ຍສໝ - ທ່ານນາງ ດິງທິເຟືອງຖ໋າວ, ຮອງຫົວໜ້າຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ການເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບບັນດາທ້ອງຖິ່ນ ເພື່ອສົ່ງເສີມການລົງທຶນ ແລະ ປະຕິບັດວຽກງານສັງຄົມ ແມ່ນທ່າແຮງຂອງຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ. ປັດຈຸບັນ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໄດ້ເຊັນບົດບັນທຶກຊ່ວຍຈຳສົມທົບວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຫຼາຍທ້ອງຖິ່ນຄື: ຕຽນຢາງ, ເບັ້ນແຈ, ດົ່ງທາບ, ດົ່ງນາຍ, ດ່ານັ້ງ…
ຍສໝ - ຫວ່ສງແລ້ວນີ້, ເອື້ອຍ ຫງວຽນທິເຕິມຕິງ - ແມ່ຍິງເຊື້ອຊາດຫວຽດນາມ ສັນຊາດ ສ.ເກົາຫຼີ ໄດ້ຮັບການຕົກລົງມອບລາງວັນ Daesang ອັນສູງສົ່ງຈາກອຳນາດການປົກຄອງ ນະຄອນເຊີອູນ, ສ.ເກົາຫຼີ ເພື່ອຮັບຮູ້ການອຸທິດສ່ວນໃນບັນດາການເຄື່ອນໄຫວທຳການກຸສົນ ຢູ່ທີ່ພິທີມອບລາງວັນຄັ້ງທີ 34 ປີ 2022.
ຍສໝ - ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍບັນຫາກ່ຽວກັບການສົ່ງເສີມການຄ້າ ແລະ ການຮ່ວມມືດໍາເນີນທຸລະກິດລະຫວ່າງວິສາຫະກິດ ຫວຽດນາມ ຢູ່ຕ່າງປະເທດ ກໍ່ຄືການເຊື່ອມຕໍ່ບັນດາວິສາຫະກິດ ຊາວຫວຽດນາມ ຢູ່ຕ່າງປະເທດ ກັບບັນດາວິສາຫາກິດພາຍໃນປະເທດ...
ຍສໝ - ໃນ 9 ເດືອນຕົ້ນປີ 2022, ທົ່ວແຂວງດົ່ງນາຍ ໄດ້ຮ່ວມມືກັບ 17 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ບັນດານັກອຸປະຖຳຕ່າງໆເພື່ອຜັນຂະຫຍາຍ 20 ບ້ວງເງິນໜູນຊ່ວຍດ້ວຍມູນຄ່າຄຳໝັ້ນສັນຍາອຸປະຖຳຫຼາຍກວ່າ 78 ຕຶ້ດົ່ງ.
ຍສໝ - ນັບແຕ່ຄາວຍັງນ້ອຍ, ຢູ່ໜ້າບ້ານມີໜອງດອກບົວ ດັ່ງນັ້ນເມື່ອມາແບນຊິກ, ເອື້ອຍ ເຟືອກເວິນ ຕັດສິນໃຈສ້າງສວນດອກບົວເພື່ອບັນເທົາຄວາມຄິດຮອດບ້ານເກີດເມືອງນອນ.
ຍສໝ - ງານແຂ່ງຂັນບານເຕະສະມາຊິກສະພາສູງ ສ.ເຊັກໂກ ປີ 2022 ໄດ້ສິ້ນສຸດລົງດ້ວຍລາງວັນແຊ້ມການແຂ່ງຂັນເປັນຂອງບັນດານັກກິລາຊາວຫວຽດນາມ ຢູ່ ສ. ເຊັກໂກ.
