ຜູ້ແທນແນວໂຮມປະເທດຊາດແຂວງກວາງຈິ ເດີນທາງຢ້ຽມຢາມ ແລະເຮັດວຽກ ທີ່ແຂວງສະຫວັນນະເຂດ

14:30 | 03/09/2019

ຄະນະຜູ້ແທນຄະນະກຳມະ ການແນວໂຮມປະເທດຊາດ ແຂວງວາງຈິ ສສ ຫວຽດ ນາມ ນຳໂດຍສະຫາຍ ນາງ ເລ ທິລານເຮືອງຄະນະປະຈຳພັກ ແຂວງ ປະທານຄະນະກຳມະ ການແນວໂຮມປະເທດຊາດ ແຂວງກວາງຈິໄດ້ເຂົ້າຢ້ຽມ ຂ່ຳນັບສະຫາຍ ປອ ໂພໄຊ ໄຊຍະສອນ ກຳມະການສຳ ຮອງສູນກາງພັກ ຮອງເລຂາ ພັກແຂວງ ຮອງເຈົ້າແຂວງສະ ຫວັນນະເຂດ ໃນວັນທີ 27 ສິງ ຫາ 2019 ທີ່ຫ້ອງຮັບແຂກ ຫ້ອງວ່າການປົກຄອງແຂວງ ໂດຍມີສະຫາຍ ສົມເພັດ ອິນທະ ທິລາດ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງຈຳນວນໜຶ່ງຂອງແຂວງເຂົ້າຮ່ວມຕ້ອນຮັບນຳ.

ຜູ້ແທນແນວໂຮມປະເທດຊາດແຂວງກວາງຈິ ເດີນທາງຢ້ຽມຢາມ ແລະເຮັດວຽກ ທີ່ແຂວງສະຫວັນນະເຂດ

ສະຫາຍ ນາງ ເລ ທິລານເຮືອງຄະນະປະຈຳພັກ ແຂວງ ປະທານຄະນະກຳມະ ການແນວໂຮມປະເທດຊາດ ແຂວງກວາງຈິ ແລະ ສະຫາຍ ປອ ໂພໄຊ ໄຊຍະສອນ ກຳມະການສຳ ຮອງສູນກາງພັກ ຮອງເລຂາ ພັກແຂວງ ຮອງເຈົ້າແຂວງສະ ຫວັນນະເຂດ.(ພາບ: ສະຫວັນພັດທະນາຂ່າວ)

ໂອກາດນີ້, ສະຫາຍ ນາງ ເລຖີ້ລານເຮືອງ ກໍ່ໄດ້ລາຍງານ ສະພາບການໂດຍຫຍໍ້ຂອງ ການພັດທະນາເສດຖະກິດ -ສັງຄົມຂອງແຂວງກວາງຈິ ຕະຫຼອດເຖິງ ຈຸດປະສົງໃນການ ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກທີ່ແຂວງສະຫວັນ ນະເຂດໃນຄັ້ງນີ້ ກໍ່ເພື່ອມາຮ່ວມ ກອງປະຊຸມພົບປະແລກປ່ຽນ ບົດຮຽນເຊິ່ງກັນ ແລະກັນກັບ ແນວລາວສ້າງຊາດແຂວງ ສະຫວັນນະເຂດ ຈາກນັ້ນ, ສະ ຫາຍຮອງເລຂາພັກແຂວງກໍ່ ໄດ້ກ່າວສະແດງຄວາມຕ້ອນ ຮັບ ພ້ອມທັງລາຍງານໂດຍສັງ ເຂບກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມ, ສະພາບ ການພົ້ນເດັ່ນຂອງແຂວງສະ ຫວັນນະເຂດ ໂດຍສະເພາະ ແມ່ນໃນປະຈຸບັນແຂວງພວກ ເຮົາ ໄດ້ມີການລະບາດຂອງພະ ຍາດໄຂ້ຍູງລາຍ ຊຶ່ງຕິດໃນອັນ ດັບ 1 ຂອງປະເທດ ແລະກໍ່ມີປະ ຊາຊົນເສຍຊີວິດຫຼາຍສົມຄວນ ສະນັ້ນ ຈິ່ງຮຽກຮ້ອງໃຫ້ຄະນະ ຜູ້ແທນຄະນະກຳມະການແນວ ໂຮມປະເທດຊາດທີ່ເດີນທາງ ມາໃນຄັ້ງນີ້ ຈົ່ງໄດ້ມີຄວາມລະ ມັດລະວັງເພາະພະຍາດດັ່ງ ກ່າວແມ່ນແຜ່ລະບາດຢ່າງ ກວ້າງຂວາງ ພ້ອມນີ້ທ່ານຍັງ ໄດ້ໃຫ້ຮູ້ຕື່ມອີກວ່າ: ເມື່ອບໍ່ດົນ ມານີ້, ກໍ່ມີຄະນະຜູ້ແທນຄະ ນະໂຄສະນາສຶກສາແຂວງ ກວາງຈິ ເດີນທາງມາຮ່ວມ ເຮັດ ວຽກກັບແຂວງສະຫວັນນະ ເຂດ ຊຶ່ງທາງແຂວງພວກເຮົາ ກໍ່ໄດ້ບົດຮຽນໃໝ່ຫຼາຍດ້ານ ແລະອີກ​ເທື່ອ​ໜຶ່ງກໍ່ຫວັງວ່າ ການເດີນທາງມາຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ ແທນຄະນະກຳມະການແນວ ໂຮມປະເທດຊາດແຂວງກວາງ ຈິໃນຄັ້ງນີ້ແຂວງສະຫວັນນະ ເຂດພວກເຮົາຈະໄດ້ມີບົດ ຮຽນໃໝ່ໆ ເພື່ອພັດທະນາວຽກ ງານວິຊາສະເພາະຂອງຕົນ ໃຫ້ສືບຕໍ່ມີການ ພັດທະນາດີຂຶ້ນ ກວ່າເກົ່າ./.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ທ່ານອາດຈະມັກ

ເຫດການ