ວັດທະນະທຳ ຫວຽດນາມ ປະກາຍແຈ້ງໃນບຸນປີໃໝ່ປະຈຳຊາດໃຫຍ່ທີ່ສຸດຂອງຝຣັ່ງ

11:00 | 13/02/2025

ຍສໝ - ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງ​ແຮງດ້ວຍບັນດາລາຍການສະແດງທີ່ດີເດັ່ນຄື ການສະແດງມວຍມູນເຊື້ອຂອງສະມາຄົມມວຍ ວ້ານອ່ານຝາຍ, ຟ້ອນດອກບົວຂອງກຸ່ມ ເຕິມຢວຽນ ແລະ ການສະແດງຊຸດເສື້ອຍາວຂອງບັນດາສະມາຊິກສະມາຄົມຮັກພາສາຝຣັ່ງ.

ວັດທະນະທຳ​ປະກອບສ່ວນ​ປັບປຸງການ​ພົວພັນ​ຫວຽດນາມ - ຊິມ​ບັບ​ເວ
ໂຄສະນາ ແລະເຜີຍແຜ່ພາບພົດຂອງປະເທດຊາດ, ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ຢູ່ ອາເມລິກາ

​ໃນ​​ຂີດ​ໝາຍ​ປະຫວັດສາດ​ທີ່​ໜ້າ​ຈົດ​ຈຳ, ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ ​ໄດ້​​ມີໜ້າຢູ່​ງານບຸນ​ສວນສະໜາມຕ້ອນຮັບປີ​ໃໝ່​ປະຈຳ​ຊາດ ​ປີມະເສັງ ​​2025 ຢູ່​ເມືອງ 13, ປາຣີ, ​ແມ່ນຂີດໝາຍ​ບາດກ້າວ​ບຸກທະລຸ​ສຳຄັນ​ໃນ​ການ​ໂຄສະນາ​ວັດທະນະທຳ ຫວຽດນາມ ຢູ່ຝຣັ່ງ.

ວັດທະນະທຳ ຫວຽດນາມ ປະກາຍແຈ້ງໃນບຸນປີໃໝ່ປະຈຳຊາດໃຫຍ່ທີ່ສຸດຂອງຝຣັ່ງ

ກຸ່ມ​ຟ້ອນ ເຕິມຢວຽນ ຂອງ​ຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ດ້ວຍ​ການ​ສະ​ແດງ​ຟ້ອນ​ດອກ​ບົວ​ມູນເຊື້ອ. (ພາບ: ງອກຮຽບ/ສຳນັກຂ່າວສານ ຫວຽດນາມ)

​ເຫດການ​ໄດ້​ເຕົ້າ​ໂຮມ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 200.000 ຄົນ, ແກ່ຍາວ 3 ກິ​ໂລ​ແມັດ​ລຽບຕາມ​ບັນດາຖະໜົນ​, ​ດ້ວຍການ​ມີ​ໜ້າຂອງຫຼາຍ​ປະ​ເທດ​ອາຊີ​ ຄື ​​ຈີນ, ສ.ເກົາຫຼີ, ມາ​ເລ​ເຊຍ ​ແລະ ມົງ​ໂກ​ລີ.

ໂດຍແລກປ່ຽນ​ກັບ​ນັກ​ຂ່າວຫວຽດນາມ, ທ່ານ​ນາງ ດັ້ງ​ຢ່າງ, ປະທານ​ສະມາຄົມຮັກພາສາຝຣັ່ງ​ ຢູ່​Versailles, ​ໃຫ້​ຮູ້​ວ່າ ການ​ປ່ຽນ​ຊື່​ເຫດການ​ຈາກ “ປີໃໝ່ ​ຈີນ” ມາ​ເປັນ “ປີໃໝ່ຈັນທະປະຕິທິນ” ພາຍຫຼັງ 40 ປີ​ແຫ່ງເປັນ​​ບາດ​ລ້ຽວ​ທີ່​ສຳຄັນ, ຊ່ວຍ​ໃຫ້​ຊາວ​ຝຣັ່ງ ​ແລະ ສາກົນ​ເຂົ້າ​ໃຈກວ່າກ່ຽວກັບປີໃໝ່ປະຈຳຊາດຂອງ ຫວຽດນາມ ແລະ ບັນດາປະເທດອາຊີ.​

ທ່ານ​ນາງ ດັ້ງ​ຢ່າງ ຢືນຢັນ​ວ່າ ສະມາຄົມຮັກພາສາຝຣັ່ງ ວາງອອກເປົ້າໝາຍເປີດກວ້າງຂອບຂະໜາດເຂົ້າຮ່ວມຂອງບັນດາຄະນະ​ ຫວຽດນາມ ​ໃນ​ຊຸມ​ປີ​ຕໍ່ໜ້າ, ປະກອບສ່ວນ​ເພີ່ມ​ທະວີ​ກຳລັງແຮງ​​ຂອງ​ຫວຽດນາມ ​ໃນ​ເວທີ​ສາກົນ.

