ຍສໝ - ທ່ານພັນເອກພິເສດ ບຸ່ຍຈ້ອງຮ໊ຽວ ຫວັງວ່າ ບັນດາພະນັກງານຂອງກອງທັບປະຊາຊົນລາວ ຈະຮັບເອົາຄວາມຮູ້, ປະສົບການທີ່ເປັນປະໂຫຍດເພື່ອຍົກສູງກຳລັງຄວາມສາມາດດ້ານວິຊາສະເພາະ, ພ້ອມທັງມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະເທດຊາດ ແລະຊາວຫວຽດນາມ, ປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີທີ່ສະໜິດຕິດພັນລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ.
ຍສໝ - ໃນໄລຍະ 2018-2023, ສະຫະພັນບັນດາອົງການມິດຕະພາບນະຄອນ ຫາຍຟ່ອງ ໄດ້ປະຕິບັດບັນດາການເຄື່ອນໄຫວສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ຢ່າງຕັ້ງໜ້າ; ຍູ້ແຮງການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຜັນຂະຫຍາຍບັນດາກົນໄກປະສານງານວຽກງານດ້ານການທູດປະຊາຊົນຢ່າງຄົບຊຸດ, ມີປະສິດທິຜົນ... ຜ່ານນັ້ນ ກໍ່ສ້າງພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການເຄື່ອນໄຫວໃນຊຸມປີຕໍ່ໄປ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງນະຄອນ ຫາຍຟ່ອງ.
Chiều 8/5, tại trụ sở Bộ, Bộ trưởng Ngoại giao Bùi Thanh Sơn đã tiếp Đại sứ đặc mệnh toàn quyền Nhật Bản tại Việt Nam Yamada Takio đến chào từ biệt trước khi kết thúc nhiệm kỳ công tác tại Việt Nam.
ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດອາຍຸການຢູ່ ຫວຽດນາມ.
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ຫງວຽນກວາງຄາຍ ອະດີດຫົວໜ້າກົມອາຊີຕາເວັນຕົກ - ອາຟະລິກາ, ກະຊວງການຕ່າງປະເທດ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳລາດຊະອານາຈັກ ອາຣັບ ເອມີເຣດ UAE, ອີຣັກ ແລະ ບາງປະເທດຕາເວັນອອກກາງ ໃຫ້ຂໍ້ມູນກ່ຽວກັບສະຖານະການທີ່ສັບສົນຢູ່ພາກພື້ນຕາເວັນອອກກາງ.
ຍສໝ - ທີ່ການໃຫ້ສຳພາດຕໍ່ນັກຂ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສັນຍານະຄອນ Geneva, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ຢືນຢັນວ່າ: ສັນຍາ Geneva ແມ່ນປຶ້ມຄູ່ມືອັນລ້ຳຄ່າຂອງໂຮງຮຽນການຕ່າງປະເທດ ແລະ ການທູດຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 4 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງໄປເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ - ອົດສະຕາລີ, ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ແຕ່ວັນທີ 5 – 11 ມີນາ ຢ່າງເປັນທາງການ.
ຍສໝ - ວັນທີ 26 ກຸມພາ ຢູ່ ຮ່າໂນ້ຍ, ກ່າວຄຳປາໄສທີ່ການພົບປະກັບຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2024 – 2027, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕ່ເລີມ ໃຫ້ຮູ້ວ່າ: ການຜັນຂະຫຍາຍວຽກງານການຕ່າງປະເທດ ກໍ່ແມ່ນມາດຕະການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບ, ຄວາມປອດໄພທາງສັງຄົມແຕ່ໂດຍໄວ ແລະ ແຕ່ໄກ, ປະກອບສ່ວນຮັກສາຄວາມສະຖຽນລະພາບຂອງປະເທດຊາດ, ກໍ່ຄືສັນຕິພາບ, ຄວາມສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ; ສ້າງສະພາບແວດລ້ອມທີ່ສະດວກເພື່ອຊຸກຍູ້ການຮ່ວມມື, ຍົກສຸງທີ່ຕັ້ງຂອງປະເທດຊາດໃນເວທີສາກົນ.
