![]() | ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ |
![]() | ສື່ມວນຊົນຍີ່ປຸ່ນໄດ້ຕີລາຄາສູງການຢ້ຽມຢາມຍີ່ປຸ່ນຂອງທ່ານປະທານປະເທດ ຫວໍວັນເຖືອງ |
ລາຍການດັ່ງກ່າວໄດ້ດຳເນີນເນື່ອງໃນໂອກາດວັນວັດທະນະທຳບັນດາເຜົ່າ ຫວຽດນາມ (19 ເມສາ) ແລະ ຂ່ຳນັບຮັບຕ້ອນວັນສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ຄົບຮອບ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ແລະ 80 ປີແຫ່ງວັນສ້າງຕັ້ງສາທາລະນະລັດສັງຄົມນິຍົມ ຫວຽດນາມ.
ກ່າວຄຳປາໄສທີ່ພິທີເປີດລາຍການ, ທ່ານສາດສະດາຈານ Shimizu Masaaki, ຫົວໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ: "ນີ້ແມ່ນລາຍການພິເສດເພື່ອເຊີດຊູ ແລະ ຮັກສາສີສັນວັດທະນະທຳ ຫວຽດນາມ, ສຶກສາມູນເຊື້ອຮັກຊາດ, ໂຄສະນາ, ຂົນຂວາຍບັນດານັກສຶກສາ ຫວຽດນາມ - ຍີ່ປຸ່ນ ຊອກຮູ້, ສະໜິດແໜ້ນ, ເຄົາລົບກັນ, ໜູນຊ່ວຍ ແລະ ພ້ອມກັນສຶກສາ ແລະ ດໍາລົງຊີວິດ, ຊອກຮູ້ວັດທະນະທຳລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເພື່ອສ້າງຄວາມສາມັກຄີລະຫວ່າງນັກສຶກສາສອງປະເທດໃຫ້ນັບມື້ນັບເຕີບໃຫຍ່ເຂັ້ົມແຂງກວ່າ".
![]() |
ນັກສຶກສາ ຍີ່ປຸ່ນ ສະແດງ "ບົດລະຄອນ ເຕີມກາມ". |
ລາຍການມີການເຂົ້າຮ່ວມຂອງນັກສຶກສາພາກວິຊາພາສາ ຫວຽດນາມ, ມະຫາວິທະຍາໄລ Osaka ກໍ່ຄືສະມາຄົມຊາວຫວຽດນາມ ປະຈຳ ນະຄອນ Sakai, ບັນດານັກສຶກສາທີ່ຮຽນພາສາ ຫວຽດນາມ ຢູ່ໂຮງຮຽນພາສາຫວຽດນາມ ໄມ້ໄຜ່, ສະມາຄົມແມ່ຍິງເຂດ Kansai, ສະມາຄົມ VJECPA.
ບັນດາການເຄື່ອນໄຫວຂອງເຫດການລວມມີ: ການພົບປະແລກປ່ຽນວັດທະນະທຳສິລະປະ, ການສະແດງ “ບົດລະຄອນ ເຕີມກາມ”. ນີ້ແມ່ນເຄື່ອງໝາຍດີເດັ່ນພິເສດໂດຍນັກສຶກສາປີ 2, ພາກວິຊາຫວຽດນາມ ຢູ່ມະຫາວິທະຍາໄລ Osaka.
ລາຍການຍັງນຳມາບັນດາການແບ່ງປັນຂອງບັນດາຄູອາຈານໃນສູນຫວຽດນາມວິທະຍາ, ບັນດານັກສຶກສາປີສຸດທ້າຍຢູ່ມະຫາວິທະຍາໄລ Osaka ໃນຕະຫຼອດ 4 ປີທີ່ຮຽນພາສາ ຫວຽດນາມ ຢູ່ໂຮງຮຽນ ກໍ່ຄືການເຂົ້າຮ່ວມແລກປ່ຽນບັນດາການເຄື່ອນໄຫວວັດທະນະທຳ.