ນອກຈາກນັ້ນ, ຕາມທ່ານນາງ ດັ້ງຢາງ ແລ້ວ, ການເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທໍາກໍ່ແມ່ນພາກສ່ວນໜຶ່ງຂອງຊັບສິນວັດທະນະທຳທາງຈິດວິນຍານຂອງບັນດາລຸ້ນງຊາວຫວຽດນາມ ຢູ່ຝຣັ່ງ ໄດ້ຝາກໄວ້ໃຫ້ລຸ້ນລູກຫຼານທີ່ເກີດ ແລະ ເຕີບໃຫຍ່ຢູ່ຝຣັ່ງ, ສາມາດເຂົ້າໃຈວັດທະນະທຳຂອງຊາດ, ມີຄວາມພາກພູມໃຈກັບວັດທະນະທຳຫວຽດນາມ ຕື່ມອີກ.

ຄະນະ​ແຫ່​ຂະ​ບວນ​ ​ຫວຽດ​ນາມ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ ດ້ວຍ​ບັນ​ດາ​ລາຍການການ​ສະ​ແດງທີ່ດີເດັ່ນຄື ​ການສະແດງມວຍມູນເຊື້ອຂອງສະມາຄົມມວຍ ວ້ານອ່ານຝາຍ, ຟ້ອນດອກບົວຂອງ​ກຸ່ມ ເຕິມຢວຽນ ແລະ ການ​ສະ​ແດງຊຸດເສື້ອຍາວຂອງ​ບັນ​ດາ​ສະມາຊິກສະມາຄົມຮັກພາສາຝຣັ່ງ. ພິ​ເສດ, ການ​ເຂົ້າ​ຮ່ວມ​ຢ່າງ​ກະ​ຕື​ລື​ລົ້ນ​ຂອງ​ຊາວ ຝຣັ່ງ ຄື ທ້າວ Kassim, ສະ​ມາ​ຊິກ​ສະ​ມາ​ຄົມມວຍ ວ້ານອ່ານຝາຍ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ດຶງ​ດູດ​ຂອງວັດ​ທະ​ນະ​ທຳ​ ຫວຽດ​ນາມ ທີ່​ມີ​ຕໍ່​ປະ​ຊາ​ຄົມ​ສາ​ກົນ.

ທ່ານ ຫງວຽນ​ເຟືອກຫາຍ​ Vanna, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝຣັ່ງ 50 ປີ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ໄດ້​ເຫັນ​ຊົ່ວຈຸດເວລາປະຫວັດສາດ​ນີ້. ເຫດການດັ່ງກ່າວບໍ່ພຽງແຕ່ແມ່ນໂອກາດເພື່ອໂຄສະນາວັດທະນະທຳເທົ່ານັ້ນ, ຫາກຍັງເປັນຂົວເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຝຣັ່ງ ກັບບ້ານເກີດເມືອງນອນອີກດ້ວຍ.

​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

ຍສໝ - ວັນທີ 5 ພຶດສະພາ, ສູນວັດທະນະທໍາຫວຽດນາມ ປະຈໍາ ຝຣັ່ງ ໄດ້ສົມທົບກັບບັນດາວິສາຫະກິດ ເພື່ອປະຕິບັດລາຍການໂຄສະນາວັດທະນະທໍາ, ການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຫັດຖະກຳ​ສິລະປະ, ອາຫານຂອງ ຫວຽດນາມ.

ວັດທະນະທຳ ແລະ ອາຫານ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຢູ່ສະຫະປະຊາຊາດ

ວັດທະນະທຳ ແລະ ອາຫານ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຢູ່ສະຫະປະຊາຊາດ

ຍສໝ - ວັນ​ທີ 5 ມິຖຸນາ​, ຢູ່​ສຳນັກງານ​ອົງການສະຫະ​ປະຊາ​ຊາດ ​ທີ່​ ນິວຢອກ (ອາ​ເມ​ລິ​ກາ), ໄດ້ດຳເນີນງານ​ຕະຫຼາດນັດ​ວັດທະນະທຳ ​- ອາຫານ​ສາກົນ ​ປີ 2024 (UN International Bazaar) ​ເຊິ່ງຈັດ​ຂຶ້ນ​ໂດຍ​ສະ​ໂມ​ສອນ​ພັນ​ລະ​ຍາ, ສາມີ​ຂອງການນຳ, ພະນັກງານສະຫະ​ປະຊາ​ຊາດ.

ແທັງຮັ່ງ

ເຫດການ