ຮັກສາ, ແຜ່ຂະຫຍາຍ​ພາສາ​ຫວຽດນາມ ຢູ່ ມາ​ເລ​ເຊຍ

23:35 | 11/02/2025

ຍສໝ - ແຕ່​ວັນ​ທີ 8-10 ກຸມພາ, ທ່ານ ນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ ອາໄສຢູ່ຕ່າງ​ປະ​ເທດ ໄດ້​ມີການໄປ​ຢ້ຽມ​ຢາມປະຕິບັດງານຢູ່ ມາ​ເລ​ເຊຍ. ທີ່​ການ​ເຮັດ​ວຽກ​ກັບ​ສະຖານທູດ​ຫວຽດນາມ ປະຈຳມາ​ເລ​ເຊຍ, ທ່ານ​ນາງ ​ເລ​ທິທູ​ຮັ່ງ ​ໄດ້​ຕີ​ລາຄາ​ສູງ​ວຽກ​ງານອະນຸລັກ​ຮັກສາພາສາ​ຫວຽດນາມ, ຈິດ​ໃຈ​ສິດສອນ​ຂອງ​ຄູ​ອາຈານ ​ແລະ ການຮຽນຂອງນັກ​ຮຽນ​ຢູ່ ມາ​ເລ​ເຊຍ.

ພາສາ ແລະ ດົນຕີ ສ້າງຂົວເຊື່ອມຕໍ່ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ
ຫວຽດນາມ - ລາວ: ຮ່ວມ​ແຮງຮ່ວມໃຈ​ປົກ​ປັກ​ຮັກສາ​ປ່າ​ໄມ້, ອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່ເຂດ​ຊາຍ​ແດນ

ຕາມ​ສະຖິຕິ, ປະຈຸ​ບັນ, ຢູ່​ມາ​ເລ​ເຊຍ​ ມີ​ຊາວ​ຫວຽດນາມ ​ກວ່າ 30.000 ຄົນ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ, ​ໃນ​ນັ້ນ​ມີ​ໃພ້ຫວຽດນາມ ປະມານ 10.000 ກວ່າ​ຄົນ.ຈຳ​ນວນ​ຄອບ​ຄົວ​ຜະ​ສົມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຄວາມ​ຕ້ອງ​ການ​ຮ່ຳ​ຮຽນ ແລະ ສອນ​ພາ​ສາ​ຫວຽດ ​ກໍ່​ເພີ່ມ​ຂຶ້ນ. ​ໂດຍເຂົ້າ​ສູ່​ການເຄື່ອນໄຫວ​ເປັນ​ປີ​ທີ 9, ຫ້ອງ​ຮຽນ​ພາ​ສາ​ຫວຽດ​ນາມ ຢູ່ສະ​ຖານ​ທູດ ​ໄດ້​ສຳເລັດ​ດ້ານ​ການ​ຈັດ​ຕັ້ງ, ຈຳ​ນວນ​ນັກຮຽນ​ໄດ້​ເພີ່ມ​ຂຶ້ນ​ເປັນ 9 ຫ້ອງ​ດ້ວຍ​ເດັກ​ນ້ອຍ 40 ກວ່າ​ຄົນ, ໃນ​ນັ້ນ​ມີ 3 ຫ້ອງ​ຮຽນ​ແບບເຊິ່ງໜ້າ ແລະ 6 ຫ້ອງ​ຮຽນ​ອອນ​ລາຍ.

ຮັກສາ, ແຜ່ຂະຫຍາຍ​ພາສາ​ຫວຽດນາມ ຢູ່ ມາ​ເລ​ເຊຍ

ທ່ານນາງ ເລທິທູຮັ່ງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ມາ​ເລ​ເຊຍ. (ພາບ: TTXVN)

ມາ​ຢ້ຽມ​ຢາມ​ຫ້ອງ​ຮຽນພາສາຫວຽດ​ນາມ ພ້ອມ​ທັງ​ໄດ້​ພົບ​ປະ​ກັບ​ອາ​ຈານ, ນັກຮຽນ ແລະ ພໍ່​ແມ່ນັກຮຽນ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ພໍ່​ແມ່​ໄດ້​ເອົາ​ໃຈ​ໃສ່, ຮັກ​ສາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ປະ​ກອບ​ສ່ວນ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ຕິດພັນກັບບ້ານ​ເກີດ​ເມືອງ​ນອນ, ພ້ອມ​ກັນ​ນັ້ນ ກໍ່​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ກັບ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ. ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະຈັດຕັ້ງຄ້າຍພັກແລ້ງສໍາລັບເດັກນ້ອຍ ພ້ອມກັບຄອບຄົວກັບຢ້ຽມຢາມບ້ານເກີດເມືອງນອນ.

ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໄດ້ຕີ​ລາ​ຄາ​ວ່າ ສະ​ຖານ​ທູດເຮັດວຽກ​ງານ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດໄດ້ເປັນຢ່າງດີ, ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຊຸມ​ຊົນ. ພິ​ເສດ​ແມ່ນ​ໜູນ​ຊ່ວຍ​ສະ​ໂມ​ສອນ​ພາສາຫວຽດນາມ ຜ່ານ​ການ​ຊື້​ອຸປະກອນ​ການ​ສອນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຄູ​ອາຈານ ​ແລະ ນັກຮຽນ​ຮ່ຳຮຽນ​ເປັນ​ຢ່າງ​ດີ. ໂດຍຜ່ານ​ນັ້ນ ກໍ່ປະກອບສ່ວນ​ເຂົ້າ​ໃນ​ທົ່ວ​ພັກ, ລັດ ​ແລະ ປະຊາຊົນ​ໃນ​ທົ່ວ​ໂລກ​ຮັກສາ​ສີສັນເອກະລັກ​ຂອງ​ຫວຽດນາມ, ຮັກສາ​ພາສາ​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ໃນ​ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​ທົ່ວ​ໂລກ.

“ຊາວຫວຽດນາມ ຢູ່ຕ່າງປະເທດແຕ່ລະຄົນລ້ວນແຕ່ເປັນເອກອັກຄະລັດຖະທູດຢູ່ຕ່າງປະເທດ, ໂຄສະນາວັດທະນະທຳກັບເພື່ອນມິດສາກົນ. ສະນັ້ນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຄວນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຮີດຄອງປະເພນີອັນດີງາມຂອງຊາວຫວຽດນາມ, ເຮັດໃຫ້ເພື່ອນມິດສາກົນໃກ້ຊິດກັບຫວຽດນາມ". ທ່ານນາງ ເລທິທູຮັ່ງ ກ່າວ.

ກໍ່​ໃນ​ຂອບ​ເຂດ​ການໄປປະຕິບັດງານ, ທ່ານ​ນາງ ​ເລ​ທິທູ​ຮັ່ງ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ໃຫ້​ບາງ​ຄອບຄົວ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ມາ​ເລ​ເຊຍ ​ແລະ ຢ້ຽມຢາມ​ຮູບ​ແບບ​ການ​ຜະລິດ​ຂອງ​ບາງ​ວິ​ສາ​ຫະກິດ​ທີ່ພົ້ນເດັ່ນ​.

ຫວຽດນາມ - ສ​ເກົາຫຼີ ສົມທົບ​ກັນ​ປົກ​ປັກ​ຮັກສາ​ສິດ​ຕາມ​ກົດໝາຍ​ຂອງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ຫວຽດນາມ - ສ​ເກົາຫຼີ ສົມທົບ​ກັນ​ປົກ​ປັກ​ຮັກສາ​ສິດ​ຕາມ​ກົດໝາຍ​ຂອງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ຍສໝ - 2 ຝ່າຍ​ຫວັງ​ຢາກ​ຊຸກຍູ້​ການ​ພົວພັນ​ຢ່າງ​ມີ​ປະສິດທິ​ຜົນ, ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ປະຈຳ​ປີ, ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຂະ​ແໜງ​ການ ​ແລະ ສະຫະພັນ​ແຮງ​ງານ​ຂອງ​ສອງ​ປະ​ເທດ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ກໍ່ສ້າງ​ການ​ພົວພັນ​ດ້ານ​ແຮງ​ງານ​ເປັນ​ເອກະ​ພາບ ​ແລະ ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ເຮັດວຽກຢູ່ຕ່າງປະເທດ...

ພາສາ ຫວຽດ ເຊື່ອມຕໍ່ລຸ້ນໜຸ່ມ ຫວຽດນາມ - ຍີ່ປຸ່ນ

ພາສາ ຫວຽດ ເຊື່ອມຕໍ່ລຸ້ນໜຸ່ມ ຫວຽດນາມ - ຍີ່ປຸ່ນ

ຍສໝ - ວັນ​ທີ 2 ພະຈິກ, ຢູ່​ມະຫາວິທະຍາ​ໄລ​ພາສາຕ່າງປະເທດ Kanda (​ແຂວງ Chiba, ປະ​ເທດ​ຍີ່ປຸ່ນ), ໄດ້​ດຳ​ເນີນ​ການເສັງເວົ້າ​ພາສາ ​ຫວຽດນາມເກັ່ງ ຄັ້ງທີ 18. ການເສັງປະກອບສ່ວນຢ່າງ​ແທດຈິງ​ໃນ​ການ​ເພີ່ມ​ທະວີ​ການ​ເຜີຍ​ແຜ່​ພາສາ ​ຫວຽດນາມ ຢູ່​ຍີ່ປຸ່ນ ​ເວົ້າ​ສະ​ເພາະ ​ແລະ ຊຸກຍູ້​ການ​ພົບປະແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ເວົ້າລວມ.

ມີງດຶກ

ເຫດການ