ເລີ້ມແລ້ວ ງານແຂ່ງຂັນຊ່ວງເຮືອເມືອງນໍ້າບາກປີ 2019

13:59 | 16/08/2019

ວັນທີ 15 ສິງຫາ 2019 ທີ່ທ່ານໍ້າບາກ ບ້ານໂພນສະອາດ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ ໂດຍການເປັນປະທານຂອງທ່ານ ສົມພອນ ສີອຸດົມພັນ ເຈົ້າເມືອງນໍ້າບາກ ແລະ ໃຫ້ກຽດເຂົ້າຮ່ວມຊົມຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ,ມີຕາງໜ້າຈາກແຂວງ,ເມືອງ ພ້ອມດ້ວຍການນໍາຂອງເມືອງ,ແຂກທັງພາຍໃນ ແລະ ຕ່າງເມືອງ ຕະຫຼອດຮອດປະຊາຊົນຮ່ວມຊົມຢ່າງຄັບຄາໜາແໜ້ນຕາມສອງຝັ່ງນໍ້າບາກ.

ເລີ້ມແລ້ວ ງານແຂ່ງຂັນຊ່ວງເຮືອເມືອງນໍ້າບາກປີ 2019

ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ແລະ ທ່ານ ສົມພອນ ສີອຸດົມພັນ ໄດ້ໃຫ້ກຽດຕັດແຖບຜ້າງານແຂ່ງຂັນຊ່ວງເຮືອເມືອງນໍ້າບາກປະຈໍາປີ 2019.(ພາບ:ຂ່າວສານຫຼວງພະບາງ)


ພິທີໄດ້ເລີ້ມຂື້ນເວລາ 11.00 ໂມງ ໂດຍມີທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ແລະ ທ່ານ ສົມພອນ ສີອຸດົມພັນ ໄດ້ໃຫ້ກຽດຕັດແຖບຜ້າງານແຂ່ງຂັນຊ່ວງເຮືອເມືອງນໍ້າບາກປະຈໍາປີ 2019, ຈາກນັ້ນບັນດາເຮືອຊ່ວງແລະສີພາຍກໍ່ໄດ້ເລີ້ມແຂ່ງຂັນຢ່າງເປັນທາງການ. ໂດຍການພົບກັນລະຫວ່າງແຊ້ມເກົ່າປີ 2018 ບ້ານຟ້າພົບກັບບ້ານບົມແຊ້ມເກົ່າປີ 2017. ສໍາລັບເຮືອຊ່ວງທີ່ເຂົ້າແຂ່ງຂັນໃນປີນີ້ມີທັງໝົດ 12 ລໍາ, ແຂ່ງຂັນກັນ 25-36 ລ່ອງ, ໃນນີ້ມີເຮືອຊ່ວງເຄີ່ງປະເພນີ 9 ລໍາ ແລະ ເຮືອສູດຫຼືເຮືອດັດແປງ 3 ລໍາ. ແບ່ງເປັນ 2 ສາຍ, ແຕ່ລະສາຍແມ່ນແຂ່ງພົບກັນໝົດພາຍໃນສາຍ,ແລ້ວເລືອກເອົາທີ່ 1 ແລະ ທີ 2 ຂອງແຕ່ລະສາຍເຂົ້າຮອບ 4 ທິມ, ເຮືອລໍາໃດໄດ້ຊະນະກໍຈະໄປຊິງເອົາທີ່ 1-2 ແລະ ເຮືອທີເສຍແມ່ນໄປຊິງທີ 3-4. ລາຍຊື່ເຮືອຂອງແຕ່ລະບ້ານທີເຂົ້າແຂ່ງຂັນມີ: ສາຍ ກ.ມີບ້ານຟ້າ,ບ້ານບົມ,ໂພນສະອາດ,ບ້ານລີ່ ແລະ ບ້ານໂນໄຊ,ສາຍ ຂ.ມີ: ບ້ານນະຄອນ,ບ້ານໂຄ້ງ,ບ້ານປາກມອງ ແລະ ບ້ານນໍ້າລາ.ສ່ວນເຮືອສູດມີ: ບ້ານໂພນສະອາດ,ບ້ານລີ່ ແລະ ສະຖາບັນຍຸດຕິທໍາພາກເໜືອ.
ສຳລັບລາງວັນ ທີ 1 ຂັນຊະນະເລີຍ 1 ໝ່ວຍ ພ້ອມດ້ວຍຂັນເງິນປະຈຳປີ 500 ກຼາມ, ທີ 2 ຂັນເງິນ ໜັກ 250 ກຼາມ ແລະ ທີ 3 ຂັນເງິນ 1 ໜ່ວຍ.

ພາບບັນຍາກາດການແຂ່ງຂັນ:

ເລີ້ມແລ້ວ ງານແຂ່ງຂັນຊ່ວງເຮືອເມືອງນໍ້າບາກປີ 2019

ເລີ້ມແລ້ວ ງານແຂ່ງຂັນຊ່ວງເຮືອເມືອງນໍ້າບາກປີ 2019

ເລີ້ມແລ້ວ ງານແຂ່ງຂັນຊ່ວງເຮືອເມືອງນໍ້າບາກປີ 2019

ງານແຂ່ງຂັນເຮືອຊ່ວງນ້ຳບາກ ປີ 2019.

(ແຫຼ່ງ​ຂໍ້​ມູນ​: ເພັດສາຄອນ ສິມມະວົງ/ຂ່າວສານຫຼວງພະບາງ)

ເຫດການ
302 Found

Found

The document has moved here.