ຄວາມເສລີໃນການເຊື່ອຖື ແລະສາສະໜາຢູ່ ຫວຽດນາມ: ຄວາມຈິງທີ່ບໍ່ອາດປະຕິເສດ

00:00 | 12/08/2024

​ຍສໝ - ໃນ​ຫຼາຍ​ປີ​ຜ່ານ​ມາ, ບັນດາ​ເປົ້າໝາຍ​ທີ່​ຂາດຄວາມຫວັງ​ດີ, ຫົວຮຸນແຮງ, ພວກປະຕິ​ການໄດ້​ຊອກຫາ​ທຸກ​ວິທີ ​ແລະ ເລ່ລ່ຽມ​ເພື່ອຕ້ານ ແລະ ​ທຳລາຍ​ພັກ, ລັດ​ ຫວຽດນາມ. ໜຶ່ງ​ໃນ​ບັນດາ​ບັນຫາ​ທີ່​ເຂົາ​ເຈົ້າ​ມັກ​ເຜີຍ​ແຜ່, ເສກສັນປັ້ນແຕ່ງ ​ແລະ ຢຶດຕິດ​ຢ່າງ​ດຸ​ເດືອດ​ແມ່ນ​ການ​ບິດ​ເບືອນ ​ແລະ ​ເສກສັນ​ກ່ຽວ​ກັບ​ສະພາບ​ເສລີພາບ, ຄວາມ​ເຊື່ອ​ຖື, ສາສະໜາ​ຂອງ ​ຫວຽດນາມ. ເລ່ລ່ຽມ ​ແລະ ​ກິດ​ຈະ​ກຳ​ເຫຼົ່າ​ນີ້​ໂດຍບັນດາອິດທິ​ກຳ​ລັງ​ເປັນ​ສັດຕູ​​ສືບ​ຕໍ່ຊຸກ​ຍູ້ໃນ​ປີ 2024.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ
ຄວາມເສລີໃນການເຊື່ອຖື ແລະສາສະໜາຢູ່ ຫວຽດນາມ: ຄວາມຈິງທີ່ບໍ່ອາດປະຕິເສດ

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເມືອງ​ ບາວ​ເລີມ (​ແຂວງ ກາວ​ບັງ) ​ໄດ້​ໂຄສະນາ​ເຜີຍ​ແຜ່, ປຸກລະດົມ​ປະຊາຊົນ​ປະຕິບັດ​ວິຖີ​ຊີວິດ​ທີ່​ສີວິໄລ ​ແລະ ​ເຄົາລົບ​ກົດໝາຍ​ໃນ​ການດຳເນີນຊີວິດ​ ທີ່​ຈຸດກຸ່ມ​ຂາວປະເສີດເຜົ່າ ມົ້ງ ຢູ່​ໝູ່​ບ້ານ​ ນາ​ກ່າ, ເທສະບານ​ເມືອງ ປາກມ້ຽວ.

​ແຕ່​ຕົ້ນ​ປີ 2024, ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດເສລີ​ພາບ​ທາງ​ສາສະໜາ​ສາກົນ (IRF - ກອງ​ປະຊຸມ​ປະຈຳ​ປີ​ຂອງ​ບັນດາ​ອົງການຈັດຕັ້ງ​ສັງຄົມ​ພົນລະ​ເຮືອນ) ທີ່​ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 30-31 ມັງກອນ​ ຢູ່​ນະຄອນຫຼວງ Washington - ອາເມລິກາ, ​ ​ເຊິ່ງນັບເປັນ​ສິບ​ຄົນ​ໄດ້ເອີ້ນຕົນເອງເປັນ “ນັກ​ເຄື່ອນ​ໄຫວ​ເພື່ອ​ຄວາມເສລີ​ທາງ​ສາສະໜາໃຫ້ ຫວຽດ​ນາມ” ໄດ້​ສວຍ​ໃຊ້​ກາ​ລະ​ໂອ​ກາດ​ເຂົ້າ​ໃກ້ ແລະ ຂົນຂວາຍແລວສຳລັບບັນດາ​ນັກ​ນິຕິບັນຍັດ, ບໍລິຫານ ແລະ ບັນດາອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​ແນໃສ່ສ້າງຄວາມກົດ​ດັນ​ຕໍ່ອຳນາດການປົກຄອງຂອງ ​ຫວຽດ​ນາມ.

