ຍູ້ແຮງວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດກ່ຽວກັບສະພາບການສິດທິມະນຸດຂອງ ຫວຽດນາມ

17:10 | 11/08/2024

ຍສໝ - ນີ້​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ ຟານ​ຊວນ​ຖຸຍ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຢູ່​ກອງ​ປະຊຸມ​ຝຶກ​ອົບຮົມ​ ປີ 2024 ກ່ຽວ​ກັບ​ວຽກ​ງານ​ຂໍ້​ມູນ​ຂ່າວ​ສານການ​​ຕ່າງປະ​ເທດ ​ແລະ ​ສິດທິ​ມະນຸດ​ ໃຫ້​ບັນດາ​ການ​ນຳ ​ແລະ ​ພະນັກງານ​ຢູ່ 14 ​ແຂວງ, ນະຄອນ​ໃນ​ເຂດ​ພູດ​ອຍ​ພາກ​ກາງ, ​ເຂດ​ພູດ​ອຍ​ພາກ​ເໜືອ ​ແລະ ການ​ນຳ​, ​ນັກ​ຂ່າວ​ຂອງ​ບາງ​ສຳ​ນັກ​ຂ່າວ​ສູນ​ກາງ​ ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ 7 ສິງຫາ ທີ່ແຂວງ ​ຮວ່າ​ບິ່ງ.

ສະພາສິດທິມະນຸດສະຫະປະຊາຊາດໄດ້ຮັບຮອງເອົາບົດລາຍງານປະເທດ UPR Cycle IV ຂອງຫວຽດນາມ
ປະຊາຄົມໂລກ ໄດ້ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດ

ກອງ​ປະຊຸມ​ໂດຍ​ຄະນະ​ໂຄສະນາສຶກສາ​ສູນ​ກາງ ​ແລະ ຄະນະ​ຊີ້​ນຳ​ສິດທິ​ມະນຸດ​ຂອງ​ລັດຖະບານ ສົມທົບ​ກັບ​ຄະນະ​ພັກ​ແຂວງ ຮວ່າ​ບິ່ງ ຈັດ​ຕັ້ງ.

ຕາມ​ທ່ານ ຟານ​ຊວນຖຸຍ, ພາຍຫຼັງ 1 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ຂໍ້​ສະ​ຫຼຸບ 57-KL/TW ກ່ຽວ​ກັບ​ການ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ວຽກ​ງານ​ຂໍ້​ມູນ​ຂ່າວ​ສານການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່, ທີ່​ກອງ​ປະຊຸມ​ສະຫຼຸບເບື້ອງຕົ້ນ 6 ​ເດືອນ​ຕົ້ນ​ປີ ປີ 2024, ຄະນະ​ຊີ້​ນຳ​ວຽກ​ງານ​​​ຂໍ້​ມູນ​ຂ່າວ​ສານການຕ່າງປະ​ເທດ​ສູນ​ກາງ ​ໄດ້​ຕີ​ລາຄາ​ສູງ​ຄະນະ​ຊີ້​ນຳ​ບັນດາ​ແຂວງ, ນະຄອນເຊື່ອມຊຶມ, ຄົ້ນຄວ້າຢ່າງຈິງຈັງ, ຫັນເປັນລະອຽດ, ເປັນເສນາທິການໃນການປະກາດໃຊ້​ເອກະສານ​ຊີ້​ນຳ​ນຳພາ ​ແລະ ຈັດ​ຕັ້ງ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂອງຂໍ້ສະ​ຫຼຸບຢ່າງຄົບຊຸດ,​ໂດຍ​ສະ​ເພາະແມ່ນ 5 ໜ້າທີ່ວິທີ​ແກ້​ໄຂຈຸດສຸມ​ຕາມ​ຄຳ​ຂວັນ “ເປັນເຈົ້າການ, ຄົບຊຸດ, ທັນ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ປະ​ສິດ​ທິ​ຜົນ”.

ຍູ້ແຮງວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດກ່ຽວກັບສະພາບການສິດທິມະນຸດຂອງ ຫວຽດນາມ

ກອງ​ປະ​ຊຸມ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ວຽກ​ງານ​ຂໍ້​ມູນ​ຂ່າວ​ສານ​ການຕ່າງ​ປະ​ເທດ​ ແລະ​ ສິດ​ທິ​ມະ​ນຸດ​ ​ປີ 2024.

