
ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ
ຊັ້ນວັນນະນັກສຶກສາເປັນ “ຂົວຕໍ່” ເພື່ອສ້າງສາຍພົວພັນອັນດີງາມລະຫວ່າງປະເທດເພື່ອນບ້ານ.
ຊັ້ນວັນນະນັກສຶກສາເປັນ “ຂົວຕໍ່” ເພື່ອສ້າງສາຍພົວພັນອັນດີງາມລະຫວ່າງປະເທດເພື່ອນບ້ານ.
ຍສໝ - ລາວແມ່ນປະເທດສະຫງົບ ແລະມີມໍລະດົກວັດທະນະທຳທີ່ຟົດຟື້ນ, ໃນຂະນັ້ນ ກຳປູເຈຍ ກໍ່ມີວັດວາອາຮາມບູຮານ ແລະສະຖານທີ່ທ່ອງທ່ຽວທາງຈິດວິນຍານທີ່ອຸດົມສົມບູນ, ສ່ວນຫວຽດນາມ ກໍ່ມີການສົມທົບລະຫວ່າງບັນດານະຄອນທີ່ຄຶກຄື້ນ ແລະທັດສະນີຍະພາບທໍາມະຊາດທີ່ນອນໃນເຂດຊົນນະບົດທີ່ສະຫງົບສຸກ, ຄຽງຂ້າງຝັ່ງທະເລທີ່ຍາວຢຽດສວຍງາມທີ່ສຸດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024), ທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ແບນຊິກ ແລະ ທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ລາຊະອານາຈັກ ກຳປູເຈຍ ໄດ້ມາຍັງສະຖານທຸດ ຫວຽດນາມ ເພື່ອອວຍພອນ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອສະແດງໃຫ້ເຫັນຄວາມຮັກແພງອັນເລິກເຊິ່ງຂອງສອງປະເທດເທົ່ານັ້ນ, ຫາກຍັງເປັນຫຼັກຖານພະຍານໃຫ້ແກ່ສາຍພົວພັນມິດຕະພາບທີ່ແໜ້ນແຟ້ນ ແລະ ຄວາມຕິດພັນອັນຍາວນານລະຫວ່າງ ຫວຽດນາມ ແລະ ລາວ ໃນຕະຫຼອດໄລຍະປິທີ່ຜ່ານມາ.
ຍສໝ - ວັນທີ 28 ກໍລະກົດ, ສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໄດ້ສົມທົບກັບໂຮງຮຽນການທະຫານ ທະຫານເຂດ 7 ຈັດຕັ້ງໂຄງການພົບປະແລກປ່ຽນນັກຮົບເກົ່ານະຄອນ ໂຮ່ຈີມິນ, ຄອບຄົວ ຊາວຫວຽດນາມ, ນັກສຶກສາ ລາວ, ກຳປູເຈຍ ກັບພະນັກງານ, ນັກຮຽນໂຮງຮຽນການທະຫານ ທະຫານເຂດ 7.
ຍສໝ - ນັບແຕ່ວັນທີ 11-13 ກໍລະກົດ 2024, ທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ໄດ້ຮ່ວມເດີນທາງພ້ອມກັບທ່ານປະທານປະເທດ ໂຕເລິມ ໄປຢ້ຽມຢາມທາງລັດຖະກິດ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ.
ຍສໝ - ມະຫາວິທະຍາໄລແພດສາດ ແລະ ການຢາ ຖາຍບິ່ງ ຫາກໍ່ໄດ້ຈັດພິທີມອບໃບປະກາດສໍາເລັດການສຶກສາແພດສາດ ແລະ ການຢາໃຫ້ແກ່ນັກສຶກສາ ສປປ ລາວ, ລາຊະອານາຈັກກຳປູເຈຍ ແລະ ສາທາລະນະລັດ ໂມຊຳບິກ ຈໍານວນ 61 ຄົນ ໃນປີ 2024.
ຍສໝ - ເນື່ອງໃນໂອກາ ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ລາວ ແລະກຳປູເຈຍ, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດ.
