ກອງ​ປະ​ຊຸມ​ອອນ​ລາຍ ຄັ້ງ​ທີ 17 ຂອງບັນດາ​ການນໍາຕໍາຫຼວດ​ທະ​ເລບັນດາ​ປະ​ເທດ​ອາ​ຊີ​

09:38 | 10/12/2021

ຍສໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ກອງ​ບັນຊາ​ການ​ຕໍາຫຼວດທະ​ເລ​ຫວຽດນາມ ​ໄດ້​ເປັນປະທານ​ກອງ​ປະ​ຊຸມ​ອອນ​ລາຍ ຄັ້ງ​ທີ 17 ຂອງບັນດາ​ການນໍາຕໍາຫຼວດ​ທະ​ເລບັນດາ​ປະ​ເທດ​ອາ​ຊີ​ (HACGAM 17).

ກະ​ກຽມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊ​າດ “ຮັບປະກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”. ກະ​ກຽມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊ​າດ “ຮັບປະກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”.
ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ ຍາມ​ໃດ​ກໍຖືບັນ​ດາ​ປະ​ເທດ​ອາ​ຊຽນ​ເປັນ​ສຳ​ຄັນ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ ຍາມ​ໃດ​ກໍຖືບັນ​ດາ​ປະ​ເທດ​ອາ​ຊຽນ​ເປັນ​ສຳ​ຄັນ
ພາບ
ກອງ​ບັນຊາ​ການ​ຕໍາຫຼວດທະ​ເລ​ຫວຽດນາມ ​ໄດ້​ເປັນປະທານ​ກອງ​ປະ​ຊຸມ​ອອນ​ລາຍ ຄັ້ງ​ທີ 17 ຂອງບັນດາ​ການນໍາຕໍາຫຼວດ​ທະ​ເລບັນດາ​ປະ​ເທດ​ອາ​ຊີ​ (HACGAM 17). ພາບ: baotintuc.vn

HACGAM 17 ມີ​ການ​ເຂົ້າ​ຮ່ວມ​ຂອງບັນດາການນໍາ​​ກຳ​ລັງ​ຕໍາຫຼວດ​ທະ​ເລ (CSB), ການ​ປະຕິບັດ​ກົດ​ໝາຍ​ວ່າດ້ວຍ​ທະ​ເລຂຶ້ນກັບ 20 ປະ​ເທດ, 1 ເຂດແຄວ້ນ (ຮົງ​ກົງ), 1 ອົງ​ການ​ຈັດຕັ້ງສາ​ກົນ (ສູນ​ແບ່ງ​ປັນ​ຂໍ້​ມູນຕ້ານ​ໂຈນ​ສະ​ລັດ ແລະ ການ​ປຸ້ນຈີ້​ປະ​ກອບ​ອາ​ວຸດ​ຕໍ່​ກັບກຳ​ປັ່ນ​ໃນ​ອາ​ຊີ - ReCAPP ISC) ແລະ 3 ຜູ້ສັງເກດການ (ປະເທດຝຣັ່ງ, ອົງການຕ້ານຢາເສບຕິດ ແລະ ອາດຊະຍາກໍາ ຂອງສະຫະປະຊາຊາດ - UNODC ແລະ ຂະບວນວິວັດ Bali).

ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ ​ແລະ ​ເປີດ​ກອງ​ປະຊຸມ, ທ່ານ​ພົນຈັດຕະວາ ​ເລ​ກວາງ​ດ້າວ - ຜູ້​ບັນຊາ​ການ CSB ຫວຽດນາມ, ປະທານ HACGAM 17 ຢືນຢັນ​ວ່າ: ກອງ​ປະຊຸມ​ແມ່ນ​ເວທີ​ປາ​ໄສ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຮ່ວມ​ມື​ລະຫວ່າງ​​ກຳລັງ​ປະຕິບັດ​ກົດໝາຍ​ຢູ່​ທະ​ເລ​ບັນດາ​ປະ​ເທດ ອາ​ຊີ; ຊຸກຍູ້​ການ​ສ້າງ​ກົນ​ໄກ​ຮ່ວມ​ມື, ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ, ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ເຂດ​ທະ​ເລ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຜູ້​ບັນຊາ​ການ CSB ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ HACGAM 17 ຈະ​ແມ່ນ​ເຄື່ອງ​ມື​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ການຮ່ວມມືຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ລະຫວ່າງ​ບັນດາ​ສະມາຊິກ​ທັງດ້ານ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ. ພ້ອມ​ກັນ​ນັ້ນກໍ່ຊຸກຍູ້​ການ​ຮ່ວມ​ມື, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງສັນຕິພາບ, ​ ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ສະກັດ​ກັ້ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ອັນຕະລາຍ​ຕໍ່​ຜົນ​ປະ​ໂຫຍ​ດລວມຂອງ​ພາກ​ພື້ນ.

ກອງ​ປະຊຸມ​ໄດ້​ຮັບ​ຟັງ​ຫົວໜ້າຂອງ 4 ກຸ່ມ​ເຮັດວຽກກ່ຽວ​ກັບບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ປະຕິບັດ​ກົດໝາຍ​ວ່າດ້ວຍ​ທະ​ເລ​ປີ 2021 ​ແລະ ທິດທາງການ​ຮ່ວມ​ມື​ໃນ​ປີ 2022. ກອງ​ປະຊຸມ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ທິດ​ທາງ​ການກະທຳເຊິ່ງຫົວໜ້າບັນດາກຸ່ມເຮັດວຽກ​ສືບ​ຕໍ່​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ບົນ​ພື້ນຖານ 4 ​ເສົາ​ຄ້ຳ HACGAM 17 ເປັນຕົ້ນແມ່ນ: ຊອກຫາກູ້​ໄພ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສະກັດ​ກັ້ນ ​ແລະ ຄວບ​ຄຸມ​ບັນດາ​ການ​ເຄື່ອນ​ໄຫວທີ່​ຜິດ​ກົດໝາຍ​ຢູ່​ທະ​ເລ, ສ້າງ​ກຳລັງ​ຄວາມ​ສາມາດ.

ກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື ​ແລະ ​ອະ​ນຸ​ມັດ​ຜ່ານການ​ເຂົ້າຮ່ວມ​ HACGAM 17 ຂອງ CSB ຝຣັ່ງ, ໄດ້​ຮັບ​ຟັງ​ CSB Indian ລາຍງານກ່ຽວ​ກັບ​ເວັບ​ໄຊ​​ລວມ​ຂອງ HACGAM 17​.

ໄຊພອນ

ເຫດການ
302 Found

Found

The document has moved here.