບທີ 13 ໃນຕາຕະລາງດັດຊະນີປະຕິຮູບດ້ານບໍລິຫານ (PAR INDEX) ປີ 2018; ປະກອບສ່ວນປະຕິບັດບັນດາດັດຊະນີເສດຖະກິດ-ສັງຄົມຂອງແຂວງຮ່າຕີ໋ງ ໄດ້ຢ່າງມີໄຊ.

ແຂວງ ຮ່າຕິ້ງແບ່ງປັນການປະຕິບັດວຽກງານປະຕິຮູບດ້ານການບໍລິຫານ ກັບແຂວງສະຫວັນນະເຂດ ສປປ. ລາວ

ຜູ້ອຳ ນວຍການພະແນກແຜນການ ແລະ ການລົງທືນຂອງ ແຂວງສະຫວັນນະເຂດ ໄດ້ຕີລາຄາສູງຕໍ່ ໝາກຜົນການປະຕິຮູບດ້ານການບໍລິຫານຂອງ ແຂວງ ຮ່າຕິ້ງ. (ພາບ: baohatinh.vn)

ທີ່ການເຮັດວຽກ, ບັນດາສະມາຊິກຄະນະປະຕິບັດງານຂອງແຂວງສະຫວັນນະເຂດໄດ້ສະຫງວນເວລາສ່ວນຫຼາຍ ເພື່ອແລກປ່ຽນກ່ຽວກັບຂໍ້ມູນສໍາຄັນໃນວິວັດການກໍ່ສ້າງ ແລະການເຄື່ອນໄຫວຂອງສູນການປົກຄອງລັດຂອງແຂວງຮ່າຕີ໋ງ, ຄື: ການຈັດຕັ້ງປະຕິບັດແຜນຮ່າງສ້າງຕັ້ງສູນການປົກຄອງລັດຂອງແຂວງຮ່າຕີ໋ງ; ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການເຄື່ອນໄຫວຮັບເອົາ, ແກ້ໄຂລະບຽບການບໍລິຫານ; ທ່າທີຂອງພະນັກງານເຮັດວຽກຢູ່ສູນດັ່ງກ່າວ; ຂັ້ນຕອນການແກ້ໄຂລະບຽບການບໍລິຫານໃນສະພາບແວດລ້ອມທາງອິນເຕີແນັດ...

ແຂວງ ຮ່າຕິ້ງແບ່ງປັນການປະຕິບັດວຽກງານປະຕິຮູບດ້ານການບໍລິຫານ ກັບແຂວງສະຫວັນນະເຂດ ສປປ. ລາວ

ທ່ານ ວາລິຍະ ສີຈັນທອງທິບ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງສະຫວັນນະເຂດ, ປະເທດລາວ ມອບຂອງຂວັນທີ່ລະນຶກໃຫ້ແຂວງຮ່າຕີ໋ງ. (ພາບ: baohatinh.vn)

ພ້ອມກັນນັ້ນ, ແຂວງສະຫວັນນະເຂດ ກໍ່ຫວັງວ່າ, ແຂວງຮ່າຕີ໋ງ ຈະສ້າງເງື່ອນໄຂເພື່ອໃຫ້ບັນດາພະແນກ, ຄະນະ, ຂະແໜງການຂອງແຂວງສະຫວັນນະເຂດ ສືບຕໍ່ເຊື່ອມຕໍ່, ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກວ່າອີກ, ຜ່ານນັ້ນ, ຖອດຖອນບົດຮຽນ ຂອງແຂວງຮ່າຕີ໋ງ ໃນວິວັດການປະຕິບັດການປະຕິຮູບດ້ານບໍລິຫານ, ກໍ່ສ້າງສູນການປົກຄອງລັດຂອງແຂວງຮ່າຕີ໋ງ ຕື່ມອີກ...

ຄະນະປະຕິບັດງານແຂວງສະຫວັນນະເຂດ ຢືນຢັນວ່າ, ການປະຕິບັດງານຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາສະມາຊິກຊອກຮູ້, ຖອດຖອນບົດຮຽນພຶດຕິກໍາຕົວຈິງສໍາຄັນເພື່ອເປັນເສນາທິການກ່ຽວກັບວຽກງານປະຕິຮູບດ້ານບໍລິຫານເປັນຢ່າງດີກວ່າ.

(ຄຳຮຸ່ງ)

ເຫດການ