ຄຽງຄູ່ກັນນັ້ນ, ໃຫ້ຄະນະນຳຂອງແຂວງ ກໍຄື ຂະແໜງການທີ່ກ່ຽວຂ້ອງ ສຸມໃສ່ວຽກງານຟື້ນຟູໄພ ພິບັດ ໂດຍເນັ້ນໃສ່ຂະແໜງກະສິກຳເປັນຫລັກ ໃຫ້ສະໜອງແນວພັນເຂົ້າ, ແນວພັນພືດ, ແນວພັນສັດ ແລະ ເຂົ້າກິນ ໃຫ້ປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມ ຢ່າງຮີບດ່ວນ ແລະ ໃຫ້ສືບຕໍ່ປັບປຸງພື້ນຖານ ໂຄງລ່າງເປັນຕົ້ນ ເສັ້ນທາງ, ຂົວ, ໂຮງຮຽນ ແລະ ສຸກສາລາຕ່າງໆ ທີ່ໄດ້ຮັບຜົນກະທົບ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
![]() |
ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ພົບປະກັບປະຊາຊົນບ້ານກອງປະທຸມວັນ ເມືອງຊົນນະບູລີ ແຂວງສະຫວັນນະເຂດ.(ພາບ:ຂປລ)
ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຮັບຟັງການລາຍງານ ສະພາບການພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງໂດຍຫຍໍ້ຈາກທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ເຊິ່ງໄດ້ຍົກໃຫ້ເຫັນ ໃນ 9 ເດືອນຕົ້ນປີນີ້ GDP ເສດຖະກິດຂະຫຍາຍຕົວໃນລະດັບ 8% (ແຜນ 9,5%) ມີມູນຄ່າ 12.148 ຕື້ກວ່າກີບ, ເທົ່າກັບ 63,98% ຂອງແຜນການ(ແຜນ 18.987,7 ຕື້ກີບ).ໃນນັ້ນ, ກະສິກໍາເພີ່ມຂຶ້ນ 9,86% ກວມ 17,61%, ອຸດສະຫະກຳເພີ່ມຂຶ້ນ 7,88% ກວມ 45,12%, ຂະແໜງບໍລິການເພີ່ມຂຶ້ນ 7,31% ກວມ 37,27%, ສະເລ່ຍໃສ່ຫົວຄົນໄດ້ 1.362 ໂດລາສະຫະລັດ. ໂດຍລວມແລ້ວການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ຍັງໄປຕາມທິດການຫັນ ເປັນອຸດສາຫະກຳແລະ ທັນສະໄໝເທື່ອລະກ້າວ ເຊິ່ງຂະແໜງອຸດສາຫະກຳປຸງແຕ່ງ ເປັນຕົວຊຸກຍູ້ເສດຖະກິດ ເປັນຕົ້ນໂລຫະທອງແດງ, ເຫຍື່ອເຈ້ຍ, ຢາສູບ ແລະ ອຸປະກອນພາບດີຈີຕອນ.
ສ່ວນຜົນເສຍຫາຍ ຈາກໄພນ້ຳຖ້ວມໃນຄັ້ງນີ້, ມີ 11 ເມືອງໄດ້ຮັບຜົນກະທົບ (ໜັກກ່ອນໝູ່ແມ່ນເມືອງຈຳພອນ, ເມືອງສອງຄອນ ແລະ ຊົນນະບູລີ), ມີບ້ານຖືກນ້ຳຖ້ວມທັງໜົດ 178 ບ້ານ, 17.100ກວ່າຄອບຄົວ, ມີຜູ້ເສຍຊີວິດ 4 ຄົນ, ເຮືອນຊານຂອງປະຊາຊົນຈຳນວນໜຶ່ງ ຖືກນ້ຳໄຫລຊຸ, ເປ່ເພ, ເລົ້າເຂົ້າ 7.500 ກວ່າຫລັງ, ຖ້ວມວັດ 62 ແຫ່ງ, ຕະຫລາດ 4 ແຫ່ງ, ໂຮງສີເຂົ້າ 47 ໂຮງ, ຮ້ານຂາຍ ເຄື່ອງ 369 ຮ້ານ, ປໍ້ານໍ້າມັນ 7 ແຫ່ງ ແລະ ອື່ນໆ; ເນື້ອທີ່ນາປີຖືກຖ້ວມ ເສຍຫາຍຕົວຈິງ 40.500 ກວ່າເຮັກຕາ, ລະບົບຊົນລະປະທານ 102 ໂຄງການ, ໜອງປາ 2.882 ໜອງ, ສັດລ້ຽງຂອງປະຊາຊົນຕາຍ ແລະ ສູນຫາຍ ເປັນຈຳນວນຫລາຍ; ເສັ້ນທາງເປ່ເພ-ເສຍຫາຍຫລາຍກວ່າ 54 ເສັ້ນ, ຖືກນ້ຳເຊາະເຈື່ອນ, ຂົວເປ່ເພ-ຍຸບລົງ, ໂຮງຮຽນ 165 ແຫ່ງຖືກນ້ຳຖ້ວມ, ສຸກສາລາ 8 ແຫ່ງ, ນ້ຳສ້າງ, ນ້ຳບາດານ 659 ໜ່ວຍ ແລະ ວິດຖ່າຍຫລາຍພັນໜ່ວຍຖືກນ້ຳຖ້ວມ.
ໃນໂອກາດດຽວກັນ ທ່ານ ສອນໄຊ ສີພັນດອນ ຍັງໄດ້ມອບເງິນ ຈຳນວນ 100 ລ້ານກີບ ໃຫ້ເຈົ້າແຂວງສະຫວັນນະເຂດ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢ່າງທົ່ວເຖິງ ແລະ ທັນການ.
(ແຫຼ່ງຂໍ້ມູນ: ຂປລ)