ຍສໝ - ລີ່ມແຕ່ວັນທີ 31 ມັງກອນ - 02 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ຈະເຂົ້າຮ່ວມ ເວທີປາໄສຂັ້ນລັດຖະມົນຕີ ພາກພຶ້ນມະຫາສະໝຸດອິນເດຍ - ປາຊີຟິກ (IPMF) ຄັ້ງທີ 3 ແລະ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ເອີຣົບ (AEMM) ຄັ້ງທີ 24 ຕາມຄຳເຊີນຂອງ ທ່ານຮອງປະທານຄະນະກຳມະການເອີຣົບ ທັງເປັນຜູ້ຕາງໜ້າຂັ້ນສູງສະຫະພາບເອີຣົບ ກ່ຽວກັບນະໂຍບາຍດ້ານຄວາມປອດໄພ ແລະ ການຕ່າງປະເທດ, Joseph Borrell, ສົບທົບກັບການຢ້ຽມຢາມ, ເຮັດວຽກ ຢູ່ແບຣນຊິກ.
ຍສໝ - ຕອນບ່າຍວັນທີ 16 ມັງກອນ, ຢູ່ນະຄອນຝູ໋ກວກ, ແຂວງ ກຽນຢາງ, ຄະນະໂຄສະນາສຶກສາແຂວງ ກຽນຢາງ ໄດ້ສົມທົບກັບກອງບັນຊາການກອງທັບເຮືອ ເຂດ 5 ຈັດຕັ້ງພິທີສະຫຼຸບ ແລະ ມອບລາງການແຂ່ງຂັນຂຽນ ດ້ວຍຫົວຂໍ້ “ວຽກງານຂ່າວສານການຕ່າງປະເທດ; ການໂຄສະນາກ່ຽວກັບທະເລ, ໝູ່ເກາະ ແລະ ຊາຍແດນດິນຕໍ່ແຜ່ນ" ແຂວງ ກຽນຢາງ ໃນປີ 2023.
ຍສໝ - ວັນທີ 30 ທັນວານີ້, ລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການລັດຖະມົນຕີການຕ່າງປະເທດອາຊຽນກ່ຽວກັບການຮັກສາ ແລະ ຊຸກຍູ້ຄວາມໝັ້ນຄົງພື້ນທີ່ທະເລຢູ່ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ຕອນເຊົ້າວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມການຕ່າງປະເທດ ຄັ້ງທີ 32 ດ້ວຍຫົວຂໍ້ “ເສີມຂະຫຍາຍບົດບາດນຳໜ້າ, ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ໝັ້ນຄົງເຂັ້ມແຂງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ” ໄດ້ໄຂຂຶ້ນຢ່າງເປັນທາງການ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
ຍສໝ - ໃນຊຸມປີຜ່ານມານີ້, ດ້ວຍຄວາມເອົາໃຈໃສ່ຂອງພັກ ແລະ ລັດ, ເສດຖະກິດ, ວັດທະນະທຳ, ສັງຄົມຢູ່ເຂດຊາຍແດນແຂວງ ແທງຮ໋ວາ ນັບມື້ນັບພັດທະນາ, ແຕ່ໂດຍທົ່ວໄປ, ຊີວິດຂອງທະຫານ ແລະ ປະຊາຊົນເຂດຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ; ບັນດາອິດທິກຳລັງປະຕິການ, ສັດຕູສວຍໃຊ້ບັນດາບັນຫາປະຊາທິປະໄຕ, ສິດທິມະນຸດ, ຊົນເຜົ່າ, ສາສະໜາ ເພື່ອບິດເບືອນແຜນນະໂຍບາຍ, ແນວທາງຂອງ ພັກ, ນະໂຍບາຍ, ກົດໝາຍຂອງ ລັດ. ສະພາບຕົວຈິງທີ່ກ່າວມາຂ້າງເທິງນີ້ໄດ້ສົ່ງຜົນສະທ້ອນໂດຍກົງ ແລະ ໄດ້ສ້າງສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ວຽກງານຖະແຫຼງຂ່າວການຕ່າງປະເທດຂອງທະຫານປ້ອງກັນຊາຍແດນ ແທງຮ໋ວາ.
