ພະແນກສາທາລະນະສຸກສອງແຂວງ ສະຫວັນນະເຂດ-ກວາງຈິ ສືບຕໍ່ຮ່ວມມືກັນຫຼາຍດ້ານ

07:04 | 26/09/2019

ພະແນກສາທາລະນະສຸກ 2 ແຂວງສະຫວັນນະເຂດ (ສປປ ລາວ) ແລະ ແຂວງກວາງຈິ (ສ.ສ ຫວຽດນາມ), ຕົກລົງເຫັນດີສືບຕໍ່ການຮັບ-ສົ່ງຄົນເຈັບ ຈາກແຂວງສະຫວັນນະເຂດ ໄປຫາແຂວງກວາງຈິ, ສືບຕໍ່ ກອງປະຊຸມວິຊາການປະຈຳ ໄຕມາດລະຫວ່າງ 3 ເມືອງຄື: ເມືອງເຊໂປນ, ເມືອງນອງ ຂອງແຂວງສະຫວັນນະເຂດ ແລະເມືອງເຮືອງຮວາ ແຂວງ ກວາງຈິ ໂດຍຜັດປ່ຽນກັນເປັນ ເຈົ້າພາບ. ສືບຕໍ່ໃຫ້ໂຮງໝໍທັງ ສອງແຂວງ ມີການຮ່ວມມື ແລກປ່ຽນບົດຮຽນດ້ານວິຊາ ການ. ສອງຝ່າຍເຫັນດີຊ່ວຍ ເຫຼືອໃນການປ້ອງກັນພະຍາດ ໄຂ້ມາເລເລຍ ແລະພະຍາດຕິດ ຕໍ່ອື່ນໆ ໃນກຸ່ມແຮງງານເຄື່ອນ ຍ້າຍ ແລະວຽກງານອື່ນໆ.


ພະແນກສາທາລະນະສຸກສອງແຂວງ ສະຫວັນນະເຂດ-ກວາງຈິ ສືບຕໍ່ຮ່ວມມືກັນຫຼາຍດ້ານ

ການພົບປະລະຫວ່າງຄະນະຜູ້ແທນຂັ້ນສູງຂອງພະແນກ ສາທາລະນະສຸກ 2 ແຂວງສະຫວັນນະເຂດ (ສປປ ລາວ) ແລະແຂວງກວາງຈິ (ສ.ສ ຫວຽດນາມ) ປີ 2019. (ພາບ: ສະຫວັນພັດທະນາຂ່າວ)

ການພົບປະລະຫວ່າງຄະນະຜູ້ແທນຂັ້ນສູງຂອງພະແນກ ສາທາລະນະສຸກ 2 ແຂວງສະຫວັນນະເຂດ (ສປປ ລາວ) ແລະແຂວງກວາງຈິ (ສ.ສ ຫວຽດນາມ) ໄດ້ຈັດຂຶ້ນຢ່າງ ເປັນທາງການ ໃນວັນທີ 19 ກັນຍາ 2019, ເຊິ່ງຄັ້ງນີ້ພະ ແນກສາທາລະນະສຸກແຂວງ ສະຫວັນນະເຂດ ເປັນເຈົ້າພາບ. ໂດຍຝ່າຍແຂວງສະຫວັນນະ ເຂດ ມີທ່ານ ດຣ ບົງສຸວັນພັນ ທະວົງສາ ຫົວໜ້າພະແນກສາ ທາລະນະສຸກແຂວງ ພ້ອມຄະ ນະ ແລະຂະແໜງການອ້ອມ ຂ້າງພະແນກເຂົ້າຮ່ວມ, ຝ່າຍ ແຂວງກວາງຈິງ ນຳໂດຍທ່ານ ດຣ ໄມ ນຳ ຮອງຫົວໜ້າພະ ແນກ ພ້ອມຄະນະ ແລະຂະແໜງ ການອ້ອມຂ້າງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ພະ ແນກສາທາລະນະສຸກ ທັງ 2 ແຂວງ, ໄດ້ຜັດປ່ຽນກັນລາຍ ງານການຈັດຕັ້ງປະຕິບັດການ ເຄື່ອນໄຫວວຽກງານສາທາ ລະນະສຸກ ປະຈຳປີ 2018 ແລະ 7 ເດືອນຂອງປີ 2019, ໂດຍສະເພາະພະຍາດຕິດຕໍ່ ແລະການຄວບຄຸມ, ຕີລາຄາ ການຈັດຕັ້ງປະຕິບັດບົດບັນ ທຶກຊ່ວຍຈຳຂອງສອງຝ່າຍ. ຈາກນັ້ນ, ໃນກອງປະຊຸມກໍ່ຍັງ ໄດ້ມີການສືບຕໍ່ຮ່ວມມືເປັນ ຕົ້ນ: ການແລກປ່ຽນຂໍ້ມູນຂ່າວ ສານການເຝົ້າລະວັງທາງ ດ້ານລະບາດວິທະຍາຕາມ ຂອບວຽກຂອງໂຄງການ NBDS ໃນຈຳນວນ 18 ພະຍາດ, ໃຫ້ມີການແລກປ່ຽນຕາມປົກກະຕິ, ສອງຝ່າຍຕົກລົງເຫັນດີສືບຕໍ່ການຮັບ-ສົ່ງຄົນເຈັບ ຈາກແຂວງສະຫວັນນະເຂດ ໄປຫາແຂວງກວາງຈິ, ສືບຕໍ່ ກອງປະຊຸມວິຊາການປະຈຳ ໄຕມາດລະຫວ່າງ 3 ເມືອງຄື: ເມືອງເຊໂປນ, ເມືອງນອງ ຂອງແຂວງສະຫວັນນະເຂດ ແລະເມືອງເຮືອງຮວາ ແຂວງ ກວາງຈິ ໂດຍຜັດປ່ຽນກັນເປັນ ເຈົ້າພາບ. ສືບຕໍ່ໃຫ້ໂຮງໝໍທັງ ສອງແຂວງ ມີການຮ່ວມມື ແລກປ່ຽນບົດຮຽນດ້ານວິຊາ ການ. ສອງຝ່າຍເຫັນດີຊ່ວຍ ເຫຼືອໃນການປ້ອງກັນພະຍາດ ໄຂ້ມາເລເລຍ ແລະພະຍາດຕິດ ຕໍ່ອື່ນໆ ໃນກຸ່ມແຮງງານເຄື່ອນ ຍ້າຍ ແລະວຽກງານອື່ນໆ.

ຈາກນັ້ນ, ທັງສອງຝ່າຍກໍ່ ໄດ້ມີການລົງນາມໃສ່ບົດບັນ ທຶກຊ່ວຍຈຳ ເຊິ່ງຝ່າຍແຂວງ ສະຫວັນນະເຂດ ນຳໂດຍທ່ານ ປອ ຕຽງຄຳ ປ້ອງວົງສາ ຮອງ ຫົວໜ້າພະແນກສາທາລະນະ ສຸກແຂວງ ແລະຝ່າຍແຂວງ ກວາງຈິ ໂດຍທ່ານ ດຣ ໄມ ນຳ ຮອງຫົວໜ້າພະແນກສາທາລະ ນະສຸກແຂວງ ໂດຍຊ້ອງໜ້າຄະ ນະຜູ້ແທນທັງສອງຝ່າຍຮ່ວມ ເປັນສັກຂີພະຍານໃນຄັ້ງນີ້ດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