ການປະຊຸມການຮ່ວມມືພັດທະນາທາງດ້ານອຸດສາຫະກໍາ ແລະ ການຄ້າ ແຂວງ ກວາງຈີ້ ແລະ ແຂວງ ສະຫວັນນະເຂດ

06:24 | 02/11/2019

ຍສໝ - ວັນທີ 30 ຕຸລາ 2019, ທີ່ເມືອງດົງຮ່າ (ກວາງຈີ້) ໄດ້ຈັດຕັ້ງ ກອງປະຊຸມຮ່ວມມື ແລະ ພັດທະນາທາງດ້ານ ອຸດສາຫະກຳ ແລະ ການຄ້າ ຢູ່ແຂວງກວາງຈິ ແລະ ແຂວງສະຫວັນນະເຂດ.

ການປະຊຸມການຮ່ວມມືພັດທະນາທາງດ້ານອຸດສາຫະກໍາ ແລະ ການຄ້າ ແຂວງ ກວາງຈີ້ ແລະ ແຂວງ ສະຫວັນນະເຂດ

ທັດສະນີຍະພາບ ກອງປະຊຸມ. (ພາບ: quangtri.gov.vn)

ພະແນກອຸດສາຫະກຳ ແລະ ການຄ້າແຂວງກວາງຈິ ໄດ້ຮ່ວມມືຢ່າງຈິງຈັງກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ເພື່ອຈັດຕັ້ງປະຕິບັດເນື້ອໃນທີ່ກ່ຽວຂ້ອງກັບ ອຸດສະຫະກຳ ແລະການຄ້າຂອງສອງແຂວງໃນເອກະສານທີ່ໄດ້ລົງນາມໂດຍຜູ້ນຳຂອງສອງແຂວງ, ເຊັ່ນວ່າ: ຂໍ້ຕົກລົງການຮ່ວມມືລະຫວ່າງຄະນະຜູ້ແທນຂັ້ນສູງຂອງສອງແຂວງໃນໄລຍະ 2017 - 2019; ບົດບັນທຶກກອງປະຊຸມ ສຳລັບການສົ່ງເສີມການຮ່ວມມືດ້ານການລົງທືນ ແລະ ການຄ້າລະຫວ່າງແຂວງກວາງຈິ - ສະຫວັນນະເຂດ ຜ່ານດ່ານຊາຍແດນລາວບາວ - ແດນສະຫວັນ; ພ້ອມກັນນັ້ນ, ໃນແຕ່ລະປີ ສອງຝ່າຍໄດ້ຈັດຕັ້ງຄະນະວິສາຫະກິດເຂົ້າຮ່ວມງານວາງສະແດງສິນຄ້າທີ່ສຳຄັນ ຈັດໂດຍສອງແຂວງ.

ການປະຊຸມການຮ່ວມມືພັດທະນາທາງດ້ານອຸດສາຫະກໍາ ແລະ ການຄ້າ ແຂວງ ກວາງຈີ້ ແລະ ແຂວງ ສະຫວັນນະເຂດ

ຄະນະຜູ້ແທນຈາກ 2 ແຂວງໄດ້ຖ່າຍຮູບທີ່ລະນຶກ. (ພາບ: quangtri.gov.vn)

ເພື່ອເກັບກູ້ຄວາມຫຍຸ້ງຍາກ ແລະ ຄົງຄ້າງຕ່າງໆ ສຳລັບວິສາຫະກິດ, ສ້າງເງື່ອນໄຂສະດວກຊຸກຍູ້ການຄ້າຂ້າມຊາຍແດນ, ໂດຍສະເພາະແມ່ນເສັ້ນທາງເສດຖະກິດຕາເວັນອອກ - ຕາເວັນຕົກຜ່ານດ່ານຊາຍແດນສາກົນລາວບາວ - ແດນສະຫວັນ, ໃນໄລຍະທີ່ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້າຂອງສອງແຂວງໄດ້ປະຕິບັດຢ່າງຕັ້ງໜ້າການສົນທະນາ, ສະເໜີວິທີແກ້ໄຂເພື່ອໄດ້ຮັບ ຜົນສຳເລັດສູງ, ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນນັກທຸລະກິດ ແລະ ປະຊາຊົນຊາຍແດນພັດທະນາການຄ້າ.

ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີສືບຕໍ່ຊີ້ນຳບັນດາອົງການວິຊາສະເພາະ ແລະ ບັນດາຫົວໜ່ວຍທີ່ຕິດພັນ ເພື່ອຈັດຕັ້ງປະຕິບັດເນື້ອໃນທາງດ້ານອຸດສາຫະກຳ ແລະ ການຄ້າຂອງສອງແຂວງ ໃນເອກະສານທີ່ໄດ້ລົງນາມໂດຍຜູ້ນຳຂອງສອງແຂວງ. ຜູ້ນຳຂອງສອງພະແນກເອກະພາບນຳກັນວ່າ ຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາພະແນກ ແລະ ບັນດາຫົວໜ່ວຍທີ່ຂຶ້ນກັບຂອງສອງພະແນກ ໄດ້ພົບປະ ແລະ ແລກປ່ຽນປະສົບການໃນວຽກງານວິຊາສະເພາະ; ສືບຕໍ່ປະສານສົມທົບ, ຄົ້ນຄວ້າຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງແຂວງ ເພື່ອສ້າງເງື່ອນໄຂ ແລະ ໂອກາດທີ່ສະດວກໃຫ້ແກ່ການຜະລິດ, ພັດທະນາທຸລະກິດຂອງສອງແຂວງ.

ສິ້ນສຸດກອງປະຊຸມ, ຜູ້ນຳພະແນກອຸດສາຫະກຳ ແລະ ການຄ້າແຂວງກວາງຈິ ແລະ ພະແນກອຸດສາຫະ ກຳ ແລະ ການຄ້າແຂວງສະຫວັນນະເຂດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ເພື່ອການພັດທະນາໄລຍະ 2019 - 2021.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.