ຍົກສູງວຽກງານ​ກູ້​ໄພ​ທາງ​ທະ​ເລ ​ເພື່ອ​ຊ່ວຍ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ ​ແລະ ໝູ່​ເກາະ

14:11 | 10/02/2022

ຍສໝ - ຕອນ​ເຊົ້າ​ວັນ​ທີ 8 ກຸມພາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຕາງໜ້າ​ໃຫ້​ລັດຖະບານ​ໄດ້​ໄປ​ຢ້ຽມຢາມ ​ແລະອວຍພອນ​ໂຮງໝໍ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ ​ແລະ ສູນ​ປະສານ​ງານ​ຄົ້ນ​ຫາ ​ແລະກູ້​ໄພ​ທາງ​ທະ​ເລ ຫວຽດນາມ.

EU ໜູນ​ຊ່ວຍ​ກວາງ​ບິ່ງ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງແວດ​ລ້ອມ​ໃຫ້​ແກ່​ແມ່​ຍິງ, ເດັກ​ນ້ອຍ ແລະ ພໍ່ແມ່ປະຊາຊົນຊົນ​ເຜົ່າ​ສ່ວນ​ໜ້ອຍ EU ໜູນ​ຊ່ວຍ​ກວາງ​ບິ່ງ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງແວດ​ລ້ອມ​ໃຫ້​ແກ່​ແມ່​ຍິງ, ເດັກ​ນ້ອຍ ແລະ ພໍ່ແມ່ປະຊາຊົນຊົນ​ເຜົ່າ​ສ່ວນ​ໜ້ອຍ
ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ

ທີ່​ການ​ພົບ​ປະ​ຢູ່​ສູນ​ຄົ້ນຫາ ​ແລະກູ້​ໄພ​ທາງ​ທະ​ເລຫວຽດນາມ (ກົມ​ເດີນ​ທະ​ເລ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ), ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ປາດ​ຖະໜາ​ວ່າ ສູນ​ປະສານ​ງານ​​ຄົ້ນຫາ ​ແລະກູ້​ໄພ​ທາງ​ທະ​ເລຫວຽດນາມ ຈະ​ນັບມື້ນັບມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ກູ້ໄພ​ຜູ້​ຄົນ​ຢູ່​ທະ​ເລ​ໂດຍ​ໄວ, ຍົກສູງ ປະສິດທິຜົນໜ້າທີ່ວຽກງານໃຫ້ນັບມື້ນັບດີຂຶ້ນກວ່າອີກ.

ຍົກສູງວຽກງານ​ກູ້​ໄພ​ທາງ​ທະ​ເລ ​ເພື່ອ​ຊ່ວຍ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ ​ແລະ ໝູ່​ເກາະ
ບັນຍາກາດທີ່ການພົບປະ. ພາບ: vov.vn

ສູນ​ປະສານ​ງານ​ຄົ້ນ​ຫາ ​ແລະກູ້​ໄພ​ທາງ​ທະ​ເລຫວຽດນາມ ຕ້ອງ​ເພີ່ມ​ທະວີ ວຽກງານ​ຮ່ວມ​ມື​ສາກົນ​ກັບ​ບັນດາ​ປະ​ເທດ​ພັດທະນາ​ໃນ​ຂົງ​ເຂດ​ຄົ້ນ​ຫາ ​ແລະກູ້​ໄພ​ຢູ່​ທະ​ເລ​ກ່ຽວກັບວຽກງານ​ບຳລຸງ​ສ້າງ, ຝຶກແອບ, ພັດທະນາ​ແຫຼ່ງຊັບ ພະຍາກອນ​ມະນຸດ, ອຸປະຖໍາອຸປະກອນ, ພາຫະນະສະ​ເພາະ​ໃນ​ການ​ຄົ້ນ​ຫາ ​ແລະກູ້​ໄພກວ່າອີກ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຕີ​ລາຄາ​ສູງ ​ແລະຍ້ອງຍໍຊົມເຊີຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ຂອງ​ສູນ​ປະສານ​ງານ​ຄົ້ນ​ຫາ ​ແລະກູ້​ໄພ​ທາງ​ທະ​ເລ ຫວຽດນາມ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ: ການເຄື່ອນໄຫວ​ນີ້​ບໍ່​ພຽງ​ຢຸດຢູ່ແຕ່​ການ​ກູ້​ໄພ, ກູ້​ຊີິບ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຢູ່ນ່ານ​ທະ​ເລຂອງປະເທດຊາດອີກດ້ວຍ.

ບູນມີ

ເຫດການ
302 Found

Found

The document has moved here.