ຍສໝ - ຫ້ອງການລັດຖະບານ ຫາກໍ່ອອກເອກະສານແຈ້ງຂ່າວຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ ເຈີ່ນລີວກວາງ ກ່ຽວກັບສະພາບການລົງທຶນຕ່າງປະເທດ ພາຍຫຼັງໄດ້ຮັບບົດລາຍງານ ແລະ ຂໍ້ສະເໜີແນະຈາກກະຊວງແຜນການ ແລະ ການລົງທຶນ.
ຍສໝ - ວັນທີ 7 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ຫງວຽນມິງຮັ່ງ ໄດ້ໃຫ້ການຕ້ອນຮັບກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຟຣິກາ ປະຈຳ ຮ່າໂນ້ຍ.
ຍສໝ - ກ່າວຄຳເຫັນທີ່ເວທີປາໄສທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງອົງການກຳມະບານຫວຽດນາມ, ທ່ານປະທານສະຫະພັນແຮງງານແຂວງ ກວາງນາມ ໄດ້ຕີລາຄາສູງບັນດາການເຄື່ອນໄຫວວຽກງານການຕ່າງປະເທດຂອງອົງການກຳມະບານແຂວງ ກວາງນາມ ໄດ້ຮັບການຊຸກຍູ້ໃນໄລຍະມໍ່ໆມານີ້.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ເລື່ອງສະພາແຫ່ງຊາດສາມປະເທດໄດ້ປະຕິບັດວຽກງານຕິດຕາມກວດກາ, ຊຸກຍູ້ການປະຕິບັດຂໍ້ຕົກລົງ, ຄໍາໝັ້ນສັນຍາໃນທຸກຂົງເຂດລະຫວ່າງສາມລັດຖະບານ, ປະກອບສ່ວນພັດທະນາເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV – DTA) ເປັນຢ່າງດີ, ເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງສາມປະເທດຢ່າງເລິກເຊິ່ງ ແລະໝັ້ນແກ່ນກວ່າອີກ.
ຍສໝ - ເນື່ອງໃນໂອກາດທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສິ້ນສຸດການໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການໄປຢ້ຽມຢາມຄັ້ງນີ້.
ຍສໝ - ຕອນບ່າຍວັນທີ 27 ພະຈິກ, ກຸ່ມແຂ່ງຂັນສະພາກາແດງບັນດາແຂວງເຂດພູດອຍເຂດຊາຍແດນພາກເໜືອປະກອບດ້ວຍ: ລາວກ່າຍ, ລາຍເຈົາ, ດ້ຽນບຽນ, ເຊີນລາ, ກ່າວບັງ, ລ້າງເຊີນ, ຮ່າຢາງ ໄດ້ຈັດຕັ້ງກອງປະຊຸມສະຫລຸບສັງລວມວຽກງານຂອງສະມາຄົມ ແລະ ຂະບວນການກາແດງປີ 2023, ທິດທາງໜ້າທີ່ໃນປີ 2024
ຍສໝ - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມ COP28, ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງການໄປປະຕິບັດງານ.
ຍສໝ - ໃນລະຫວ່າງວັນທີ 23-24 ພະຈິກ, ຢູ່ແຂວງ ບັກຢາງ, ກຸ່ມ 1 ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸ “ບົດຮຽນປະສົບການ ແລະ ບັນດາມາດຕະການແກ້ໄຂ ເພື່ອຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ” ແລະ ສະຫຼຸບວຽກງານໃນປີ 2023.