ວຽກງານການຕ່າງປະເທດຂອງ ຫວຽດນາມ ແລະ ອົດສະຕາລີ

11:09 | 07/03/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 4 ມີນາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນ​ລະ​ຍາ​ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ໄປເຂົ້າ​ຮ່ວມກອງ​ປະ​ຊຸມ​​ຂັ້ນ​ສູງພິເສດອາ​ຊຽນ - ອົດ​ສະ​ຕາ​ລີ, ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ແຕ່​ວັນ​ທີ 5 – 11 ມີນາ ຢ່າງ​ເປັນ​ທາງ​ການ.

35 ປີແຫ່ງການຮ່ວມມືດ້ານໂທລະຄົມມະນາຄົມ ອົດສະຕາລີ - ຫວຽດນາມ 35 ປີແຫ່ງການຮ່ວມມືດ້ານໂທລະຄົມມະນາຄົມ ອົດສະຕາລີ - ຫວຽດນາມ
ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ

ກອງ​ປະຊຸມ​​ຂັ້ນ​ສູງ​ພິ​ເສດ ​ອາ​ຊຽນ - ອົດ​ສະ​ຕາ​ລີ ​ທີ່ໄດ້​ດຳ​ເນີນ​ແຕ່​ວັນ​ທີ 4 ມີນາ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ເບິ່ງຄືນ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ໃໝ່​ຄື: ດິນຟ້າອາກາດ, ພະລັງງານ​ສະອາດ ​ແລະ ​ເຕັກ​ໂນ​ໂລ​ຢີສູງ.

ວຽກງານການຕ່າງປະເທດຂອງ ຫວຽດນາມ ແລະ ອົດສະຕາລີ

ຫວຽດນາມ ​ແລະ 50 ປີ ອາ​ຊຽນ - ອົດ​ສະ​ຕາ​ລີ

"ຄູ່ຮ່ວມມືໃຫ້ແກ່ອະນາຄົດ"

​ເມື່ອ​ເບິ່ງ​ຄືນ​ປະຫວັດສາດ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ, ອົດ​ສະ​ຕາ​ລີ​ ຍາມໃດກໍນອນໃນໜຶ່ງ​ໃນ​ບັນດາ​ປະ​ເທດປະຈັນບານໃນ​ການ​ພົວພັນ​ກັບ​ ອາ​ຊຽນ. ອົດ​ສະ​ຕາ​ລີ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຄູ່​ຮ່ວມມືໂອ້ລົມ​ເຈລະຈາ​ທຳ​ອິດ​ຂອງ​ ອາ​ຊຽນ ​ໃນ​ປີ 1974, ​ເມື່ອ​ນັ້ນ ອາຊຽນ ມີສະມາຊິກພຽງແຕ່ 5 ປະເທດ. ຮອດ​ປີ 2021, Canberra ກາຍ​ເປັນ​ໜຶ່ງ​ໃນ​ສອງ​ປະ​ເທດ​ທຳ​ອິດ​ທີ່​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ​ອາ​ຊຽນ ອີກເທື່ອໜຶ່ງ.

“ຄວາມໝັ້ນຄົງໃນການພົວພັນລະຫວ່າງ ອາຊຽນ ແລະ ອົດສະຕາລີ ໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ ແມ່ນຈຸດພົ້ນເດັ່ນທີ່ສຸດ”, ທ່ານ ປອ Troy Lee-Brown ມາຈາກສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງ (ມະຫາວິທະຍາໄລຕາເວັນຕົກ ອົດສະຕາລີ) ໄດ້ໃຫ້ຄຳເຫັນຕໍ່ ໜັງສືພິມ ຕວຍແຈ.

