ຄະນະປະຈຳພັກແຂວງກວ້າງຈິ ພົບປະ-ໂອ້ລົມ ກັບ ຄະນະປະຕິບັດງານສະຫະພັນແຮງງານແຂວງສະຫວັນນະເຂດ ແຫ່ງ ສປປ ລາວ

17:08 | 14/08/2019

ຍສໝ - ໃນໂອກາດທີ່ຄະນະຜູ້ແທນ ສະຫະພັນ ກຳມະບານແຂວງສະຫວັນນະເຂດ (ສປປ ລາວ) ນຳໂດຍ ທ່ານ ບຸນລຽນ ຈັນວັນເພັງ ປະທານ ຄະນະກຳມະການປະຊາຊົນແຂວງສະຫວັນນະເຂດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງຈິ, ຕອນເຊົ້າວັນທີ 14 ສິງຫາ 2019, ຮອງເລຂາຄະນະປະຈຳພັກແຂວງ ທ່ານ ຫງວ໋ຽນ ດັງ ກວາງ ໄດ້ມີກອງປະຊຸມພົບປະໂອ້ລົມ ແລະ ຕ້ອນຮັບຄະນະ.

ຄະນະປະຈຳພັກແຂວງກວ້າງຈິ ພົບປະ-ໂອ້ລົມ ກັບ ຄະນະປະຕິບັດງານສະຫະພັນແຮງງານແຂວງສະຫວັນນະເຂດ ແຫ່ງ ສປປ ລາວ

ຄະນະປະຕິບັດງານ ສະຫະພັນກຳມະບານແຂວງສະຫວັນນະເຂດ ໄດ້ມອບຮູບແຕ້ມທີ່ລະລຶກໃຫ້ແກ່ແຂວງກວ້າງຈິ.(ພາບ:baoquangtri.vn)

ທີ່ກອງປະຊຸມພົບປະ ແລະ ການຕ້ອນຮັບ, ທ່ານເລຂາຄະນະປະຈຳພັກແຂວງ ຫງວ໋ຽນ ດັງ ກວາງ ໄດ້ສະແດງຄວາມຍິນດີ ຊົມເຊີຍ ທີ່ໄດ້ຮັບກຽດຕ້ອນຮັບ ຄະນະຜູ້ແທນ ສະຫະພັນກຳມະບານແຂວງສະຫວັນນະເຂດ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງຈິ ແລະ ສະຫຼຸບລາຍງານໂດຍສັງເຂບ ກ່ຽວກັບສະພາບເສດຖະກິດ - ສັງຄົມ. , ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ພາຍໃນແຂວງກວ້າງຈິ ໃນຊຸມປີມໍ່ໆມານີ້. ນອກນັ້ນ, ຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XVI ຂອງພັກແຂວງ ກວ້າງຈິ ໄດ້ສຸມໃສ່ເຮັດວຽກງານການວາງແຜນທີ່ດີ, ນຳສະເໜີກົນໄກ ທີໂປ່ງໃສ ເພື່ອດຶງດູດບັນດາໂຄງການລົງທຶນ ເພື່ອພັດທະນາເສດຖະກິດ, ພ້ອມກັນນັ້ນ, ສຸມໃສ່ການປະຕິຮູບດ້ານການບໍລິຫານ, ຍົກສູງລະດັບດັດສະນີແກ່ງແຍ້ງຂັ້ນແຂວງ, ສ້າງເງື່ອນໄຂໃຫ້ນັກທຸລະກິດມີການພັດທະນາ.

ດ້ວຍຫຼາຍວິທີແກ້ໄຂທີ່ເປັນເອກະພາບກັນ ແລະ ການເຂົ້າຮ່ວມຂອງ ລະບົບການເມືອງ, ເສດຖະກິດ, ສັງຄົມ ພາຍໃນແຂວງມີໝາກຜົນອັນຕັ້ງໜ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາຢ່າງໝັ້ນແກ່ນ. ປະຈຸບັນແຂວງກວ້າງຈິ ສາມາດດຶງດູດໄດ້ຫຼາຍໂຄງການ-ການລົງທຶນ ຂອງແຂວງ. ວິສາຫະກິດບໍ່ພຽງຈະສາມາດ ປະກອບສ່ວນ ສຳຄັນເຂົ້າໃນການຈັດເກັບງົບປະມານ ແຕ່ຫາກຍັງສ້າງວຽກເຮັດງານທຳ ໃຫ້ແກ່ແຮງງານເປັນຈຳນວນຫຼວງຫຼາຍ, ເຂົ້າຮ່ວມຢ່າງຕັ້ງໜ້າ ເຂົ້າໃນບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນ.

