ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ

09:01 | 15/03/2024

ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ

ໂຄງການຄອບຄົວຊາວຫວຽດນາມ ໄດ້ທູນຫົວນັກສຶກສາ ລາວ ແລະ ກຳປູເຈຍ ໄດ້ສ້າງສັນພັນແຫ່ງມິດຕະພາບ ໂຄງການຄອບຄົວຊາວຫວຽດນາມ ໄດ້ທູນຫົວນັກສຶກສາ ລາວ ແລະ ກຳປູເຈຍ ໄດ້ສ້າງສັນພັນແຫ່ງມິດຕະພາບ
ນະຄອນໂຮ່ຈີມິນ: 67 ຄອບຄົວຮັບອຸປະຖໍານັກສຶກສາລາວ, ກໍາປູເຈຍ ນະຄອນໂຮ່ຈີມິນ: 67 ຄອບຄົວຮັບອຸປະຖໍານັກສຶກສາລາວ, ກໍາປູເຈຍ

ຕອນບ່າຍວັນທີ 12 ມີນາ, ທ່ານນາງ ເຈິ່ນກີມອຽນ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ລົງພົບປະ, ຢ້ຽມຢາມຖາມຂ່າວບັນດາຄອບຄົວທີ່ຮັບອຸປະຖໍານັກສຶກສາລາວ ແລະນັກສຶກສາ ກຳປູເຈຍ ຢູ່ນະຄອນ.

ການພົບປະແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ດ້ວຍໂຄງການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ”.

ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ

ທ່ານນາງ ເຈິ່ນກີມອຽນ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ພ້ອມດ້ວຍຄອບຄົວກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ. ພາບ: hcmcpv.org.vn

ທີ່ການພົບປະ, ທ່ານນາງ ເຈິ່ນກີມອຽນ ໄດ້ສົ່ງຄຳຂອບໃຈ, ສະແດງຄວາມຮູ້ບຸນຄຸນມາຍັງບັນດາຄອບຄົວທີ່ໄດ້ຮັບອຸປະຖໍານັກສຶກສາລາວ ແລະນັກສຶກສາກຳປູເຈຍ ຢູ່ນະຄອນໂຮ່ຈີມິນ. ທ່ານນາງ ເຈິ່ນກີມອຽນ ເນັ້ນໜັກວ່າ: “ຫວຽດນາມ, ລາວ, ກຳປູເຈຍ ແມ່ນ 3 ປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ການພົວພັນສາມັກຄີລະຫວ່າງ 3 ປະເທດໄດ້ຮັບການສ້າງຂຶ້ນໂດຍການນຳນັບແຕ່ສະໄໝບູຮານ. ສະນັ້ນ, ຕໍ່ຈາກນີ້ໄປລຸ້ນຂອງພວກເຮົາຍິ່ງຕ້ອງມີຄວາມຮັບຜິດຊອບຮັກສາ ແລະພັດທະນາ”.

ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ເຈິ່ນກີມອຽນ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວຂອງບັນດາຫົວໜ່ວຍທີ່ຈັດຕັ້ງຂຶ້ນ ເພື່ອໃຫ້ນັກສຶກສາລາວ ແລະນັກສຶກສາກຳປູເຈຍ ໄດ້ເຂົ້າຮ່ວມຄົ້ນຫາ, ຊອກຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດຫວຽດນາມ.

ທ່ານນາງ ເຈິ່ນກີມອຽນ ສະເໜີໃຫ້ບັນດາຫົວໜ່ວຍຈົ່ງສືບຕໍ່ຮັກສາ, ເສີມຂະຫຍາຍເພື່ອນັກສຶກສາຕ່າງປະເທດຮູ້ສຶກໄດ້ກ່ຽວກັບວັດທະນະທຳ, ການພົວພັນໃນຄອບຄົວຂອງຊາວຫວຽດນາມ, ຊ່ວຍໃຫ້ເຂົາເຈົ້າຫຼຸດຜ່ອນຄວາມຄິດຮອດຄິດເຖິງບ້ານໄດ້ສ່ວນໃດສ່ວນໜຶ່ງ.

ບູນມີ

ເຫດການ
302 Found

Found

The document has moved here.