ກອງ​ປະຊຸມ​ຂັ້ນສູງຢູ່ Melbourne ບໍ່​ພຽງ​ແຕ່​ເພື່ອ​ ອາ​ຊຽນ ​ແລະ ອົດ​ສະ​ຕາ​ລີ ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ຄົບຮອບ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ພະຍາຍາມ​ຂອງ​ Canberra ​ເພື່ອ​ເພີ່ມ​ທະວີ​ຄວາມ​ເປັນໜ້າສົນໃຈ​ໃນ​ສາຍ​ຕາ​ຂອງ​ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຕື່ມອີກ, ເຊິ່ງເປັນ​​ເຂດ​ທີ່​ຕິດ​ກັບ​ອົດ​ສະ​ຕາ​ລີ ​ແລະ ດຶງ​ດູດ​ຄວາມ​ສົນ​ໃຈ​ນັບ​ມື້​ນັບ​ຫຼາຍ​ຂຶ້ນຈາກ​ບັນດາ​ປະເທດມະຫາອຳນາດ ຍ້ອນ​ຈຸດ​ຢືນ​ໃຈກາງ​ໃນ​ພາກ​ພື້ນ​ມະຫາສະໝຸດ ອິນເດຍ - ​ປາ​ຊີ​ຟິກ.

“ອາ​ຊຽນ ​ແມ່ນ​ຈຸດ​ໃຈກາງ​ໃນຍຸດ​ທະ​ສາດ​ຂອງ​ພາກ​ພື້ນ​ຂອງ​ພວກ​ຂ້າພະ​ເຈົ້າ​. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ກອງ​ປະຊຸມຂັ້ນສູງຄັ້ງ​ນີ້ ຈະ​ປັບປຸງ​ບົດບາດ​ຂອງ ອາ​ຊຽນ ​ໃນ​ການ​ຮັກສາ​ຄວາມໝັ້ນຄົງ, ສັນຕິພາບ ​ແລະ ການໂອ້ລົມ​ເຈລະຈາ​ຢູ່​ພາກ​ພື້ນ ກໍຄືໃນໂລກ ກ່ວາອີກ", ທ່ານ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ Andrew Goledzinowski ຢືນຢັນໃນການສຳພາດກັບສື່ມວນຊົນຢູ່​ ຮ່າ​ໂນ້ຍ ເມື່ອວັນ​ທີ 1 ມີນາ​ນີ້.

ປະຈຸ​ບັນ, ອາ​ຊຽນ ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ ອົສະຕາລີ, ຈັດຢູ່ອັນດັບສູງກວ່າ ອາ​ເມ​ລິ​ກາ, ຍີ່ປຸ່ນ ຫຼື ສ.​ເກົາຫຼີ. ​ໃນເດືອນ​ກັນຍາ 2023, ອົດ​ສະ​ຕາ​ລີ​ ໄດ້ປະກາດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ກັບຂົງເຂດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຮອດ​ປີ 2040 ດ້ວຍ 75 ຂໍ້​ສະ​ເໜີກ່ຽວກັບການເຮັດແນວໃດເພື່ອ​ເພີ່ມ​ທະວີ​ການ​ຄ້າສອງສົ້ນ ແລະ ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ.

ດ້ວຍ​ຫົວ​ຂໍ້ “ຄູ່​ຮ່ວມ​ມື​ໃຫ້ແກ່​ອະນາຄົດ”, ອົດ​ສະ​ຕາ​ລີ ​ໄດ້​ກຳນົດ​ວ່າ ກອງ​ປະຊຸມ​ປີ​ນີ້​ຈະ​ມີ 4 ຂົງ​ເຂດ​ຈຸດ​ສຸມ​ຄື ດິນ​ຟ້າ​ອາກາດ, ພະລັງງານ, ການ​ຮ່ວມ​ມື​ທາງ​ທະ​ເລ ​ແລະ ການ​ພົວພັນ​ດ້ານ​ເສດຖະກິດ.