![]() |
ໂຄສະນາ ແລະ ແນະນຳວັດທະນະທຳ, ປະຫວັດສາດ ຫວຽດນາມ ກໍ່ຄືພາສາຫວຽດ ໃຫ້ເຖິງລູກຫຼານປະຊາຊົນຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະ ຊາວຍີ່ປຸ່ນ. |
ທ່ານ ໂງຈິ້ງຮ່າ - ກົງສຸນໃຫຍ່ ຫວຽດນາມ ປະຈຳ Osaka ໃຫ້ຮູ້ວ່າ: “ການໂຄສະນາແນະນຳວັດທະນະທຳ, ປະຫວັດສາດຫວຽດນາມ ກໍ່ຄືພາສາຫວຽດ (ພາສາແມ່) ແມ່ນສຳຄັນທີ່ສຸດ. ແຕ່ລະປີ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຈັດຕັ້ງຄ້າຍພັກລະດູຮ້ອນ, ການເຄື່ອນໄຫວລະດູບານໃໝ່ບ້ານເກີດເມືອງນອນ” ເພື່ອແນໃສ່ປຸກລະດົມຄວາມຮັກແພງບ້ານເກີດເມືອງນອນໃນລຸ້ນທີ 2 - 3 ທີ່ເກີດຢູ່ຕ່າງປະເທດ. ທ່ານກົງສຸນໃຫຍ່ ຢືນຢັນວ່າ ແຜນນະໂຍບາຍຂອງພັກ ແລະ ລັດ ຍາມໃດກໍ່ໃຫ້ບຸລິມະສິດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້. ສະຖານກົງສູນໃຫຍ່ ກໍ່ຮ່ວມເດີນທາງພ້ອມກັບບັນດາການເຄື່ອນໄຫວຂອງສູນການສຶກສາ ຫວຽດນາມ, ນັກສຶກສາບັນດາມະຫາວິທະຍາໄລ ເພື່ອຄົ້ນຄ້ວາ ແລະ ຮຽນຮູ້ວັດທະນະທຳ ຫວຽດນາມ.
ທ່ານຕີລາຄາສູງບົດບາດຂອງສູນຫວຽດນາມວິທະຍາ ໃນການເຜິຍແຜ່ແນະນຳ ຫວຽດນາມ ເຖິງບັນດານັກສຶກສາ, ເພື່ອນມິດຊາວຍີ່ປຸ່ນ ກໍ່ຄືເພື່ອນມິດສາກົນ.
![]() |
ລາຍການໄດ້ປະສັນຍາລັກຢ່າງເລິກເຊິ່ງໃນໃຈຂອງຜູ້ຊົມທຸກຄົນທີ່ເຂົ້າຮ່ວມ, ພິເສດແມ່ນບັນດາເພື່ອນມິດຊາວ ຍີ່ປຸ່ນ ທີ່ຮັກແພງ ຫວຽດນາມ. |
ທ່ານນາງ ເລເທືອງ - ຫົວໜ້າສູນຫວຽດນາມວິທະຍາ ແບ່ງປັນວ່າ ພວກຂ້າພະເຈົ້າຍາມໃດກໍ່ມານະພະຍາຍາມນອກຈາກວິຊາການສຶກສາແລ້ວ ກໍ່ຍັງຈັດຕັ້ງບັນດາການເຄື່ອນໄຫວເພື່ອແນະນຳກ່ຽວກັບ ຫວຽດນາມ, ຈັດຕັ້ງການສອບເສັງຄວາມສາມາດພາສາຫວຽດນາມ.
ສຳນັກພິມ ກິມດົ່ງ ໄດ້ຖືເປັນຂີດໝາຍບາດກ້າວການພັດທະນາໃໝ່ໃນການາສິດສອນພາສາຫວຽດ, ປະຫວັດສາດຫວຽດນາມ ແລະ ວັດທະນະທຳຫວຽດນາມ ໄປເຖິງບັນດານັກສຶກສາ, ຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ເພື່ອນມິດ ຍີ່ປຸ່ນ ທີ່ຮັກແພງ ຫວຽດນາມ. ພວກຂ້າພະເຈົ້າຫວັງວ່າ ຈະເປັນຂົວເຊື່ອມຕໍ່ພາສາລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນອະນາຄົດ”.
ລາຍການໄດ້ປະສົບຜົນສຳເລັດ ເມື່ອສັນຍາລັກຢ່າງເລິກເຊິ່ງໄວ້ໃນໃຈຂອງຜູ້ຊົມແຕ່ລະຄົນທີ່ເຂົ້າຮ່ວມ, ພິເສດແມ່ນເພື່ອນມິດຊາວ ຍີ່ປຸ່ນ ທີ່ຮັກແພງ ຫວຽດນາມ.
![]() | ພາສາ ແລະ ດົນຕີ ສ້າງຂົວເຊື່ອມຕໍ່ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຍສໝ - ວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າວັດທະນະທໍາ, ພາສາ ແລະ ການສຶກສາ (CLEF) ສົມທົບກັບມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ຈັດຕັ້ງການສໍາມະນາ ດ້ວຍຫົວຂໍ້ “ການແປ ແລະ ແປເນື້ອເພງ ຫວຽດນາມ - ຍີ່ປຸ່ນ” ... |
![]() | ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide. |
ແທັງຮັ່ງ