ຍສໝ - ງານແຂ່ງຂັນບານເຕະຊາວຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ (VFAK-Vietnam Airlines Compatriot Cup 2022) ໂດຍສະມາຄົມບານເຕະຫວຽດນາມ ສ.ເກົາຫຼີ ຈັດຕັ້ງ ໄດ້ດຳເນີນຢູ່ສະໜາມກິລານະຄອນ Cheonan ແຂວງ Chungcheong ໃຕ້ (ສ.ເກົາຫຼີ).
ຍສໝ - ສະມາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ໄດ້ອຸປະຖຳເງິນເປັນຈຳນວນ 11,6 ລ້ານ RUB (190.000 USD) ເພື່ອຊື້ຢາ Areplivir 1.997 ກ່ອງສົ່ງກັບເມືອ ຫວຽດນາມ, ປະກອບສ່ວນເຂົ້າໃນການຄວບຄຸມພະຍາດໂຄວິດ - 19 ພາຍໃນປະເທດ.
ຍສໝ - ໃນໄລຍະເຂົ້າຮ່ວມຄະນະປະຕິບັດງານຢູ່ ສະວິດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກ໋ວາງຫ້ຽວໄດ້ມີການແລກປ່ຽນກັບສະມາຄົມປັນຍາຊົນນັກຊ່ຽວຊານຊາວຫວຽດນາມ ອາໄສຢູ່ສະວິດ (AVIES).
ຍສໝ - ການສົ່ງເສີມການນຳໃຊ້ພາສາຫວຽດ ໃນບັນດາຄອບຄົວລຸ້ນຄົນທີສອງ ແລະ ທີສາມ ຊ່ວຍກໍ່ສ້າງວົງຄະນະຍາດ ແລະ ແຫຼ່ງຜູ້ທີ່ເກັ່ງກ້າສາມາດໃຫ້ແກ່ການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ອົດສະຕາລີ.
ຍສໝ - ທ່ານ ປອ ຈ່າມີ ປະທານສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ຈີນ ໄດ້ແບ່ງປັນກັບ ວາລະສານຍຸກສະໄໝ ກ່ຽວກັບການເຄື່ອນໄຫວຂອງສະມາຄົມໃນການຊຸກຍູ້ການລົງທຶນດ້ານການຄ້າ, ໜູນຊ່ວຍການເຊື່ອມໂຍງບັນດາຜະລິດຕະພັນກະເສດ ແລະ ຍີ່ຫໍ້ຜະລິດຢູ່ຫວຽດນາມ ກັບຕະຫຼາດ ຈີນ.
ຍສໝ - ໂຮງຮຽນ Lomonoxop ຮ່າໂນ້ຍ ຫາກໍ່ປະກາດສ້າງທຸກແຫຼ່ງກຳລັງດີ່ທີ່ສຸດ, ໜູນຊ່ວຍນັກຮຽນຈາກຢູແກຼນກັບເມືອປະເທດຮ່ຳຮຽນ.
ຍສໝ - ຮຸ່ງເຊົ້າວັນທີ 10 ມີນາ, ຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 300 ຄົນ ທີ່ຍົກຍ້າຍຈາກ ຢູແກຼນ ໄປຍັງ Warsaw (ໂປໂລຍ) ກັບຄືນມາປະເທດ ໄດ້ລົງຈອດຢູ່ສະໜາມບິນ ໂນ້ຍບ່າຍ ຢ່າງປອດໄພ.
ຍສໝ - ໄລ່ຮອດວັນທີ 10 ມີນາ, ມີພົນລະເມືອງຫວຽດນາມ ກ່ວາ 550 ຄົນ ອາໄສຢູ່ຢູແກຼນ ໄດ້ກັບຄືນປະເທດໃນ 2 ຖ້ຽວບິນໜູນຊ່ວຍໂດຍບັນດາບໍລິສັດການບິນ ຫວຽດນາມ ປະຕິບັດ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ Rostov ແລະ Voronezh ໜູນຊ່ວຍປະຊາຊົນເຮັດລະບຽບການເອກະສານຜ່ານແດນ, ມີບ່ອນພັກຜ່ອນຊົ່ວຄາວເປັນປົກກະຕິ ແລະ ສະໜອງສິ່ງຂອງທີ່ຈຳເປັນໃນການດຳລົງຊີວິດປະຈຳວັນ.