ຫວຽດນາມ - ອົດສະຕາລີ ຂຶ້ນສູ່ລະດັບສູງໃໝ່

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍ່​ແມ່ນ​ໜຶ່ງ​ໃນການ​ນຳ 3 ທ່ານ​ ທີ່​ໄດ້​ຮັບ​ເຊີນ​ - ​ພ້ອມ​ກັບ​ບັນດາ​ການ​ນຳ​ຂອງ​ປະ​ເທດ​ລາວ, ມາ​ເລ​ເຊຍ ​- ໃນການ​ຢ້ຽມຢາມ ​ອົດ​ສະ​ຕາ​ລີ​ ຢ່າງ​ເປັນ​ທາງ​ການ​ໃນ​ອາທິດທີ່ດຳເນີນກອງ​ປະຊຸມ​ ອາ​ຊຽນ - ອົດ​ສະ​ຕາ​ລີ. ນີ້ແມ່ນສິ່ງທີ່ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ Andrew Goledzinowski ແລ້ວ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການຕີລາຄາສູງຂອງ ອົດ​ສະ​ຕາ​ລີ ກ່ຽວກັບບົດບາດ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ຄວາມ​ຄາດ​ຫວັງກ່ຽວກັບໝາກຜົນຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ ກັບການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ໂດຍຕອບສຳພາດກັບສື່ມວນຊົນ ວັນ​ທີ 1 ມີນາ​ນີ້, ທ່ານ Goledzinowski ​ໃຫ້​ຮູ້​ວ່າ ມີ 5 ຂົງ​ເຂດ​ພິ​ເສດ​ ຈະແມ່ນ​ຈຸດ​ສຸມ​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ນັ້ນ​ແມ່ນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຄວາມ​ເຂົ້າ​ໃຈ​ດ້ານ​ການ​ເມືອງ ​ແລະ ຍຸດ​ທະ​ສາດ, ​ເພາະວ່າ 2 ປະ​ເທດ​ ໄດ້ແປ່ງປັນຄຸນຄ່າ​ທີ່​ຄ້າຍຄື​ກັນ​ຫຼາຍ​ຢ່າງ​ເຊັ່ນ ເອກະລາດ - ​ເປັນ​ເຈົ້າ​ຕົນ​ເອງ, ເຄົາລົບ​ກົດໝາຍ​ສາກົນ ​ແລະ ສັນຕິພາບ, ຄວາມໝັ້ນຄົງ, ການ​ຮ່ວມ​ມື​ໃນພາກພື້ນ.

ທີ​ສອງ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Anthony Albanese ຄາດ​ວ່າ​ຈະ​ປະກາດ​ນະ​ໂຍບາຍ​ເສດຖະກິດ​ຕໍ່ກັບ ຫວຽດນາມ ​ໃນ​ໂອກາດ​ນີ້ ​ເພື່ອ​ເພີ່ມ​ທະວີ​ການ​ລົງທຶນ​ຂອງ ອົດ​ສະ​ຕາ​ລີ ຢູ່ ຫວຽດນາມ. ຂົງ​ເຂດ​ທີ 3 ​ແມ່ນ​ການ​ສຶກສາ, ​​ໃນ​ນັ້ນ ອົດ​ສະ​ຕາ​ລີ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ຫວຽດນາມ ​ແລະ ຫວັງ​ວ່າ​ຈະ​ສາມາດ​ປະຕິບັດ​ໄດ້​ຫຼາຍກ່ວາ​ອີກ.

"ພວກເຮົາຮູ້ວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີຄວາມສົນໃຈຫຼາຍໃນດ້ານການສຶກສາ. ທ່ານຈະເຂົ້າຮ່ວມກອງປະຊຸມໂຕະມົນກ່ຽວກັບການສຶກສາຢູ່ Canberra, ບ່ອນທີ່ມະຫາວິທະຍາໄລ ອົດສະຕາລີ ທັງຫມົດຈະມາພົບປະທ່ານ", ທ່ານ Goledzinowski ເປີດເຜີຍຕື່ມອີກ.

