ຍສໝ - ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ ຫວຽດນາມມີພື້ນຖານນິຕິກຳ ແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຕໍ່ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາ ສອດຄ່ອງກັບກົດໝາຍສາກົນ, ກໍ່ຄືສິດອະທິປະໄຕ, ສິດອຳນາດສານຕໍ່ບັນດາເຂດທະເລທີ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ຫາກໍ່ລົງນາມປະກາດໃຊ້ຂໍ້ຕົກລົງອະນຸຍາດໜ້າທີ່ດັດປັບການວາງແຜນກຳນົດລວມ ການກໍ່ສ້າງໂກນດາວ, ແຂວງບ່າເຣຍ - ຫວູງເຕົາຮອດປີ 2045.
ຍສໝ - ໃນຊຸມປີມໍ່ໆມານີ້, ນອກຈາກການເຄື່ອນໄຫວຜະລິດ ແລະ ດຳເນີນທຸລະກິດເພື່ອຮັບປະກັນການສະໜອງໄຟຟ້າໃຫ້ພຽງພໍເພື່ອພັດທະນາເສດຖະກິດ - ສັງຄົມ ແລະ ຊີວິດປະຈຳວັນຂອງປະຊາຊົນ, ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ຍາມໃດກໍ່ກຳນົດວ່າ ການສະໜອງໄຟຟ້າໃຫ້ຊົນນະບົດ, ເຂດພູດອຍ ແລະ ໝູ່ເກາະແມ່ນວຽກງານການເມືອງສຳຄັນ.
ຍສໝ - ຕອນເຊົ້າວັນທີ 14 ມີນາ, ມີຊາວຫວຽດນາມ ນັບຮ້ອຍຄົນສືບຕໍ່ໄປຍັງອະນຸສາວາລີນັກຮົບ ງາກມາ ຈູດທູບໄຕ້ທຽນອາໄລຫານັກຮົບວິລະຊົນ 64 ຄົນທີ່ເສຍສະຫຼະຊີວິດເພື່ອປົກປັກຮັກສາສິດອະທິປະໄຕອັນສັກກະລະບູຊາຂອງປະເທດຊາດ.
ຍສໝ - ຫວຽດນາມ ຍາມໃດກໍ່ຕິດຕາມບັນດາການຜັນແປຢູ່ເຂດທະເລຕາເວັນອອກຢ່າງໃກ້ຊິດ ແລະ ປະຕິບັດອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານໃນທະເລທີ່ສອດຄ່ອງກັບກົດໝາຍສາກົນ...
ຍສໝ - ຕອນເຊົ້າວັນທີ 8 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕາງໜ້າໃຫ້ລັດຖະບານໄດ້ໄປຢ້ຽມຢາມ ແລະອວຍພອນໂຮງໝໍມິດຕະພາບ ຫວຽດນາມ - ເຢຍລະມັນ ແລະ ສູນປະສານງານຄົ້ນຫາ ແລະກູ້ໄພທາງທະເລ ຫວຽດນາມ.
ຍສໝ - ຈຸດເວລາທີ່ສັກກະລະບູຊາຂອງປີໃໝ່, ບັນດານັກຮົບຕຳຫຼວດທະເລ ສືບຕໍ່ປະຕິບັດໜ້າທີ່ປົກປັກຮັກສາເຂດທະເລຂອງປະເທດຊາດ ຢູ່ທະເລ ແລະ ແມ່ນບ່ອນອີງໃຫ້ແກ່ຊາວປະມົງອອກໄປຫາປາຢູ່ທະເລ.
ຍສໝ - ກົມບັນດາບັນຫາມະຫາສະໝຸດ, ສິ່ງແວດລ້ອມ ແລະວິທະຍາສາດສາກົນຂອງກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດເອກະສານຄົ້ນຄວ້າປະຕິເສດ "ຄຳຮຽກສິດທີ່ຜິດກົດໝາຍ" ຂອງຈີນ ຢູ່ ທະເລຕາເວັນອອກ.
ຍສໝ - ການສອບເສັງ ໄດ້ຊ່ວຍໃຫ້ຄູອາຈານ ແລະ ນ້ອງນັກຮຽນເຂົ້າໃຈເລິກເຊິ່ງກວ່າກ່ຽວກັບຄວາມຮູ້ພື້ນຖານກ່ຽວກັບທະເລ, ໝູ່ເກາະຫວຽດນາມ.
ຍສໝ - ກອງປະຊຸມຄັ້ງທີ 26 ຂອງສະມັດຊາໃຫຍ່ອົງການສິດອຳນາດພື້ນມະຫາສະມຸດ (ISA) ໂດຍທ່ານເອກອັກຄະລັດຖະທູດ Denys Wibaux (ຊາວຝລັ່ງ) ເປັນປະທານໄດ້ດຳເນີນໃນລະຫວ່າງວັນທີ 13 – 15 ທັນວາ ຢູ່ Jamiaca, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 160 ປະເທດສະມາຊິກ.
