ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9

06:25 | 19/11/2021

ໃນວັນທີ 16-17 ພະຈິກ 2021, ເວທີປາໄສທະເລ ASEAN (AMF) ຄັ້ງທີ 11 ແລະ ເວທີປາໄສທະເລ ASEAN ເປີດກວ້າງ ຄັ້ງທີ່ 9 ໄດ້ຈັດຕັ້ງອອນລາຍ ພາຍໃຕ້ການເປັນປະທານຂອງປະເທດ ບຣູໄນ ປະທານ ອາຊຽນ ປີ 2021.

ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ ຄັ້ງ​ທີ 32 ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ ຄັ້ງ​ທີ 32
ເວ​ທີ​ປາ​ໄສ​ລະ​ດັບ​ຊາດ​ປະ​ຈຳປີ “ວັດ​ທະ​ນະ​ທຳ​ກັບ ວິ​ສາ​ຫະ​ກິດ” ຈະ​​​ຖືກ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ ເວ​ທີ​ປາ​ໄສ​ລະ​ດັບ​ຊາດ​ປະ​ຈຳປີ “ວັດ​ທະ​ນະ​ທຳ​ກັບ ວິ​ສາ​ຫະ​ກິດ” ຈະ​​​ຖືກ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້
ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9
(ພາບປະກອບ: TTXVN)

ກ່າວຄຳເຫັນຢູ່ເວທີປາໄສ AMF ແລະ EAMF, ທ່ານ ວູ່ໂຮ່, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ຕີລາຄາສູງຕໍ່ກັບເວທີປາໄສໃນການຊຸກຍູ້ການຮ່ວມມືທາງທະເລໃນ ASEAN ແລະ ລະຫວ່າງອາຊ່ຽນກັບບັນດາຄູ່ຮ່ວມມື, ເນັ້ນຫນັກເຖິງຄວາມສໍາຄັນຂອງການຮັກສາບົດບາດໃຈກາງຂອງ ASEAN ຢູ່ພາກພື້ນກໍ່ຄືຂົງເຂດການຮ່ວມມືທາງທະເລ, ສົ່ງເສີມຄູ່ຮ່ວມມືສືບຕໍ່ສະໜັບສະໜູນ ASEAN ບົນຈິດໃຈໂປ່ງໃສ, ໜ້າໄວ້ເນື້ອເຊື່ອໃຈ ແລະ ປຶກສາຫາລື, ເພີ່ມທະວີການຮ່ວມມືກັບ ASEAN ໂດຍຜ່ານບັນດາກົນໄກໂດຍ ASEAN ນຳພາ.

ຢູ່ທີ່ເວທີປາໄສ ທ່ານ ວູ່ໂຮ່ ໄດ້ເນັ້ນຫນັກເປັນພິເສດເຖິງຄວາມຈຳເປັນຂອງການປ້ອງກັນ ແລະ ປັກປັກຮັກສາສິ່ງແວດລ້ອມທະເລ, ສະເໜີໃຫ້ຖືນີ້ແມ່ນຫົວຂໍ້ແລກປ່ຽນກ່ຽວກັບທະເລເປັນປະຈຳຢູ່ໃນພາກພື້ນ ໃນເວລາທີ່ຈະມາເຖິງນີ້.

ຕໍ່ໜ້າການຜັນແປທີ່ສັບສົນຢູ່ທະເລຕາເວັນອອກ, ຫວຽດນາມ ຢືນຢັນຄືນໃໜ່ກ່ຽວກັບຄວາມສະເໝີຕົ້ນສະເໝີປາຍ, ຫຼັກການ, ເນັ້ນຫນັກເຖິງຜົນປະໂຫຍດ ແລະ ຮັບຜິດຊອບຂອງບັນດາປະເທດໃນການສູ້ຊົນກໍ່ສ້າງທະເລຕາເວັນອອກໃຫ້ກາຍເປັນຂົງເຂດທະເລທີ່ມີສັນຕິພາບ, ຮ່ວມມື ແລະ ມີສະຖານລະພາບ.

​vovworld.vn

ເຫດການ
302 Found

Found

The document has moved here.