ຂົງ​ເຂດ​ທີ 4 ​ແມ່ນ​ການ​ຫັນປ່ຽນ​ພະລັງງານ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ນຳ​ສອງ​ປະ​ເທດ​ ຈະ​ມີຫຼາຍ​ການ​ປຶກສາ​ຫາລື​ຢ່າງເລີກເຊິ່ງກ່ວາອີກ ພາຍຫຼັງ ອົດ​ສະ​ຕາ​ລີ ປະກາດບ້ວງ​ໜູນ​ຊ່ວຍ 105 ລ້ານ AUD ​ໃຫ້​ແກ່​ການ​ຫັນ​ປ່ຽນ​ພະລັງງານ​ຢູ່ ຫວຽດນາມ ​ໃນການໄປຢ້ຽມຢາມ ຫວຽດນາມ ​ໃນ​ເດືອນ ມິຖຸນາ 2023 ຂອງ​ທ່ານນາຍົກລັດຖະມົນຕີ Albanese. ແລະສຸດທ້າຍ ແມ່ນການແລກປ່ຽນຄວາມຮູ້, ສົ່ງເສີມນະວັດຕະກຳ ແລະ ວິທະຍາສາດ.

“ຂ້າພະ​ເຈົ້າ​ຮູ້​ວ່າ ບັນດາຄວາມເອົາໃຈໃສ່​ໃຫຍ່​ອັນ​ໜຶ່ງ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນ​ການ​ຫັນປ່ຽນ​ດີ​ຈີ​ຕອນ. ສະນັ້ນ, ຂ້າພະເຈົ້າຫວັງວ່າ ແນວຄວາມຄິດໃຫມ່ຈະປະກົດຂຶ້ນຫຼັງຈາກການຢ້ຽມຢາມທີ່ສໍາຄັນນັ້ນ ແລະ ໄດ້ຮັບການປະກາດໃນອາທິດນີ້", ທ່ານເອກອັກຄະລັດຖະທູດ Goledzinowski ກ່າວ.

​ໃນ​ຂະນະ​ນັ້ນ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂດ້ຫວຽດຮຸ່ງ ໃຫ້ຮູ້ວ່າ ໃນ​ການ​ຢ້ຽມຢາມ ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ, ການ​ນຳ 2 ຝ່າຍ ​ຈະກຳນົດທິດການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເນັ້ນ​ໜັກ​ເຖິງ​ບັນດາເປົ້າໝາຍຮ່ວມ​ມື​ດ້ານ​ການ​ຄ້າ, ຊຸກຍູ້​ການ​ລົງທຶນ​ຈາກ ອົດ​ສະ​ຕາ​ລີ ເຂົ້າ ຫວຽດນາມ ​ແລະ ຈາກ ຫວຽດ​ນາມ ໄປຍັງ ອົດ​ສະ​ຕາ​ລີ.

ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະແມ່ນ​ເປີດກ້ວາງການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ, ​ໃນ​ນັ້ນ ​ມີ​ການ​ບຳລຸງ​ສ້າງວິຊາຊີບ ​ແລະ ​ເປີດກ້ວາງການ​ຮ່ວມ​ມື​ດ້ານ​ວິທະຍາສາດເຕັກ​ໂນ​ໂລ​ຢີ, ນະວັດຕະກຳ, ພິເສດແມ່ນເສດຖະກິດດີຈີຕອນ, ​ເສດຖະກິດ​ສີຂຽວ ແລະ ຂະ​ບວນການ​ຫັນປ່ຽນ​ພະລັງງານ, ພັດທະນາ​ພະລັງງານ​ທົດ​ແທນ​ຂອງ ຫວຽດນາມ. "ພ້ອມ​ກັນ​ນັ້ນ, ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ກໍຈະ​ມຸ່ງ​ໄປ​ເຖິງ​ການ​ນຳ​ການ​ພົວພັນສອງຝ່າຍຂຶ້ນ​ສູ່​ລະດັບ​ສູງໝ່". ທ່ານ ຫວຽດ ແບ່ງປັນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.