ຄຽງຂ້າງນັ້ນ, ໂດຍຜ່ານບັນດາບົດລາຍງານ ແລະ ຂໍ້ສະເໜີແນະຂອງແຂວງ, ນະຄອນ, ວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດ ເວົ້າລວມ ແລະ ການເຄື່ອນໄຫວຂອງບັນດາຄະນະຊີ້ນຳ ເວົ້າສະເພາະ ຍັງມີຂໍ້ຈຳກັດຈຳນວນໜຶ່ງທີ່ຕ້ອງໄດ້ແກ້ໄຂໃນໄລຍະຈະມາເຖິງ.

ທ່ານ ຟານ​ຊວນ​ຖຸຍ ໃຫ້ຮູ້​ວ່າ, ພວກ​ເຮົາ​ພວມ​ຢູ່​ໃນ​ໄລຍະ​ສຳຄັນ​ໃນ​ການ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 14 ຂອງ​ພັກ ພ້ອມ​ກັບ​ການຮັບຜິດຊອບ​ໜ້າ​ທີ່​ສຳຄັນ​ບົນແງ່ມຸມ​ສາກົນ, ພິ​ເສດ ​ແມ່ນ​ສະມາຊິກ​ສະພາສິດທິມະນຸດ ​ສະຫະ​ປະຊາ​ຊາດ (ອາຍຸການ 2023-2025) ແລະ ການອອກຮັບສະໝັກເລືອກຕັ້ງຄືນໃໝ່ ໃນອາຍຸການ 2026-2028. ກາລະໂອກາດ, ຄວາມສະດວກແມ່ນປະສົມປະສານກັບສິ່ງທ້າທາຍໃໝ່, ໃນນັ້ນ ຈະມີບັນດາກະແສຂໍ້ມູນຂ່າວສານຂັດແຍ້ງ, ບິດເບືອນສະຖານະການພາຍໃນປະເທດ.

​ໃນສະຖານະການ​ນັ້ນ, ການ​ນຳ​ຂອງ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ສະເໜີ​ໃຫ້ຄະນະ​ຊີ້​ນຳ​ບັນດາ​ແຂວງ, ນະຄອນ ສືບ​ຕໍ່ຍົກສູງ​ບົດບາດ ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ຊີ້​ນຳນຳພາ, ບໍລິຫານ ​ແລະ ການຈັດ​ຕັ້ງ​ປະຕິບັດ​ບັນດາໜ້າທີ່, ວິທີ​ແກ້​ໄຂ​ໃນ​ຂໍ້​ສະ​ຫຼຸບ​ ເລກທີ 57-KL/TW. ​ເຊື່ອມຊຶມ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ຂໍ້​ມູນ​ຂ່າວ​ສານຕ່າງປະ​ເທດຢ່າງເລິກເຊິ່ງ, ຮັບປະກັນ ​ແລະ ຊຸກຍູ້​ສິດທິ​ມະນຸດ, ຍູ້ແຮງວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະ​ເທດ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຂອງ ຫວຽດນາມ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຮູບ​ພາບ ​ແລະ ທີ່​ຕັ້ງ​ຂອງ​ປະ​ເທດ ຫວຽດນາມ.

ຍູ້ແຮງວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດກ່ຽວກັບສະພາບການສິດທິມະນຸດຂອງ ຫວຽດນາມ

ທ່ານ ​ຟານ​ຊວນ​ຖຸຍ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ ກ່າວ​ຄຳ​ປາ​ໄສ​ທີ່​ກອງ​ປະຊຸມ.

ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ການສື່ສານ ​ແລະ ຫ້ອງການ​ປະຈຳ​ຄະນະ​ຊີ້​ນຳ​ສິດທິ​ມະນຸດ​ຂອງ​ລັດຖະບານ ຫວຽດນາມ ​ໄດ້​ສະ​ເໜີ​ບັນດາບົດ​ລາຍ​ງານ ​ແລະ ການປະກອບຄຳເຫັນ​ກ່ຽວ​ກັບ​ການຜັນຂະຫຍາຍກຸ່ມໜ້າທີ່, ​ວິທີແກ້ໄຂ​ຕົ້ນຕໍ​ໃນ​ມະຕິສະບັບ ເລກທີ 47/NQ-CP ລົງວັນທີ 15 ເມສາ ປີ 2024 ຂອງລັດຖະບານ ກ່ຽວກັບໂຄງການກະທຳຂອງລັດຖະບານ ຮອດປີ 2030 ເພື່ອປະຕິບັດຂໍ້ສະຫຼຸບ ເລກທີ 57- KL/TW ຂອງກົມການເມືອງ.

ຄຽງຂ້າງນັ້ນ, ບັນດາຜູ້ແທນຍັງໄດ້ຮັບຟັງຫົວຂໍ້ກ່ຽວກັບທັດສະນະ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ກ່ຽວກັບບັນຫາສິດທິມະນຸດ; ໝາກຜົນ​ຂອງການ​ຮັບປະກັນ​ສິດທິ​ມະນຸດ​ຢູ່ ຫວຽດນາມ; ພຶດຕິກຳຂອງ ຫວຽດນາມ ຕໍ່ບັນຫາສິດທິມະນຸດຢູ່ບັນດາເວທີປາໄສຫຼາຍຝ່າຍ, ກຳນົດທິດໃຫ້ວຽກງານສິດທິມະນຸດໃນໄລຍະຈະມາເຖິງ, ເນັ້ນໜັກຈຸດສຸມວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດກ່ຽວກັບສິດທິມະນຸດ.

ການສົນທະນາກ່ຽວກັບກົນໄກການທົບທວນຕາມການກຳນົດເວລາ ຂອງສະຫະປະຊາຊາດກ່ຽວກັບສິດທິມະນຸດ

ການສົນທະນາກ່ຽວກັບກົນໄກການທົບທວນຕາມການກຳນົດເວລາ ຂອງສະຫະປະຊາຊາດກ່ຽວກັບສິດທິມະນຸດ

ຍສໝ - ໃນວັນ​ທີ 21 ມີນາ​ນີ້, ຢູ່​ກົມ​ການ​ຕ່າງປະ​ເທດ, ກະຊວງ​ຕຳຫຼວດ ​ໄດ້​ຈັດ​ການສົນທະນາ​ປຶກສາ​ຫາລື​ ກ່ຽວ​ກັບ​ກົນ​ໄກ​ການທົບທວນ​ທົ່ວ​ໂລກ​ກ່ຽວ​ກັບ​ສິດທິ​ມະນຸດ (UPR). ການສົນທະນາ​ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 80 ກວ່າ​ຫົວໜ່ວຍ, ທ້ອງ​ຖິ່ນ​ໃນກະຊວງ​ຕຳຫຼວດ, ​ໂດຍ​ທ່ານພົນຈັດຕະວາ ຫງວຽນ​ວັນ​ກີ, ຮອງ​ຫົວໜ້າ​ກົມ​ການ​ຕ່າງປະ​ເທດ​ເປັນ​ປະທານ.

ຄວາມພະຍາຍາມທີ່ຈະພາລູກເຮືອໃນກຳປັ່ນຖືກບຸກໂຈມຕີ ຢູ່ທະເລແດງກັບຄືນປະເທດໄວທີ່ສຸດເທົ່າທີ່ຈະໄວໄດ້

ຄວາມພະຍາຍາມທີ່ຈະພາລູກເຮືອໃນກຳປັ່ນຖືກບຸກໂຈມຕີ ຢູ່ທະເລແດງກັບຄືນປະເທດໄວທີ່ສຸດເທົ່າທີ່ຈະໄວໄດ້

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໃຫ້ຮູ້ວ່າ: ພວມສົມທົບກັນຢ່າງຕັ້ງໜ້າກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອສຳເລັດບັນດາຂັ້ນຕອນທີ່ຈຳເປັນໂດຍໄວ ແລະ ນຳຄະນະກຳມະກອນ​ລູກ​ເຮືອ​ຫວຽດນາມ ທີ່ພັກເຊົາຢູ່ Djibouti ໄດ້ກັບຄືນປະເທດ.

ມິງດຶກ

ເຫດການ
302 Found

Found

The document has moved here.