ຍສໝ - ຕອນທ່ຽງວັນທີ 8 ມີນາ, ຖ້ຽວບິນໝາຍເລກ VN88 ຂອງ ບໍລິສັດການບິນ Vietnam Airlines ໄດ້ເລີ່ມຕົ້ນການເດີນທາງອອກຈາກ Bucharest (ຣູມານີ), ນຳຊາວຫວຽດນາມ 287 ຄົນກັບເມືອສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ ຢ່າງປອດໄພ.
ຍສໝ - ທ່ານດິງວຽດເຊີນ - ຮອງຫົວໜ້າກົມການບິນ ຫວຽດນາມ ໃຫ້ຮູ້ວ່າ ແຜນການບິນຂອງບັນດາບໍລິສັດບໍ່ຂຶ້ນກັບຂໍ້ມູນຈາກກະຊວງການຕ່າງປະເທດກ່ຽວກັບຈຳນວນພົນລະເມືອງ, ສະຖານທີ່ຮັບ (ປະເທດ - ນະຄອນ) ໃດເພື່ອສ້າງແຜນການບິນ ແລະ ຫຼັງຈາກນັ້ນກໍຍັງຂຶ້ນກັບການອະນຸຍາດບິນຂອງບັນດາປະເທດທີ່ກ່ຽວຂ້ອງ…
ຍສໝ - ຕາມບັນດາອົງການຜູ້ຕາງໜ້າຫວຽດນາມແລ້ວ, ໄລ່ຮອດຕອນບ່າຍວັນທີ 2 ມີນາ (ຕາມເວລາຫວຽດນາມ), ປະຊາຊົນສ່ວນຫຼາຍຢູ່ Kiev ແລະ Odessa, ປະຊາຊົນຢູ່ Kharkov ຫຼາຍຮ້ອຍຄົນ ໄດ້ຍົກຍ້າຍອອກຈາກເຂດ, ໄດ້ ແລະ ພວມໄດ້ຮັບການຈັດສົ່ງໄປບັນດາປະເທດໃກ້ຄຽງ...
ຍສໝ - ເນື່ອງໃນໂອກາດວັນເພັງເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ຕອນເຊົ້າວັນທີ 13 ກຸມພາ, ວັດຈຸກເລິມທຽນວຽນ ຢູ່ນະຄອນ Villebon-sur-Yvette ໃກ້ກັບນະຄອນຫຼວງ ປາຣີ ຂອງຝລັ່ງ ໄດ້ຈັດຕັ້ງພິທີພາວະນາຂໍຄວາມສະຫງົບສຸກໃຫ້ແກ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ປາຣີ ແລະ ບັນດາເຂດໃກ້ຄຽງ.
ຍສໝ - ນີ້ແມ່ນຈຸດເວລາເພື່ອສ້າງຂີດໝາຍບັນດາການເລີ່ມຕົ້ນໃໝ່ ແລະ ຄິດຫງຳ ກ່ຽວກັບອະດີດຕະການ. ນີ້ກໍ່ແມ່ນຈຸດເວລາເພື່ອຕ້ອນຮັບລະດູບານໃໝ່ ວຽນມາ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ບັນດາສິ່ງທີ່ໄດ້ຜູກພັນພວກເຮົາ. ຢູ່ການາດາ, ບຸນເຕັດກໍ່ແມ່ນກາລະໂອກາດເພື່ອຮັບຮູ້ການປະກອບສ່ວນທີ່ບໍ່ອາດຄິດໄລ່ໄດ້ຂອງປະຊາຄົມຊາວການາດາ ເຊື້ອຊາດຫວຽດນາມ.