ຕາມ​ການ​ເປີດ​ເຜີຍ​ຂອງໜື່ງໃນສະມາຊິກ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ໄດ້ມີສ່ວນ​ໃດໜຶ່ງ​ໄດ້​ຊີ້​ແຈ້ງວ່າ: “ພວກ​ຂ້າພະເຈົ້າ​ໄດ້​ແບ່ງ​ອອກ​ເປັນ​ຫຼາຍ​ກຸ່ມ​ເພື່ອ​ພົບ​ປະ​ກັບ​ບັນດາ​ຜູ້ແທນປະຊາຊົນ ​ແລະ ສະມາຊິກ​ສະພາ​ສູງ ​ເພື່ອ​ຍົກ​ໃຫ້​ເຫັນ​ບັນດາ​ກໍລະນີ​ພົ້ນເດັ່ນ​ກ່ຽວ​ກັບ​ການ​ປາບປາມ​ສິດ​ເສລີ​ທາງ​ສາສະໜາ ​ແລະ ສິດທິ​ມະນຸດ​ຢູ່ ຫວຽດນາມ”.

​ໃນ​ນັ້ນ, ​ເປັນ​ບໍ່ອາດ​ຈະ​ບໍ່​ເວົ້າ​ເຖິງ​ຄວາມ​ຫ້າວຫັນ​ຂອງ BPSOS (ຄະນະ​ກຳມະການ​ຊ່ວຍ​ເຫຼືອ​ປະຊາຊົນ​ຂ້າມ​ທະ​ເລ, ​ໂດຍ​ເປົ້າໝາຍ ຫງວຽນ​ດິງ​ຖັງ ​ເປັນ​ປະທານ, ທັງເປັນຜູ້ອຳນວຍການ). ໂດຍສວຍ​ໃຊ້​ເວທີ​ປາ​ໄສ, BPSOS ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂຕະ​ມົນ​ໃນ​ນາມການ​ປຶກສາ​ຫາລື​ສິດ​ເສລີ​ທາງ​ສາສະໜາ, ​ແຕ່​ໂດຍ​ເນື້ອ​ແທ້​ແລ້ວ ​ແມ່ນ​ບິດ​ເບືອນ​ນະ​ໂຍບາຍ​ສາສະໜາ​ຢູ່ ​ຫວຽດນາມ, ​ໃຫ້​ຂໍ້​ມູນ​ຂ່າວທີ່ບິດເບືອນຄວາມຈິງກ່ຽວ​ກັບ​ອັນ​ທີ່​ເອີ້ນ​ວ່າ “ບັນດາອົງການຈັດຕັ້ງສາສະໜາທີ່ຖືກ​ຄວບ​ຄຸມໂດຍລັດຖະບານ​”, “ການປາບປາມຂອງລັດຖະບານສຳລັບປະຊາຄົມໃນບໍລິເວນຢູ່ ​ຫວຽດ​ນາມ”.

