ກອງ​ປະ​ຊຸມສໍາມະນາ​ວິ​ທະ​ຍາ​ສາດ “30 ປີ​ແຫ່ງ​ການ​ສົມ​ທົບລະຫວ່າງແພດ​ທະ​ຫານ ແລະ ປະຊາຊົນ​ຢູ່​ທະ​ເລ ແລະ ໝູ່​ເກາະ”

16:22 | 13/12/2021

ຍສໝ - ​ວັນ​ທີ 10 ທັນວາ, ທີ່ໂຮງໝໍເສນາຮັກ 175 ໄດ້ດໍາເນີນກອງ​ປະ​ຊຸມສໍາມະນາ​ວິ​ທະ​ຍາ​ສາດ “30 ປີ​ແຫ່ງ​ການ​ສົມ​ທົບລະຫວ່າງແພດ​ທະ​ຫານ ແລະ ປະຊາຊົນ​ຢູ່​ທະ​ເລ ແລະ ໝູ່​ເກາະ”.

ເພີ່ມ​ທະ​ວີ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງເຄືອ​ຂ່າຍ​ອິນ​ເຕີ​ເນັດ ເພີ່ມ​ທະ​ວີ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງເຄືອ​ຂ່າຍ​ອິນ​ເຕີ​ເນັດ
ກອງ​ປະ​ຊຸມ​ອອນ​ລາຍ ຄັ້ງ​ທີ 17 ຂອງບັນດາ​ການນໍາຕໍາຫຼວດ​ທະ​ເລບັນດາ​ປະ​ເທດ​ອາ​ຊີ​ ກອງ​ປະ​ຊຸມ​ອອນ​ລາຍ ຄັ້ງ​ທີ 17 ຂອງບັນດາ​ການນໍາຕໍາຫຼວດ​ທະ​ເລບັນດາ​ປະ​ເທດ​ອາ​ຊີ​

​ໃນ​ເວລາ​ເຮັດ​ວຽກ​ຢູ່ສະໂມສອນ, ກອງ​ປະຊຸມສໍາມະນາ​ໄດ້​ຮັບ​ຟັງ​ບົດ​ກ່າວ​ປາ​ໄສ​ສຳຄັນ​ຂອງ​ ສະຫາຍ ຫງວຽນ​ຈ້ອງເຫງ້ຍ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາສຶກສາ​ສູນ​ກາງ, ພ້ອມ​ທັງ​ມີ​ບົດ​ປະກອບ​ຄຳ​ເຫັນ 10 ກວ່າບົດທີ່​ກອງ​ປະຊຸມ.

ກອງ​ປະ​ຊຸມສໍາມະນາ​ວິ​ທະ​ຍາ​ສາດ “30 ປີ​ແຫ່ງ​ການ​ສົມ​ທົບລະຫວ່າງແພດ​ທະ​ຫານ ແລະ ປະຊາຊົນ​ຢູ່​ທະ​ເລ ແລະ ໝູ່​ເກາະ”

ກວດ​ ​ແລະ ​ປິ່ນ​ປົວພະຍາດ​ຄົນ​ເຈັບ​ຢູ່​ເກາະ ເຊີນກາ. ພາບ: baoyenbai.com.vn

ບັນດາ​ຜູ້​ແທນ ​ແລະ ນັກ​ວິທະຍາສາດ​ໄດ້​ສຸມ​ໃສ່​ວິ​ເຄາະ ​ແລະ ອະທິບາຍ, ປະກອບສ່ວນ​ຊີ້​ແຈງ ​ແລະ ຢືນຢັນ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ວຽກງານ​ສົມທົບກັນລະຫວ່າງ​ການ​ແພດ​ທະຫານ - ປະຊາຊົນ​ຢູ່​ທະ​ເລ ​ແລະ ໝູ່​ເກາະ, ບໍ່​ພຽງ​ແຕ່​ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ, ຍົກສູງ​ສຸຂະພາບ​ຂອງ​ປະຊາຊົນ ​ແລະ ທະຫານ​​ເທົ່າ​ນັ້ນ ຫາກຍັງແມ່ນນະ​ໂຍບາຍ​ທີ່​ຖືກຕ້ອງ​ທີ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ​ເພື່ອແນໃສ່ "ເສີມຂະຫຍາຍກໍາລັງແຮງສັງລວມ​ຂອງ​ຂະແໜງແພດທະຫານ ​ແລະ​ ຊາຊາຊົນ​ໃນ​ການສົ່ງເສີມ ​ແລະ ປົກ​ປ້ອງ​ສຸຂະພາບ​ຂອງ​ປະຊາຊົນ ​ແລະ ກຳລັງ​ປະກອບ​ອາວຸດ​ໃນຍຸກແຫ່ງສັນຕິພາບ; ກຽມພ້ອມໃຫ້ທຸກກໍລະນີສຸກເສີນ".

ບົດປະກອບຄໍາເຫັນຫຼາຍບົດ​ໄດ້​ເຕື້ອງ​ເຖິງ ​ແລະ ປະກອບຄຳ​ເຫັນ​ທີ່​ດີ​ເພື່ອ​ເສີມຂະຫຍາຍວຽກງານ​ສົມທົບ​ກັນ​ຂອງ​ພະນັກງານ​ການ​ທະຫານ ​ແລະ ປະຊາຊົນ​ຢູ່​ທະ​ເລ ​ແລະ ໝູ່​ເກາະ​ໃນ​ສະພາບ​ການ​ໃໝ່.

ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຍັງ​ໄດ້​ຈັດ​ພິທີ​ປະກາດ​ຂໍ້ຕົກລົງ, ມອບ​ຫຼຽນ​ໄຊ​ປົກປັກຮັກສາ​ປະ​ເທດ​ຊາດ​ຊັ້ນ 3 ​ໃຫ້ "​ສຸກສາລາ​ເຈື່ອງ​ຊາ", ໂຮງໝໍ​ເສນາຮັກ 175; ໃບ​ຍ້ອງຍໍຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃຫ້ໝູ່ຄະນະໂຮງ​ຫມໍເສນາຮັກ 175; ມອບໃບຍ້ອງ ຍໍຂອງນາຍົກລັດຖະມົນຕີ, ກະຊວງປ້ອງກັນປະເທດ ແລະ ກະຊວງສາທາ ລະນະສຸກໃຫ້ບັນດາບຸກຄົນທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນວຽກງານການແພດທະຫານ ແລະ ປະຊາຊົນຢູ່ທະເລ, ໝູ່ເກາະ.

ບູນມີ

ເຫດການ
302 Found

Found

The document has moved here.