ງານບຸນໃຫຍ່ ວູລານ ຢູ່ວັດ ເຟິດຕິກ: ການປົກປັກຮັກສາວັດທະນະທຳ, ຮັດແໜ້ນຄວາມສາມັກຄີຫວຽດນາມ - ລາວ

22:40 | 08/09/2025

ຍສໝ - ຕອນ​ເຊົ້າ​ວັນ​ທີ 6 ກັນຍາ​ນີ້, ຢູ່​ວັດ ເຟິດຕິກ ຢູ່​ນະຄອນຫຼວງ​ວຽງ​ຈັນ - ​ເປັນວັດຂອງ​ຊາວ​ຫວຽດນາມ ປະຈຳ ​ລາວ ​ໄດ້​ຈັດ​ຕັ້ງ​ງານ​ບຸນ ວູ​ລານ ຕອບແທນບຸນຄຸນ ຢ່າງ​ສະຫງ່າຜ່າເຜີຍ.

ສະພາຄຸ້ມຄອງພຸດທະສາສະໜາ ຫວຽດນາມ ຈັດງານບຸນໃຫຍ່ ວູລານ ຢູ່ 3 ເຂດໃນປີ 2021
ປະຊາຄົມຊາວຫວຽດນາມຢູ່ໂປໂລຍຈັດງານບຸນ ວູລານ ຢ່າງສົມກຽດ ເພື່ອຕອບບຸນແທນຄຸນພໍ່ແມ່
ງານບຸນໃຫຍ່ ວູລານ ຢູ່ວັດ ເຟິດຕິກ: ການປົກປັກຮັກສາວັດທະນະທຳ, ຮັດແໜ້ນຄວາມສາມັກຄີຫວຽດນາມ - ລາວ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ ລາວ ຫງວຽນ​ມິງເຕີມ ພ້ອມກັບພັນ​ລະ​ຍາ​ເຂົ້າ​ຮ່ວມ​ພິ​ທີ​ວູ​ລານ ​ຢູ່​ວັດ ເຟິດຕິກ, ນະ​ຄອນຫຼວງ ວຽງ​ຈັນ. ພາບ: Xuan Tu/ນັກຂ່າວ VNA ປະຈຳ ລາວ

ເຫດການດັ່ງກ່າວບໍ່ພຽງແຕ່ຊ່ວຍອະນຸລັກຮັກສາເອກະລັກວັດທະນະທຳຫວຽດນາມເທົ່ານັ້ນ, ຫາກຍັງເພີ່ມພູນຄູນສ້າງຊີວິດດ້ານຈິດໃຈຂອງປະຊາຄົມ 2 ປະເທດ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນຫວຽດນາມ - ລາວ.

ຕາມ​ນັກ​ຂ່າວສຳນັກຂ່າວສານຫວຽດນາມ ປະຈຳ​ ລາວ​ແລ້ວ, ເຂົ້າຮ່ວມພິທີ​ດັ່ງກ່າວ​ມີ​ຜູ້ຕາງໜ້າ​ພຣະ​ສູນ​ກາງ​ສະຫະພັນ​ພຸດທະ​ສາສະໜາ​ລາວ; ທ່ານ ນາງ ນາລີ ສີສຸລິດ, ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທ່ານ ທອງລຸນ ສີສຸລິດ; ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ລາວ ຫງວຽນ​ມິງເຕີມ ພ້ອມ​ກັບຜູ້ຕາງໜ້າ​ວິ​ສາ​ຫະ​ກິດ ແລະ ຊຸມ​ຊົນ​ຊາວ​ຫວຽດ​ນາມ ທີ່​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ ຢູ່ ລາວ ເປັນຈຳນວນຫຼວງຫຼາຍ.

