ອັດຊຸດຝຶກອົບຮົມວຽກງານການຕ່າງປະເທດດ້ານປ້ອງກັນຊາດໃຫ້ແກ່ພະນັກງານກອງທັບລາວ

10:46 | 19/06/2024

ອັດຊຸດຝຶກອົບຮົມວຽກງານການຕ່າງປະເທດດ້ານປ້ອງກັນຊາດໃຫ້ແກ່ພະນັກງານກອງທັບລາວ

ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ
ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ

ຕອນບ່າຍວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວຽກງານການຕ່າງປະເທດດ້ານປ້ອງກັນຊາດ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2024.

ກ່າວຄຳເຫັນທີ່ພິທີປິດ, ທ່ານພັນເອກພິເສດ ບຸ່ຍຈ້ອງຮ໊ຽວ, ຮອງຫົວໜ້າກົມພົວພັນຕ່າງປະເທດ ເນັ້ນໜັກວ່າ: ສະພາບການໂລກ ແລະພາກພື້ນໃນປະຈຸບັນມີການຜັນແປສັບສົນ, ຮຽກຮ້ອງໃຫ້ຖັນແຖວພະນັກງານເຮັດວຽກງານການທູດ ເວົ້າລວມ ແລະພະນັກງານເຮັດວຽກງານການຕ່າງປະເທດດ້ານປ້ອງກັນຊາດ ເວົ້າສະເພາະ ຕ້ອງສືບຕໍ່ຄົ້ນຄວ້າ ແລະຍົກສູງກໍາລັງຄວາມສາມາດ, ລະດັບຄວາມຮູ້ໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ເປັນຕົ້ນແມ່ນວຽກງານຄົ້ນຄວ້າ, ວິເຄາະໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການ ແລະເປັນເສນາທິການກ່ຽວກັບວິທີການແກ້ໄຂ ເພື່ອຮັບປະກັນຜົນປະໂຫຍດຂອງປະເທດ, ຂອງຊາດຢ່າງສຸດຂີດ.

ຄຽງຄູ່ກັນນັ້ນ, ການຫັນເປັນໂລກາພິວັດ, ສັນຕິພາບ ແລະການຮ່ວມມືໄດ້ ແລະກໍາລັງແມ່ນທ່າອ່ຽງລວມຂອງໂລກ. ສິ່ງດັ່ງກ່າວພາໃຫ້ການເຄື່ອນໄຫວພົວພັນຕ່າງປະເທດນັບມື້ນັບເພີ່ມຂຶ້ນ, ຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂຶ້ນກ່ຽວກັບລັກສະນະທັນສະໄໝ ແລະເປັນມືອາຊີບຂອງວຽກງານການທູດ ເວົ້າລວມ, ວຽກງານການຕ່າງປະເທດດ້ານປ້ອງກັນຊາດ ເວົ້າສະເພາະ. ສະນັ້ນ, ພະນັກງານເຮັດວຽກງານການທູດເວົ້າລວມ, ພະນັກງານເຮັດວຽກງານການຕ່າງປະເທດດ້ານປ້ອງກັນຊາດ ເວົ້າສະເພາະ ຕ້ອງຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຍົກລະດັບ, ທັກສະດ້ານວິຊາການຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສົມກັບໜ້າທີ່ວຽກງານ.

ອັດຊຸດຝຶກອົບຮົມວຽກງານການຕ່າງປະເທດດ້ານປ້ອງກັນຊາດໃຫ້ແກ່ພະນັກງານກອງທັບລາວ

ມອບໃບຢັ້ງຢືນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ທີ່ສໍາເລັດການຝຶກອົບຮົມ. ພາບ: qdnd.vn

ໂດຍຊົມເຊີຍຜົນສຳເລັດຂອງຊຸດຝຶກອົບຮົມ, ທ່ານພັນເອກພິເສດ ບຸ່ຍຈ້ອງຮ໊ຽວ ຫວັງວ່າ ບັນດາພະນັກງານຂອງກອງທັບປະຊາຊົນລາວ ຈະຮັບເອົາຄວາມຮູ້, ປະສົບການທີ່ເປັນປະໂຫຍດເພື່ອຍົກສູງກຳລັງຄວາມສາມາດດ້ານວິຊາສະເພາະ, ພ້ອມທັງມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະເທດຊາດ ແລະຊາວຫວຽດນາມ, ປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີທີ່ສະໜິດຕິດພັນລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ. ທ່ານພັນເອກພິເສດ ບຸ່ຍຈ້ອງຮ໊ຽວ ປາດຖະໜາວ່າ ບັນດາພະນັກງານກອງທັບປະຊາຊົນລາວ ຈະໝູນໃຊ້ຄວາມຮູ້, ບົດຮຽນ, ປະສົບການທີ່ໄດ້ຄົ້ນຄວ້າ, ຮ່ຳຮຽນມາ ຢ່າງມີຫົວຄິດປະດິດສ້າງເພື່ອປະຕິບັດສໍາເລັດພາລະບົດບາດ, ໜ້າທີ່ຮັບຜິດຊອບເຊິ່ງກະຊວງປ້ອງກັນປະເທດລາວ ມອບໝາຍໃຫ້ເປັນຢ່າງດີ.

ບູນມີ

ທ່ານອາດຈະມັກ

302 Found

Found

The document has moved here.