ຍສໝ - ວັນທີ 15 ທັນວາ, ງານວາງສະແດງພາບຖ່າຍແບບທາງໄກ “ລະດູບານໃໝ່ເຂດຊາຍແດນ - ບຸນເຕັດຢູ່ເຂດທະເລໝູ່ເກາະ” ເພື່ອແນໃສ່ແນະນຳບັນດາພາບຖ່າຍທີ່ມີຊີວິດຊີວາ, ສ່ອງແສງຕົວຈິງ ໃນທຸກການເຄື່ອນໄຫວ, ການດຳລົງຊີວິດ, ບັນຍາກາດ ຕ້ອນຮັບລະດູບານໃໝ່ຂອງພະນັກງານ, ນັກຮົບ, ປະຊາຊົນເຂດຊາຍແດນ, ທະເລໝູ່ເກາະ ຂອງປະເທດຊາດໄປຍັງມະຫາຊົນ.
ຍສໝ - ວັນທີ 10 ທັນວາ, ທີ່ໂຮງໝໍເສນາຮັກ 175 ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດ “30 ປີແຫ່ງການສົມທົບລະຫວ່າງແພດທະຫານ ແລະ ປະຊາຊົນຢູ່ທະເລ ແລະ ໝູ່ເກາະ”.
ຍສໝ - ອົງການຈັດຕັ້ງການເດີນທະເລສາກົນ (IMO) ຫາກໍ່ຈັດຕັ້ງພິທີມອບລາງວັນການເດີນທະເລປະຈຳປີ ຢູ່ລອນດອນ ປະເທດ ອັງກິດ, ນີ້ສະມາຊິກກ່ຳປັ່ນ ຫວຽດນາມ ຄົນທຳອິດທີ່ເປັນກຽດໄດ້ຮັບລາງວັນນີ້.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກອງບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ເປັນປະທານກອງປະຊຸມອອນລາຍ ຄັ້ງທີ 17 ຂອງບັນດາການນໍາຕໍາຫຼວດທະເລບັນດາປະເທດອາຊີ (HACGAM 17).
ຍສໝ - ຫວຽດນາມ ແລະ ຈີນ ຫາກໍ່ສິ້ນສຸດການເຈລະຈາ ຮອບທີ 15 ກຸ່ມວຽກງານກ່ຽວກັບເຂດນ່ານທະເລນອກອ່າວພາກເໜືອ ແລະ ຮອບທີ 12 ກຸ່ມວຽກງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາຢູ່ທະເລ, ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນສອງປະເທດ, ການແກ້ໄຂບັນຫາຢູ່ທະເລມີຢ່່າງມີສົມເຫດສົມຜົນ...
ຍສໝ - ຫວ່າງແລ້ວນີ້, ຄ້າຍຕຳຫຼວດທະເລ ເລກ 1 (ກອງບັນຊາການຕຳຫຼວດ ທະເລເຂດ 1) ໄດ້ສົມທົບກັບປ້ອມທະຫານປ້ອງກັນຊາຍແດນ ເກາະແບກລອງວີ, ກົມບັນຊາການທະຫານປ້ອງກັນຊາຍແດນນະຄອນຫ໋າຍຝ່ອງ ຈັດຕັ້ງບັ້ນໂຄສະນາກ່ຽວກັບການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ປະຕິບັດຕາມຂໍ້ກຳນົດ ແລະ ບໍ່ລາຍງານ (ເອີ້ນຫຍໍ້ວ່າ IUU) ໃຫ້ແກ່ພໍ່ແມ່ປະຊາຊົນຊາວປະມົງ ເມືອງເກາະ ແບກລອງວີ.
ຍສໝ - ທຸກໆການເຄື່ອນໄຫວລາດຕະເວນ ແລະ ດຳເນີນການຊ້ອມຮົບທະຫານຂອງ ໄທເປ ຢູ່ເຂດທະເລອ້ອມຂ້າງເກາະບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ ແມ່ນການລະເມີດອະທິປະໄຕຫວຽດນາມ ຢ່າງຮ້າຍແຮງ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄທເປ ຢຸດຕິທຸກການເຄື່ອນໄຫວທີ່ຜິດກົດໝາຍນີ້ ແລະ ບໍ່ໃຫ້ເກີດຂຶ້ນຄືນໃນອະນາຄົດ…
ໃນວັນທີ 16-17 ພະຈິກ 2021, ເວທີປາໄສທະເລ ASEAN (AMF) ຄັ້ງທີ 11 ແລະ ເວທີປາໄສທະເລ ASEAN ເປີດກວ້າງ ຄັ້ງທີ່ 9 ໄດ້ຈັດຕັ້ງອອນລາຍ ພາຍໃຕ້ການເປັນປະທານຂອງປະເທດ ບຣູໄນ ປະທານ ອາຊຽນ ປີ 2021.
ຍສໝ - ທຸງຊາດ 2000 ຜືນ ແລະ ມີຫຼາຍຂໍ້ມູນທີ່ກ່ຽວຂ້ອງເຖິງ ບັດເຫຼືອງ ເອີລົບ ໂດຍສະຫະພັນແຮງງານ ນະຄອນ ຝຸກວັກ (ແຂວງກຽນຢາງ) ໄດ້ໄດ້ມອບໃຫ້ຊາວປະມົງ.
ຍສໝ - ຫວຽດນາມ ມີພື້ນຖານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຕໍ່ກັບໝູ່ເກາະເຈື່ອງຊາ ທີ່ສອດຄ່ອງກັບກົດໝາຍສາກົນ. ຫວຽດນາມ ຢຶດໝັ້ນປະຕິບັດບັນດາມາດຕະການສອດຄ່ອງກັບກົດໝາຍສາກົນ ເພື່ອປົກປ້ອງບັນດາສິດອັນຊອບທຳ ແລະ ຖືກຕ້ອງນັ້ນ...