ລ້ານ​ຫົວ​ໃຈ​ຊາວ​ຫວຽດ​ນາມ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ງາກ​ມາ

08:53 | 16/03/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 14 ມີ​ນາ, ມີ​ຊາວ​ຫວຽດ​ນາມ ນັບ​ຮ້ອຍ​ຄົນ​ສືບ​ຕໍ່​ໄປ​ຍັງ​ອະ​ນຸ​ສາວ​າ​ລີ​ນັກ​ຮົບ ງາກ​ມາ ຈູດ​ທູບ​ໄຕ້​ທຽນ​ອາ​ໄລ​ຫາ​ນັກ​ຮົບ​ວິ​ລະ​ຊົນ 64 ຄົນທີ່ເສຍສະຫຼະ​ຊີ​ວິດ​ເພື່ອ​ປົກ​ປັກ​ຮັກ​ສາ​ສິດອະທິປະໄຕອັນ​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທ​ດ​ຊາດ.

ຮ່ວ​ມ​ເດີນ​ທາງ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວ​ມ​ເດີນ​ທາງ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ
ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ
ລ້ານ​ຫົວ​ໃຈ​ຊາວ​ຫວຽດ​ນາມ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ງາກ​ມາ
ຫຼາ​ຍ​ຄົນ​ຖະ​ຫ​ຍາຍດອກ​ໄມ້, ທູບ​ທຽນ​ອາ​ໄລ​ຫາ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ເກາະ​ງາກ​ມາ (ພາບ: laodong.vn)

ຕອນ​ເຊົ້າ​ວັນ​ທີ 14 ມີ​ນາ, ສະ​ຫະ​ພັນ​ແຮງ​ງານ​ຫວຽດ​ນາ​ມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ແຄ໊ງ​ຮ່​ວາ ໄດ້​ຈັດ​ຕັ້ງ​ການ​ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້​ຢູ່​ເຂດ​ອະ​ນຸ​ສາ​ວາ​ລີ​ນັກ​ຮົບ​ງາກ​ມາ ​ເພື່ອ​ອາ​ໄລ​ຫາ​ນັກ​ຮົ​ບທະ​ຫານ​ເຮືອ​ປະ​ຊົນ​ຫວຽດ​ນາມ 64 ຄົນທີ່ໄດ້​ເສຍ​ສະຫຼະ​ຊີ​ວິດ​ໃນ​ບັ້ນ​ຕໍ່​ສູ້ ງາກ​ມາ ​ກ່ອນນີ້ 34 ປີ.

ນະ​ທີ່ນີ້, ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ຈັດ​ຕັ້ງ​ການ​ຖະ​ຫວາບ​ທູບ​ທຽ​ນ, ດອກ​ໄມ້ ເພື່ອ​ອາ​ໄລ​ຫາ​ນັກ​ຮົບວິ​ລະ​ຊົນ​ເສ​ຍ​ຊີ​ວິດ​ເພື່ອ​ຊາດ 64 ຄົນ ທີ່ໄດ້​ເສຍ​ສະຫຼະ​ຊີ​ວິດ ເພື່ອ​ປົກ​ປັກ​ຮັກ​ສາ​ທະ​ເລ​ໝູ່​ເກາະ​ທີ​່ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ. ຄະ​ນະ​ກໍ່​ໄດ້​ຢ້ຽມ​ຊົມ​ເຂດ​ວາງ​ສະ​ແດງ​ບັນ​ດາ​ວັດຖຸພັນ​ທີ່​ລະ​ນຶກ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ແຜ​ນ​ທີ່​ເກົ່າ​ແກ່​ທີ່​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຕໍ່​ຮ່​ວາງ​ຊາ - ເຈື່ອງ​ຊາ.

ໄປ​ຄຽງ​ຄູ່​ກັນນ້ນ, ຕອນ​ເຊົ້າ​ວັນ​ທີ 14 ມີ​ນາ, ຢູ່​ເທດ​ສະ​ບານ​ທຽນ​ເກົ່ມ, ເມືອງ​ເກິມ​ຊວຽນ, ບັນ​ດາ​ນັກ​ຮົບ​ເກົ່າ ແລະ ພໍ່​ແມ່​ພີ່​ນ້ອງ​ຂອງ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ງາກ​ມາ ຈະ​ຈັດ​ຕັ້ງ​ພິ​ທີ​ລະນຶກ 34 ປີ​ແຫ່ງ​ບັ້ນ​ສູ້​ຮົບ​ ງາກ​ມາ ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ເຊິ່ງ​ເຮັດ​ໃຫ້​ມີ​ທະ​ຫານ​ເຮືອ​ປະ​ຊາ​ຊົນ​ຫວຽດ​ນາມ 64 ຄົນ​ເສຍ​ຊີ​ວິດຢ່າງ​ອົງ​ອາດ​ກ້​າ​ຫານ ເພື່ອ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ​ອັນ​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.