ສະຫວັນນະເຂດ-ໂຮ່ຈິມິນ ຮ່ວມກັນຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ຢູ່ສະຫວັນ-ໄອເຕັກ

06:00 | 02/10/2019

ທ້າຍອາທິດທີ່ຜ່ານມາ, ທີ່ສູນການຄ້າສະຫວັນ-ໄອເຕັກ ແຂວງ ສະຫວັນນະເຂດ, ໂດຍແມ່ນສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈິມິນ ສ.ສ ຫວຽດນາມ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກສະຖານ ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ແລະ ສະຖານ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ຮ່ວມກັນຈັດຂຶ້ນ.

ສະຫວັນນະເຂດ-ໂຮ່ຈິມິນ ຮ່ວມກັນຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ຢູ່ສະຫວັນ-ໄອເຕັກ

ພິທີໄຂງານຕະຫຼາດນັດວາງສະແດງສິນຄ້າ ສະຫວັນນະເຂດ - ນະຄອນໂຮ່ຈິມິນ ຄັ້ງທີ III ປີ 2019.(ພາບ:ສະຫວັນພັດທະນາຂ່າວ)

ພິທີໄຂງານຕະຫຼາດນັດວາງສະແດງສິນຄ້າ ສະຫວັນນະເຂດ (ສປປ ລາວ) - ນະຄອນໂຮ່ຈິມິນ (ສສ ຫວຽດນາມ) ຄັ້ງທີ III ປີ 2019 ເພື່ອສົ່ງເສີມການຄ້າ-ການບໍລິການ ແລະການທ່ອງ ທ່ຽວ, ໄດ້ຈັດຂຶ້ນໃນຕອນແລງວັນ ທີ 25 ກັນຍາ 2019 ທີ່ສູນ ການຄ້າສະຫວັນ-ໄອເຕັກ ແຂວງ ສະຫວັນນະເຂດ, ໂດຍແມ່ນສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈິມິນ ສສ ຫວຽດນາມ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະ ເຂດ ສປປ ລາວ ໂດຍໄດ້ຮັບການ ສະໜັບສະໜູນຈາກສະຖານ ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ແລະ ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ຮ່ວມກັນຈັດຂຶ້ນ, ເຂົ້າຮ່ວມໃນພິທີມີ ທ່ານ ທ່ອນແກ້ວ ພຸດທະໄກ ຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ພົມມາ ແກ້ວ ມີໄຊ ກົງສຸນໃຫຍ່ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ສສ ຫວຽດ ນາມ, ທ່ານ ຫວູ ແອັງ ຢຸງ ກົງສຸນໃຫຍ່ ສ.ສ ຫວຽດນາມປະ ຈຳແຂວງສະຫວັນນະເຂດ, ມີ ທ່ານຮອງຫົວໜ້າກົມສົ່ງເສີມ ການຄ້າ, ທ່ານທູດການຄ້າສະ ຖານທູດແຫ່ງ ສ.ສ ຫວຽດນາມ ປະຈຳຢູ່ ສປປ ລາວ, ມີພະແນກ ອຸດສາຫະກຳ-ການຄ້າແຂວງ ສະຫວັນນະເຂດ ແລະນະຄອນ ໂຮ່ຈິມິນ ແລະພະແນກການຕ່າງໆ ອ້ອມຂ້າງແຂວງ, ພາກສ່ວນຜູ້ ປະກອບການ ແລະນັກທຸລະກິດ ເຂົ້າຮ່ວມ.

ສະຫວັນນະເຂດ-ໂຮ່ຈິມິນ ຮ່ວມກັນຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ຢູ່ສະຫວັນ-ໄອເຕັກ

ຄະນະຜູ້ແທນລາວ ແລະ ຫວຽດນາມ ຢ້ຽມຢາມຫ້າງຮ້ານຕ່າງໆ.(ພາບ: ສະຫວັນພັດທະນາຂ່າວ)