ຍສໝ - ໂດຍດຳເນີນເປັນເວລາ 2 ວັນ, ແຕ່ວັນທີ 8-9 ກໍລະກົດ, ຢູ່ນະຄອນ ດົງຮ່າ (ແຂວງ ກວາງຈິ), ເວທີປາໄສການຮ່ວມມື ODA ກ່ຽວກັບການພັດທະນາການເຊື່ອມໂຍງໃຫ້ຄົນພິການຢູ່ 3 ປະເທດອະນຸພາກພື້ນແມ່ນ້ຳຂອງ (ກຳປູເຈຍ, ລາວ ແລະ ຫວຽດນາມ) ໄດ້ເປີດກາລະໂອກາດໃໝ່ ບໍ່ພຽງແຕ່ໃຫ້ຄົນພິການ ຫາກຍັງສໍາລັບປະຊາຊົນທັງຫມົດ.
ຍສໝ - ເພີ່ມທະວີວຽກງານຊາວໜຸ່ມສາກົນ ແມ່ນໜຶ່ງໃນບັນດາເນື້ອໃນທີ່ຄະນະຊາວໜຸ່ມແຂວງໃຫ້ຄວາມສົນໃຈ, ຮັກສາຕະຫຼອດໄລຍະໃນການປະຕິບັດງານຂອງຄະນະ ແລະ ຂະບວນການຊາວໜຸ່ມ. ບັນດາໂຄງການ, ການເຄື່ອນໄຫວໄດ້ປະກອບສ່ວນຢືນຢັນ ແລະ ຍົກສູງທີ່ຕັ້ງຂອງຊາວໜຸ່ມ ຫວຽດນາມ ໃນເວທີສາກົນ, ເພີ່ມທະວີການເປີດກ້ວາງແນວໂຮມສາມັກຄີ, ເຕົ້າໂຮມຊາວໜຸ່ມ.
ຍສໝ - ຕອນເຊົ້າວັນທີ 6 ມິຖຸນາ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງ ຫງອກໂຮຍ, ຄະນະພັກແຂວງ - ສະພາປະຊາຊົນ - ຄະນະກຳມະການປະຊາຊົນ - ແນວໂຮມປະເທດຊາດ ຫວຽດນາມ ແຂວງ ກອນຕູມ ໄດ້ຈັດພິທີໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 15 ອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມຢູ່ ລາວ ແລະ ກຳປູເຈຍເຊິ່ງໄດ້ທ້ອນໂຮມໂຮມໃນລະດູແລ້ງ 2023-2024.
ຍສໝ - 300 ຮ້ານຂອງ 120 ວິສາຫະກິດຂອງ ຫວຽດນາມ, ກຳປູເຈຍ ແລະ ລາວ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນ ຕິງບຽນ ຈັດໂດຍແຂວງ ອານຢາງ.
ຍສໝ - ວັນທີ 21 ພຶດສະພາ, ຢູ່ນະຄອນຫຼວງ Phnom Penh (ກຳປູເຈຍ), ໄດ້ດຳເນີນພິທີເປີດສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ ປີ 2024. ລາຍການມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ກໍາປູເຈຍ ຫງວຽນຮູຍຕັງ, ຜູ້ແທນຂັ້ນສູງທຸກກະຊວງ, ຂະແໜງການຂອງ 2 ປະເທດ, ນັກທ່ອງທ່ຽວ ແລະ ປະຊາຊົນ, ນັກຮຽນ, ນັກສຶກສາ ຫວຽດນາມ ແລະ ກຳປູເຈຍ ເປັນຈຳນວນຫຼວງຫຼາຍ.
ຍສໝ - ວັນທີ 18 ພຶດສະພາ, ລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ” ປີ 2024 ທີ່ຈັດຕັ້ງໂດຍຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ສົມທົບກັບບັນດາສຳນັກງານ, ອົງການຈັດຕັ້ງ ເພື່ອເຊື່ອມໂຍງເຂົ້າກັບຄອບຄົວຊາວຫວຽດນາມ 96 ຄົນ, ມີນັກສຶກສາລາວ 127 ຄົນ, ນັກສຶກສາກຳປູເຈຍ 35 ຄົນພວມຮ່ຳຮຽນຢູ່ ຫວຽດນາມ.