ເວົ້າລວມແລ້ວ, ການຈັດຕັ້ງຂອງສະຫະພັນກຳມະບານ, ໂດຍສະເພາະສະຫະພັນກຳມະບານ ຢູ່ໃນວິສາຫະກິດ ປະສານສົມທົບຢ່າງແໜ້ນແຟ້ນ ແລະ ຢ່າງໃກ້ຊິດ ກັບ ຂັ້ນສະຫະພັນກຳມະບານ ແລະ ເຈົ້າຂອງວິສາຫະກິດ, ເຈົ້າຂອງກິດຈະການ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແຮງງານ, ສ້າງແຮງຈູງໃຈ ໃຫ້ແກ່ພະນັກງານ ຂະຫຍັນຂັນແຂງ, ແຂ່ງຂັນການຜະລິດ, ປະກອບສ່ວນໃນການສົ່ງເສີມວິສາຫະກິດພັດທະນາ. ຍ້ອນແນວນັ້ນ, ບັນດາຂົງເຂດອຸດສາຫະກຳ, ກໍ່ສ້າງ, ຄົມມະນາຄົມ, ການຄ້າການທ່ອງທ່ຽວ ພາຍໃນແຂວງມີສະຖຽນລະພາບ, ໝັ້ນຄົງ ແລະ ພັດທະນາ. ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງກຳມະກອນຊາວຜູ້ອອກແຮງງານ ໄດ້ຮັບການປັບປຸງໃຫ້ດີຂື້ນຢ່າງຫຼວງຫຼາຍ.

ຮອງເລຂາຄະນະປະຈຳພັກແຂວງ ຫງວ໋ຽນ ດັງ ກວາງ ຫວັງເປັນຢ່າງຍິ່ງວ່າ: ຜ່ານການແລກປ່ຽນປະສົບການ ດ້ວຍຄວາມຈິງໃຈ ແລະ ແບ່ງປັນປະສົບການ ໃນກອງປະຊຸມພົບປະແລກປ່ຽນໃນອານາຄົດ, ສະຫະພັນກຳມະບານແຂວງສະຫວັນນະເຂດ ແລະ ສະມາພັນແຮງງານແຂວງກວ້າງຈິ ຈະຮ່ວມກັນສ້າງສະຫະພັນຂອງສອງຝ່າຍໃຫ້ນັບມື້ນັບ ເຂັ້ມແຂງ; ອວຍພອນໃຫ້ກຳດຳເດີນງານເຮັດວຽກ, ແລກປ່ຽນປະສົບການຂອງສະຫະພັນກຳມະບານແຂວງສະຫວັນນະເຂດ ປະສົບຜົນສຳເລັດ ອັນດີງາມ, ປະກອບສ່ວນຮັກສາ ແລະ ພັດທະນາສາຍພົວພັນຫວຽດນາມ - ລາວ ໃຫ້ຍືນຍົງ.

ທ່ານ ບຸນລຽ້ງ ຈັນວັນເພັງ ປະທານ ສະຫະພັນກຳມະບານ ແຂວງສະຫວັນນະເຂດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ໄມຕີຈິດ ແລະ ການສະຫຼຸບລາຍງານກ່ຽວກັບຂໍ້ມູນຂ່າວສານ ກ່ຽວກັບສະພາບເສດຖະກິດ - ສັງຄົມ, ການປ້ອງກັນຊາດ ແລະ ຄວາມໝັ້ນຄົງຂອງທ້ອງຖິ່ນ ຂອງຄະນະປະຈຳພັກແຂວງກວ້າງຈິ ທີ່ມອບໃຫ້ຄະນະ. ທ່ານ ບຸນລຽ້ງ ຈັນວັນເພັງ ຍັງໃຫ້ຮູ້ຕື່ມວ່າ: ກ່ອນໜ້ານັ້ນ, ຄະນະໄດ້ໄປຢ້ຽມຢາມ ວິສາຫກະກິດ ແລະ ຫົວ ໜ່ວຍ ຈຳນວນໜຶ່ງ ຢູ່ ແຂວງກວ້າງຈິ ເພື່ອຊອກຮູ້ກ່ຽວກັບວຽກງານ ສະຫະພັນກຳມະບານທ້ອງຖິ່ນ. ໃນຄວາມເປັນຈິງແລ້ວ, ບັນດາສະຫະພັນກຳມະບານ ຢູ່ ວິສາຫະກິດ ແລະ ຫົວໜ່ວຍ ຢູ່ ແຂວງກວ້າງຈິ, ມີຄວາມສົນໃຈ ແລະ ປະຕິບັດ່ຢ່າງຄົບຖ້ວນສິດ ແລະ ຜົນປະໂຫຍດອັນຊອບທຳຕາມລະບຽບກົດໝາຍ ຂອງກຳມະກອນຜູ້ອອກແຮງງານ. ທ່ານຫວັງເປັນຢ່າງຍິ່ງວ່າ: ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງຈິ, ຄະນະຜູ້ແທນສະຫະພັນກຳມະບານແຂວງສະຫວັນນະເຂດ ຈະຖອດຖອນບົດຮຽນກໍ່ຄືປະສົບການໃນຫຼາຍຂົງເຂດ, ໂດຍສະເພາະແມ່ນສະຫະພັນກຳມະບານ.

(ຫັດ​ທະ​ບູນ)