ຫົວ​ໜ້າ​ອົງ​ການ​ຈັດ​ຕັ້ງ ຫງວຽນ​ດິງ​ຖັງ ໄດ້​ສວຍໃຊ້​ກາ​ລະ​ໂອ​ກາດ​ຂຶ້ນເວທີດ້ວຍຖານະເປັນ​ນັກປາຖະກະຖາ. ​ແລະບໍ່​ແປກໃຈ​ທີ່​ຜູ້​ນີ້​ຍັງ​ສືບ​ຕໍ່​ເສກສັນປັ້ນແຕ່ງ ​ແລະ ໃສ່ຮ້າຍປ້າຍສີ​ ຫວຽດນາມ ຢ່າງອຸກອາດ​ໃນ​ບັນຫາ “ການ​ຄວບ​ຄຸມ​ສາສະໜາ”; ພ້ອມກັນນັ້ນ, ກໍໄດ້ສ້າງຄວາມຂຸ່ນແຄ້ນໃຫ້ປະຊາຊົນຢ່າງໜັກໜ່ວງ ໂດຍບິດເບືອນການປະສານງານລະຫວ່າງຄະນະກຳມາທິການສາສະໜາຂອງລັດຖະບານ ແລະ ກະຊວງຕຳຫຼວດວ່າ “ເພື່ອໜີບຂົ່ມ ແລະ ປາບປາມສາສະໜາ”, ກໍ່ຄືໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບອັນທີ່ເອີ້ນວ່າ “ບັນດາຮູບແບບການປາບປາມຂ້າມຊາດຂອງຄອມມູນິດ ຫວຽດນາມ".

ໃນເວລາທີ່ຜ່ານ​ມາ​, ພາຍ​ໃຕ້​ການບໍລິຫານ​ຂອງ​ ຫງວຽນ​ດິງ​ຖັງ, BPSOS ​ໄດ້​ສືບ​ຕໍ່​ຍູ້ແຮງ​ການ​ປະຕິບັດ​ອັນ​ທີ່​ເອີ້ນ​ວ່າ “​ໂຄງການ​ສິດທິ​ພົນລະ​ເມືອງ​ ຫວຽດນາມ”, ​ໂດຍ​ຮຽກຮ້ອງ​ໃຫ້ “ຮັບປະກັນ​ການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ການປົກ​ປ້ອງ​ສິດທິ​ພົນລະ​ເມືອງ​ໃນ​ກົດໝາຍ​ແຫ່ງ​ຊາດຢ່າງຖືກຕ້ອງ ​ແລະ ຊຸກຍູ້​ການ​ປະຕິບັດ​ບັນດາ​ມາດຖານ​ສິດທິ​ມະນຸດ​ຕາມ​ກົດໝາຍສາກົນ”.

​ແຕ່​ໃນ​ສະພາບ​ຕົວ​ຈິງ, ອົງການ​ນີ້​ມັກ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານທີ່ຜິດກັບຄວາມຈິງ ​ແລະ ​ເສກສັນປັ້ນແຕ່ງ​ກ່ຽວ​ກັບ​ແນວທາງນະ​ໂຍບາຍ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດກ່ຽວ​ກັບ​ບັນຫາ​ສາສະໜາ, ​ຍຸແຍ່ ​ແລະ ​ກໍ່ໃຫ້​ເກີດ​ຄວາມ​ແຕກ​ແຍກ​ຂອງ​ກຸ່ມ​ມະຫາສາມັກຄີທົ່ວ​ປວງ​ຊົນ, ເຮັດໃຫ້ຫຼຸດຜ່ອນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ໃນ​ການ​ນຳພາ​ຂອງ​ພັກ, ​ເປັນ​ການ​ກີດຂວາງ​ເສັ້ນທາງກ້າວໄປເຖິງສັງ​ຄົມ​ນິ​ຍົມ​ຢູ່​ ຫວຽດ​ນາມ, ຫຼຸດ​ຜ່ອນ​ບົດ​ບາດ ແລະ ອິດທິພົນຊື່​ສຽງ​ຂອງ ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ.

ບັນດາການກະທໍາຂອງ BPSOS ບໍ່ໄດ້ສ້າງຄວາມແປກໃຈສໍາລັບຜູ້ທີ່ເຂົ້າໃຈບັນຫາ, ເພາະວ່າແຕ່ໃດໆມາພວກເຂົາບໍ່ໄດ້ແປກກັບວິທີການເຄື່ອນໄຫວຂອງອົງການນີ້. ເນື້ອແທ້ຂອງ BPSOS ​ແມ່ນ​ອົງການ​ປະຕິ​ການ​ທີ່​ພັດຖິ່ນດ້ວຍ​ວິທີການ ​ແລະ ເລ່ລ່ຽມການຕ້ານຄືນ​ຢ່າງ​ດຸ​ເດືອດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໄດ້​ລະ​ເມີດ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ ຫວຽດນາມ ​ໂດຍ​ກົງ.