ຍສໝ - ວັນທີ 30 ເມສານີ້, ບັດດາເຈົ້າໜ້າທີ່ຂັ້ນສູງປ້ອງກັນປະເທດ ລາວ ແລະ ກຳປູເຈຍ ໄດ້ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບຕາມຊາຍແດນຂອງສອງປະເທດ, ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບ ແລະ ການພັດທະນາຂອງປະຊາຊົນ.
ຍສໝ - ວັນທີ 9 ເມສາ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນກອງປະຊຸມປະທານແນວໂຮມສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ໂດຍການເປັນປະທານຮ່ວມຂອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ທ່ານ ສິນລະວົງ ຄຸດໄພທູນ, ປະທານສະພາແຫ່ງຊາດແນວໂຮມສາມັກຄີເພື່ອພັດທະນາປະເທດຊາດ ກຳປູເຈຍ, ທ່ານນາງ Samdech Mensamaan ແລະ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທ່ານ ໂດ້ວັນຈ໋ຽນ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳນະຄອນຫຼວງວຽງຈັນ, ລາວ ແລະ ກຳປູເຈຍ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງປະເທດ ແລະ ບັນດາເອກະສານການຮ່ວມມືສອງຝ່າຍທຸກຂັ້ນ ໃຫ້ມີປະສິດທິຜົນ ແລະ ໄດ້ຮັບຜົນປະໂຫຍດຕົວຈິງ. ປະເທດ ແລະ ປະຊາຊົນສອງປະເທດ.
ຍສໝ - ໂດຍເຂົ້າຮ່ວມເຄື່ອນໄຫວບັນດາກິດຈະກໍາຊຸມຊົນ; ມອບດອກໄມ້, ຊົມຖະໜົນຫົນທາງທີ່ເຕັມໄປດ້ວຍສີສັນ... ແມ່ນປະສົບການທີ່ໜ້າສົນໃຈຂອງນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນໜຶ່ງທີ່ຮຽນຢູ່ ສສ ຫວຽດນາມ ເນື່ອງໃນໂອກາດວັນແມ່ຍິງສາກົນ (8 ມີນາ).
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມໃນວົງແຄບກະຊວງປອງກັນປະເທດ ອາຊຽນ (ADMM ແຄບ), ຕອນບ່າຍວັນທີ 4 ມີນາ, ຢູ່ແຂວງ ຫລວງພະບາງ, ແຂວງພາກເໜືອຂອງລາວ, ທ່ານພົນໂທ ຫງວຽນເຕີນເກືອງ - ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີບັນດາການພົບພະຫຼາຍຝ່າຍກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ລາວ ແລະ ທ່ານພົນເອກTea Seiha - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ກຳປູເຈຍ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM ແຄບ), ຕອນບ່າຍວັນທີ 4 ມີນາ, ຢູ່ແຂວງ ຫລວງພະບາງ, ແຂວງພາກເໜືອຂອງລາວ, ທ່ານພົນໂທຫງວຽນເຕີນເກື່ອງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນເອກຈັນສະໝອນ ຈັນຍາລາດ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດລາວ ແລະ ທ່ານພົນເອກ Tea Seiha - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດກຳປູເຈຍ.
ຍສໝ - ຕອນຄ່ຳວັນທີ 1 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດຕັ້ງລາຍການສາຍຮູບເງົາໂດຍບໍ່ເສຍຄ່າ 'Đào, Phở và Piano' - ແປວ່າ “ດອກຄາຍ, ເຝີ, ປີອາໂນ”, ໃຫ້ບັນດານັກສຶກສາ ລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ, ເພື່ອຊ່ວຍໃຫ້ນັກສຶກສາເຂົ້າໃຈເພີ່ມເຕີມກ່ຽວກັບວິລະຊົນ ແລະ ຄວາມໂສກເສົ້າຂອງປະຫວັດສາດຫວຽດນາມ ໃນຊຸມປີແຫ່ງການຕໍ່ສູ້ເພື່ອເອກະລາດ.