ກ່າວ​ຄຳ​ປາໄສ​ທີ່​ພິ​ທີ, ພຣະຄູທະນະລົງ ​ທິ​ກ໋​ມິງ​ກວາງ, ຄຸ້ມຄອງວັດ ເຟິດຕິກ, ນະ​ຄອນຫຼວງ ວຽງ​ຈັນ ໄດ້​ເນັ້ນ​ໜັກ​ວ່າ: ວູ​ລານ​ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຊາວ​ຫວຽດ​ນາມ ຢູ່​ລາວ​ລະ​ນຶກ ແລະ ສະແດງຄວາມຮູ້ບຸນຄຸນ​ຕໍ່​ພໍ່​ແມ່. ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​​ງາມ​ຂອງ​ພຸດທະ​ສາສະໜາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສິລະ​ທຳ​ອັນ​ເປັນນິດ​ຂອງ​ຊາວ​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ຈິດ​ໃຈ, ຮັກສາ​ເອກະລັກ​ວັດທະນະທຳ, ພ້ອມ​ກັນ​ນັ້ນ​ກໍ່​ສະໜິດຕິດພັນຄວາມຮັກແພງ ແລະ ຄວາມຮູ້ຄຸນຂອງ​ປະຊາ​ຄົມ.

ງານບຸນໃຫຍ່ ວູລານ ຢູ່ວັດ ເຟິດຕິກ: ການປົກປັກຮັກສາວັດທະນະທຳ, ຮັດແໜ້ນຄວາມສາມັກຄີຫວຽດນາມ - ລາວ

ພິທີ​ ວູລານຂອງປະຊາຄົມ​ຊາວ​ຫວຽດ​ນາມ ຢູ່​ວັດ ເຟິດຕິກ, ນະ​ຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວ. ພາບ: Xuan Tu/ນັກຂ່າວ VNA ປະຈຳ ລາວ

ທ່ານ ພຣະຄູທະນະລົງ ​ທິ​ກ໋​ມິງ​ກວາງ ຢືນຢັນ​ວ່າ: ງານບຸນໃຫຍ່​ ວູ​ລານ ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່ ລາວ ເວົ້າສະເພາະ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ໂລກ ​ເວົ້າ​ລວມ ​ເພື່ອ​ສຶກສາ​ອົບຮົມ​ລຸ້ນໜຸ່ມ​ກ່ຽວ​ກັບ​ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ນ້ຳ​ໃຈ​ຮັກ​ແພງ​ເຊິ່ງກັນ ​ແລະ ກັນ ​ແລະ ສ່ອງ​ແສງ​ເຖິງ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ.

ກ່າວ​ຄຳ​ປາໄສ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມິງເຕີມ ​ໃຫ້​ຮູ້​ວ່າ: ງານບຸນໃຫຍ່​ ວູ​ລານ ​ປີ​ນີ້​ໄດ້​ດຳ​ເນີນ​ໃນ​ບັນຍາກາດ​ທົ່ວ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ 2 ກັນຍາ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​ຮູ້ບຸນຄຸນທີ່ໄດ້ ໃຫ້ກຳເນີດ ແລະ ລ້ຽງດູໃຫ້ຈະເລີນເຕີບໃຫຍ່​ຕໍ່​ພໍ່​ແມ່​ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຕັກເຕືອນ​ເຖິງ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ສາມັກຄີ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ສ້າງສາ​ປະ​ເທດ​ຮັ່ງມີ, ວັດທະນາ​ຖາວອນ.

ງານບຸນໃຫຍ່ ວູລານ ຢູ່ວັດ ເຟິດຕິກ: ການປົກປັກຮັກສາວັດທະນະທຳ, ຮັດແໜ້ນຄວາມສາມັກຄີຫວຽດນາມ - ລາວ

ທ່ານນາງ ນາລິຕາ ແສງສຸລິຈັນ ແລະ ສາມີຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ລາວ ພວມປະຕິບັດພິທີໄຫວ້ອາໄລຢູ່ກາງແຈ້ງໃນງານບຸນ ວູລານ. ພາບ: Xuan Tu/ນັກຂ່າວ VNA ປະຈຳ ລາວ

