ຍົກສູງປະສິດທິຜົນການປະສານສົມທົບການຜັນຂະຫຍາຍວຽກງານການຕ່າງປະເທດລະຫວ່າງ 4 ອົງການ

09:37 | 19/08/2024

ຍສໝ - ວັນ​ທີ 13 ສິງຫາ, ຢູ່​ຮ່າ​ໂນ້ຍໄດ້ຈັດກອງ​ປະຊຸມປະສານສົມທົບການຜັນຂະຫຍາຍ​ວຽກ​ງານ​ການ​ຕ່າງປະ​ເທດ​ປີ 2024 ​​ລະຫວ່າງ ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ກຳມາທິການການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ.

CARE ໜູນຊ່ວຍ ກ່າເມົາ ໃນການສື່ສານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ CARE ໜູນຊ່ວຍ ກ່າເມົາ ໃນການສື່ສານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ
ເພີ່ມທະວີການຮ່ວມມືກັບຕ່າງປະເທດເພື່ອຍົກສູງບົດບາດຂອງອົງການກຳມະບານ ເພີ່ມທະວີການຮ່ວມມືກັບຕ່າງປະເທດເພື່ອຍົກສູງບົດບາດຂອງອົງການກຳມະບານ

ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ທ່ານ ຫວູຮ໋າຍ​ຮ່າ ກຳມະການ​ສູນ​ກາງ​ພັກ, ຫົວໜ້າກຳມາທິການ​ການ​ຕ່າງປະ​ເທດ; ທ່ານ ບຸ່ຍແທງເຊີນ ກຳມະການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ທ່ານ ຟານແອັງເຊີນ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ​ຫວຽດ​ນາມ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ.

Hội nghị phối hợp triển khai công tác đối ngoại năm 2024. (Ảnh: quochoi.vn)  ກອງ​ປະຊຸມ​ປະສານສົມທົບຜັນຂະຫຍາຍວຽກ​ງານ​ການ​ຕ່າງປະ​ເທດ​ປີ 2024. (ພາບ: quochoi.vn)

ກອງ​ປະຊຸມ​ປະສານສົມທົບຜັນຂະຫຍາຍວຽກ​ງານ​ການ​ຕ່າງປະ​ເທດ​ປີ 2024. (ພາບ: quochoi.vn)

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ ​ທ່ານ ເລມິງຫວູ ​ຮອງລັດຖະມົນຕີ​ຜູ້ປະຈໍາການກະຊວງການ​ຕ່າງປະ​ເທດ, ທ່ານ ຫງວຽນ​ມິງເຕີມ ຮອງ​ຫົວໜ້າ​ຄະນະກໍາມະການ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ທ່ານ ດົນຕັວນຟອງ ຮອງ​ປະທານ​​ກຳມາ​ທິການ​ການ​ຕ່າງປະ​ເທດ ​ແລະ ທ່ານ ຫງວຽນ​ຫງອກ​ຮຸ່ງ ຮອງ​ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ ລາຍ​ງານ​ບາງ​ຈຸດ​ພົ້ນ​ເດັ່ນ​ໃນວຽກງານ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ປະຊາຊົນ; ໝາກຜົນ​ວຽກ​ງານການປະສານສົມທົບ ​ລະຫວ່າງ 4 ອົງການ​ໃນ​ປີ 2023; ວຽກງານການຕ່າງປະເທດຂອງສະພາແຫ່ງຊາດໃນປີ 2023; ໝາກຜົນການຜັນຂະຫຍາຍ​ວຽກ​ງານ​ການ​ຕ່າງປະ​ເທດ​ ນັບ​ແຕ່​ກອງ​ປະຊຸມ 4 ອົງການ​ໃນ​ປີ 2023 ຮອດ​ປະຈຸ​ບັນ; ໝາກຜົນການຜັນຂະຫຍາຍວຽກ​ງານ​ການ​ຕ່າງທູດ​ປະຊາຊົນ​ ໃນ​ປີ 2023 ກໍ່ຄືທິດ​ທາງ​ການ​ປະສານສົມທົບ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ກອງ​ປະຊຸມ​ໄດ້​ຕີ​ລາຄາ​ ​ໄລຍະຜ່ານມາ​ໃນສະພາບ​ການຂອງ​ໂລກ ​ແລະ ພາກ​ພື້ນ​ທີ່​ພວມ​ຜັນ​ແປ​ໄປ​ຢ່າງ​ວ່ອງ​ໄວ, ຫຍຸ້ງຍາກກັບ​ຫຼາຍ​ປັດ​ໄຈທີ່​ບໍ່ສະຫງົບ, ຍາກທີ່ຈະຄາດ​ຄະ​ເນ, ວຽກ​ງານ​ການ​ຕ່າງປະ​ເທດ​ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງເປັນເຈົ້າການ, ມີ​ປະສິດທິ​ຜົນ, ​ຄົບຊຸດ, ຮອບດ້ານ, ບັນລຸໝາກຜົນຫຼາຍຢ່າງ, ປະສົບ​ຜົນສຳ​ເລັດ​ຢ່າງ​ຕັ້ງໜ້າ, ​ໃນ​ທຸກ​ຂົງ​ເຂດ ​ແລະ ​ເສົາ​ຄ້ຳ​ການ​ຕ່າງປະ​ເທດ, ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ; ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ​ຢ່າງ​ໝັ້ນຄົງ​, ອະທິປະໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ດຶງ​ດູດບັນດາ​ແຫຼ່ງກຳລັງ​ອັນ​ສຳຄັນ ​ເພື່ອ​ຮັບ​ໃຊ້​ເປົ້າ​ໝາຍ​ພັດທະນາ​ເສດຖະກິດ - ສັງຄົມ, ຍົກສູງ​ບົດບາດ, ຄວາມໄວ້ວາງໃຈ ແລະ ຖານະບົດບາດ​ຂອງ​ປະ​ເທດ.

ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ວຽກ​ງານ​ການ​ຕ່າງປະ​ເທດ ມີການປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເປັນຈັງຫວະ ​ແລະ ມີ​ປະສິດທິ​ຜົນ​ ລະຫວ່າງ ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ກຳມາທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ແລະ ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຄົ້ນຄວ້າ, ເສນາທິການຍຸດ​ທະ​ສາດ, ກໍ່ສ້າງ, ຜັນ​ຂະຫຍາຍ​ບັນດາ​ມະຕິ, ຄໍາສັ່ງ, ​ບົດສະ​ຫຼຸບ, ​ແຜນສະເໜີກ່ຽວກັບວຽກງານ​ການ​ຕ່າງປະ​ເທດ, ຜັນ​ຂະຫຍາຍ​ບັນດາ​ກິດຈະກໍາ​ການ​ຕ່າງປະ​ເທດ​ຂັ້ນ​ສູງ ແລະ ​ທຸກ​ຂັ້ນ, ກຽມພ້ອມຮັບມື​, ແກ້ໄຂກັບ​ບັນຫາ​ການ​ຕ່າງປະ​ເທດ​ທີ່ເກີດຂຶ້ນຕ່າງໆ.

ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ຫຼາຍ​ທິດ​ທາງ​ໃນ​ການປະສານ​ສົມທົບ ​ແລະ ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ວຽກງານການປະສານ​ສົມທົບ ​ລະຫວ່າງ 4 ອົງການ​ການ​ຕ່າງປະ​ເທດ​ ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມທີ່ກອງ​ປະຊຸມ​ໄດ້​ເຫັນ​ດີເປັນເອກະພາບ​ໃຫ້ 4 ອົງການ​ການ​ຕ່າງປະ​ເທດ​ສືບ​ຕໍ່ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນເພື່ອ​ຜັນ​ຂະຫຍາຍ​ປະສິດທິຜົນບັນດາໜ້າທີ່​ການ​ຕ່າງປະ​ເທດ​ໃນ​ປີ 2024, ປະຕິບັດແນວທາງການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກກໍ່ຄືບັນດາ​ມະຕິ, ຄໍາສັ່ງ, ບົດສະຫຼຸບ​ຂອງ​ກົມການເມືອງ, ຄະນະເລຂາທິການ; ຊຸກຍູ້​​ວຽກ​ງານເສນາທິການ, ການຄົ້ນ​ຄ້ວາ ​ແລະ ການຄາດ​ຄະ​ເນ​ເພື່ອ​ຮັບ​ໃຊ້​ຂະ​ບວນການ​ສ້າງເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIV.

ບັນດາ​ອົງການ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ປະສານສົມທົບ​​ໃນ​ການ​ຝຶກອົບຮົມ, ບຳລຸງ​ສ້າງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຖັນແຖວພະນັກງານ​ການ​ຕ່າງປະ​ເທດ ເພື່ອຕອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການໜ້າທີ່ການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່ ​ແລະ ລະດົມ, ປັບປຸງ, ພັດທະນາ​ແຫຼ່ງກຳລັງ​ໃຫ້​ແກ່ບັນດາກໍາລັງເຮັດ​ວຽກງານການ​ຕ່າງປະ​ເທດ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.