ບົດ​ລາຍ​ງານ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ແຕ່​ປີ 2016 ຮອດ​ປະຈຸ​ບັນ, BPSOS ​ໄດ້​ຈັດຕັ້ງຫຼາຍ​ຊຸດ​ອົບຮົມ​ໃຫ້ບັນດາເປົ້າໝາຍຢູ່​ພາຍ​ໃນ​ປະ​ເທດ, ຕົ້ນຕໍ​ແມ່ນ​ປັນຍາ​ຊົນ ​ແລະ ສະມາຊິກ​ທີ່​ມີ​ຄວາມ​ຄິດຜິດພາດ​ດ້ານ​ການ​ເມືອງ ​ແລະ ກົດໝາຍ, ຈຳນວນເປົ້າໝາຍ​ທາງ​ການ​ເມືອງ​ຫົວຮຸນແຮງ​ໃນ​ສາສະໜາ ​ແລະ ຊົນ​ເຜົ່າ.

ຜ່ານ​ການ​ຝຶກ​ອົບຮົມ, BPSOS ​ໄດ້​ຊີ້​ນຳ​ບັນດາ​ເປົ້າໝາຍ​ນີ້​ຂຽນ​ບົດ​ລາຍ​ງານ​ກ່ຽວ​ກັບບັນຫາ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ ​ດ້ວຍເປົ້າໝາຍ​ໂຄສະນາ​ຕ້ານຄືນ ຫວຽດນາມ. ອົງການ​ນີ້​ກໍ່​ຕັ້ງໜ້າຍຸແຍ່, ຍຸຍົງສົ່ງເສີມເປົ້າໝາຍຈຳນວນໜຶ່ງ​ພາຍ​ໃນ​ປະ​ເທດ ​ເພື່ອ​ສ້າງ​ຕັ້ງ​ບັນດາ​ກຸ່ມ​ທີ່ປອມ​ຕົວ​ໃນນາມ​ການ​ເຄື່ອນ​ໄຫວ “ປະຊາທິປະ​ໄຕ” “ສິດທິ​ມະນຸດ” ​ເພື່ອ​ເຕົ້າ​ໂຮມ​ກຳລັງ​​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ານ​ ແລະ ທຳລາຍ ​ຫວຽດນາມ.

ຕ້ອງ​ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ປະຕິບັດ​ນະ​ໂຍບາຍ​ເຄົາລົບ ​ແລະ ຮັບປະກັນ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື, ສາສະໜາ​ຢ່າງ​ສະເໝີຕົ້ນສະເໝີປາຍ. ບົດ​ລາຍ​ງານທີ່ກອງປະຊຸມ​ສະຫຼຸບເບື້ອງຕົ້ນ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນຂະຫຍາຍ​ວຽກ​ງານ 6 ​ເດືອນ​ທ້າຍ​ປີ 2024 ກ່ຽວ​ກັບ​ວຽກ​ງານ​ສາສະໜາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກໍລະກົດ ປີ 2024 ຢູ່​ນະຄອນ ຫ້າລວງ, ​ແຂວງ ກວາງ​ນິງ ​ຊີ້ແຈ້ງ​ວ່າ:

ວຽກງານການບໍລິຫານ​ລັດ​ກ່ຽວ​ກັບ​ຄວາມ​ເຊື່ອ​ຖື​, ສາສະໜາ​ຮັບປະກັນຜົນສັກສິດ, ປະສິດທິຜົນ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ຄວາມ​ເຊື່ອ​ຖື, ສາສະໜາ​ໃນ​ທົ່ວ​ປະ​ເທດ. ອຳນາດການປົກຄອງ​ທຸກ​ຂັ້ນ​ເອົາ​ໃຈ​ໃສ່​ຊີ້​ນຳ ​ແລະ ຊ່ວຍ​ເຫຼືອ​ບັນດາ​ອົງການ​ສາສະໜາ​ດຳ​ເນີນ​ງານ​ຕາມລະບຽບ​ກົດໝາຍ; ຮັບປະກັນ​ການ​ເຄື່ອນ​ໄຫວ​ທາງ​ສາສະໜາ​ໃຫ້​ໝັ້ນຄົງ, ປະຕິບັດ​ຕາມ​ກົດໝາຍ, ຕິດພັນກັບ​ປະ​ເທດ​ຊາດ.

ວຽກງານກວດກາການປະຕິບັດຕາມກົດໝາຍວ່າດ້ວຍຄວາມເຊື່ອ ແລະ ສາສະໜາ ແມ່ນໄດ້ດຳເນີນໄປຕາມຂໍ້ກຳນົດຂອງກົດໝາຍ. ວຽກງານການ​ຕ່າງປະ​ເທດ​ທາງ​ສາສະໜາ ​ແລະ ການ​ຕໍ່ສູ້​ສິດທິ​ມະນຸດ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ເສີມຂະຫຍາຍ; ເປັນເຈົ້າການໃນການສະໜອງ​ຂໍ້​ມູນ​ຂ່າວສານ​ ​ແລະ ​ປະຕິເສດຖ້ອຍທຳນອງ​ການ​​ບິດ​ເບືອນ​ຂອງ​ກຳລັງ​ສັດຕູ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປີດ​ກ້ວາງ​ຂອງ​ພັກ ​ແລະ ລັດ ຫວຽດນາມ.

ບັນດາ​ໝາກຜົນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ນະ​ໂຍບາຍ​ທີ່​ຖືກຕ້ອງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ພັກ ​ແລະ ລັດ​ ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງແທດຈິງເພື່ອ​ຮັບປະກັນ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື ​ແລະ ສາສະໜາ​ຢູ່​ ຫວຽດນາມ ​ໂດຍ​ບໍ່​ມີ​ກຳລັງ​ໃດໆ​ສາມາດບິດ​ເບືອນ, ໃສ່ຮ້າຍປ້າຍສີໄດ້.

ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 23 ພຶດສະພາ, ຄະນະ​​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ ແລະ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ແຂວງ ກວາງ​ບິ່ງ ​ໄດ້​ຈັດ​ພິທີ​ມອບ​ຮັບ, ​ໄວ້ອາໄລ ​ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບ​ອາສາ​ສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ລາວ​ ໄດ້​ກັບ​ຄືນບ້ານເກີດ ແລະ ...

ຫວຽດນາມ ປະຕິເສດ ສໍຳລັບບົດລາຍງານສິດເສລີທາງສາສະໜາສາກົນປີ 2024 ຂອງຄະນະກຳມະການເສລີທາງສາສະໜາສາກົນ

ຫວຽດນາມ ປະຕິເສດ ສໍຳລັບບົດລາຍງານສິດເສລີທາງສາສະໜາສາກົນປີ 2024 ຂອງຄະນະກຳມະການເສລີທາງສາສະໜາສາກົນ

ຍສໝ - ວັນ​ທີ 9 ພຶດສະພາ 2024, ຢູ່​ທີ່​ກອງ​ປະຊຸມ​ຂ່າວ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ, ​ໃນການຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວສະເໜີໃຫ້ຮູ້ວ່າ ກ່ຽວກັບວິຈານຂອງ​ ຫວຽດນາມ ກ່ຽວກັບບົດ​ລາຍ​ງານ​ສິດ​ເສລີ​ທາງ​ສາສະໜາ​ປີ 2024 ຂອງ​ກຳມາທິການການ​ເສລີ​ທາງ​ສາສະໜາ​ສາກົນ (USCIRF), ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າມທູຮັ່ງ ​ເນັ້ນ​ໜັກວ່າ:

ມິງດຶກ

ເຫດການ
302 Found

Found

The document has moved here.