ທ່ານ ຝ້າມ ທຽດ ຮວາ ຫົວ ໜ້າສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈິມິນ ກ່າວວ່າ: ງານດັ່ງກ່າວນີ້ແມ່ນເປັນການ ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບການຮ່ວມມືລະຫວ່າງນະຄອນໂຮ່ຈິມິນກັບ ແຂວງສະຫວັນນະເຂດ, ທັງເປີດໂອກາດໃຫ້ພາກສ່ວນນັກທຸລະກິດ, ວິສາຫະກິດ 2 ປະເທດ ໄດ້ມີການພົບປະແລກປ່ຽນ ແລະ ຊອກຫາຄູ່ຮ່ວມມືພົວພັນດ້ານການຄ້າໃຫ້ກວ້າງອອກບໍ່ສະເພາະແຕ່ແຂວງສະຫວັນນະເຂດ ເທົ່ານັ້ນຫາກຍັງກວມເອົາບັນດາ ແຂວງພາກໃຕ້ຂອງລາວອີກດ້ວຍ. ທ່ານກ່າວຕື່ມວ່າ: ໃນປີ 2017 ແລະ2018 ສູນສົ່ງເສີມການຄ້າການລົງທຶນນະຄອນ ໂຮ່ຈິມິນກໍ່ໄດ້ຈັດງານວາງສະແດງສິນຄ້າຢູ່ແຂວງສະຫວັນນະເຂດມາແລ້ວ ແລະ ກໍ່ໄດ້ຮັບການຕອບຮັບເປັນຢ່າງດີຈາກພາກທຸລະກິດ ແລະ ປະຊາຊົນຊາວສະຫວັນນະເຂດ ເພາະສິນຄ້າຈາກ ສສ ຫວຽດນາມ ກໍ່ເປັນສິນຄ້າທີ່ດີ, ມີຄຸນະພາບໄດ້ມາດຕະຖານ.

ເຊິ່ງການຈັດງານຄັ້ງທີ III ນີ້ກໍ່ໄດ້ມີບັນດາຫົວໜ່ວຍທຸລະກິດຫ້າງຮ້ານຕ່າງໆເຂົ້າຮ່ວມເພີ່ມຂຶ້ນຈາກ 200 ຮ້ານໃນປີກ່ອນ ມາເປັນ 250 ຮ້ານ, 320 ວິສາຫະກິດ, ໃນນີ້ມາຈາກຫວຽດນາມ 200 ຮ້ານ ແລະ ມາຈາກບັນດາບໍລິສັດ, ຫົວໜ່ວຍທຸລະກິດ ແລະບັນດາ ເມືອງຕ່າງໆຂອງແຂວງສະຫວັນ ນະເຂດ 50 ຮ້ານ, ໂດຍປະກອບມີກຸ່ມທຸລະກິດຄື: ອຸດສາຫະກຳຕັດຫຍິບ, ເກີບ, ເຄື່ອງຢາງ, ຢາງພາລາ, ເຄື່ອງຈັກ, ຜະລິດຕະພັນກະສິກຳ, ອາຫານ, ເຄື່ອງ ເອເລັກໂຕຼນິກ, ເຄື່ອງໃຊ້ໄຟຟ້າ, ເຄື່ອງເຟີນີເຈີ, ເຄື່ອງຕົບແຕ່ງພາຍໃນເຮືອນ, ເຄື່ອງຫັດຖະກຳ ທີ່ລະນຶກ, ວັດສະດຸກໍ່ສ້າງ,ການ ບໍລິການ-ການທ່ອງທ່ຽວ, ການເງິນ, ການຂົນສົ່ງ ແລະອື່ນໆ. ເຊິ່ງງານດັ່ງກ່າວໄດ້ເລີ່ມເປີດແຕ່ ວັນທີ 25 ຫາ 29 ກັນຍາ ຈຶ່ງຈະອັດລົງ.

ໂອກາດດັ່ງກ່າວ, ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດ ສາຫະກຳ - ການຄ້າແຂວງສະຫວັນນະເຂດ ໃນນາມຕາງໜ້າໃຫ້ແກ່ເຈົ້າພາບກໍ່ໄດ້ໃຫ້ກຽດກ່າວ ຕ້ອນຮັບແຂກທີ່ເຂົ້າຮ່ວມ ແລະ ໄດ້ຍົກໃຫ້ເຫັນສາຍພົວພັນຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງແຂວງສະຫວັນນະເຂດກັບ ນະຄອນໂຮ່ຈິມິນຕື່ມອີກ. ໃນພິທີຍັງໄດ້ມີການຊົມສິລະປະວັນນະຄະດີຂອງສອງແຂວງສອງປະເທດທີ່ໄດ້ຜັດປ່ຽນກັນຂຶ້ນສະແດງ ແລະການຮ້ອງເພງ ຈາກນັກສິລະປິນ ສສ ຫວຽດນາມ ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ເຫດການ
302 Found

Found

The document has moved here.