​ໃນ​ຂອບ​ເຂດ​ຂອງ​ງານບຸນໃຫຍ່, ບັນດາພິທີການ​ພຸດທະສາສະໜາຕາມ​ຮີດຄອງ​ປະ​ເພນີ​ຂອງ​ລາວ ​ແລະ ຫວຽດນາມ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງເຄັ່ງຂຶມ. ຄະນະຈັດຕັ້ງ ແລະ ບັນດາຜູ້ມີໃຈດີ ໄດ້ມອບຂອງຂວັນ 300 ຊຸດ ລວມມີອາຫານ ແລະ ສິ່ງທີ່ຈຳເປັນໃຫ້ແກ່ຄົນຕາບອດ, ຄົນພິການ, ພໍ່ແມ່ປະຊາຊົນລາວ ແລະ ປະຊາຄົມຊາວຫວຽດນາມ ຢູ່ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ, ປະກອບສ່ວນເຜີຍແຜ່ຈິດໃຈແບ່ງປັນ, ຄວາມຮັກແພງ ແລະ ຄວາມສາມັກຄີ.

ງານບຸນໃຫຍ່ ວູລານ ຢູ່ວັດ ເຟິດຕິກ: ການປົກປັກຮັກສາວັດທະນະທຳ, ຮັດແໜ້ນຄວາມສາມັກຄີຫວຽດນາມ - ລາວ

ຖາດເຂົ້າເສັ່ນໄຫວ້​ໃນ​ພິທີ ວູລານຂອງ​ຊາວ​ຫວຽດນາມ​ຢູ່​ຫ່າງ​ໄກ​ຈາກ​ບ້ານ. ພາບ: Xuan Tu/ນັກຂ່າວ VNA ປະຈຳ ລາວ

Đại lễ Vu Lan tại Chùa Phật Tích không chỉ góp phần gìn giữ truyền thống văn hóa tâm linh của người Việt Nam tại Lào, mà còn là dịp để Phật tử và cộng đồng người Việt tại Lào bày tỏ lòng hiếu kính đối với cha mẹ, đồng thời thắt chặt tình đoàn kết, gắn bó giữa người dân hai nước Việt Nam-Lào.

ງານບຸນໃຫຍ່ ວູລານ ຢູ່ວັດ ເຟດຕິ໋ກ ບໍ່ພຽງແຕ່ປະກອບສ່ວນຮັກສາມູນເຊື້ອວັດທະນະທຳທາງດ້ານຈິດໃຈຂອງຊາວຫວຽດນາມ ປະຈຳ ລາວເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ຊາວພຸດ ແລະ ປະຊາຄົມຊາວຫວຽດນາມ ຢູ່ລາວ ສະແດງຄວາມກົດຫນັບຕໍ່ພໍ່ແມ່, ພ້ອມກັນນັ້ນ ກໍ່ຮັດແໜ້ນຄວາມສາມັກຄີ, ສາຍພົວພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ.

ຫວຽດນາມ ຂອບອົກຂອບໃຈການຊ່ວຍເຫຼືອສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ. ຫວຽດນາມ ຂອບອົກຂອບໃຈການຊ່ວຍເຫຼືອສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ.

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດ 2 ກັນຍາ ແລະ ວັນມູນເຊື້ອຂອງຂະແໜງການທາງການທູດ, ວັນທີ 20 ສິງຫາ, ການນຳຂອງພັກ, ລັດ, ແນວໂຮມ ແລະ ບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ໄດ້ມາອວຍພອນສະຖານທູດຫວຽດນາມ ປະຈຳ ລາວ. ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ...

​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ​ພັກ​ລະຫວ່າງ ​ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ​ພັກ​ລະຫວ່າງ ​ຫວຽດນາມ - ລາວ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ , ຕອນບ່າຍວັນທີ 19 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ຫງວຽນແທ່ງເຕີມ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ, ໄດ້ໂອ້ລົມສົນທະນາກັບຄະນະຜູ້ແທນຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ນຳ​ໂດຍ​ສະ​ຫາຍ ບຸນ​ສະ​ດີ ທະ​ນາມມວງ, ຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ, ...

ແທັງຮັ່ງ