ນາຍົກລັດຖະມົນຕີ: ພວກເຮົາມີຄວາມຫມັ້ນໃຈໃນການເຊື່ອມໂຍງສາກົນ
ຍສໝ - ໃນຕອນເຊົ້າຂອງວັນທີ 23 ເມສາ, ຢູ່ຫ້ອງວ່າການລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ໄດ້ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ.
ຍສໝ - ໃນຕອນເຊົ້າຂອງວັນທີ 23 ເມສາ, ຢູ່ຫ້ອງວ່າການລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ໄດ້ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ.
ຕອນເຊົ້າວັນທີ 17 ເມສາ, ທີ່ສຳນັກງານນາຍົກລັດຖະມົນຕີ, ຢູ່ນະຄອນຫລວງ Praha, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ໄດ້ເປັນເຈົ້າພາບຈັດຕັ້ງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ.
ໂດຍໄດ້ຮັບຄໍາເຊີນຂອງທ່ານນາງ Viorica Dancila ນາຍົກລັດຖະມົນຕີໂຣມາເນຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຢ້ຽມຢາມໂຣມາເນຍ ຢ່າງເປັນທາງການໃນລະຫວ່າງວັນທີ 14-16 ເມສາ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ອວຍພອນປີໃໝ່ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen.
ຍສໝ - ຫວຽດນາມກໍາລັງໃຫ້ຄວາມຕັ້ງໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ, ເພື່ອຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທດຕົວຈິງ.
ຮອງນາຍົກລັດຖະມົນຕີເນັ້ນ ຂະແໜງອຸດສາຫະກຳ ແລະ ການຄ້າ (ອຄ) ເອົາໃຈໃສ່ ອຳນວຍຄວາມສະດວກການ ດຳເນີນທຸລະກິດ ເພື່ອແກ້ ໄຂຄວາມຫຍຸ້ງຍາກຂອງເສດຖະ ກິດມະຫາພາກ ແລະ ສ້າງບັນ ຍາກາດທີ່ເອື້ອອໍານວຍໃຫ້ພາກທຸລະກິດ, ການຜະລິດ, ການຄ້າ, ການບໍລິການ ສືບຕໍ່ດຶງດູດ ແລະ ສົ່ງເສີມການລົງທຶນເຂົ້າໃນການຜະລິດສິນຄ້າ ເພື່ອຊົມໃຊ້ຢູ່ພາຍໃນ ແລະ ສົ່ງອອກຕິດພັນກັບການຂະຫຍາຍຕະຫຼາດ.
ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ສະເຫນີໃຫ້ບັນດາກະຊວງ, ທ້ອງຖິ່ນຕ້ອງສຶກສາຄົ້ນຄວ້າເພື່ອໃຫ້ມີວິທີດໍາເນີນການສືບຕໍ່ດຶງດູດການລົງທຶນຕ່າງປະເທດ, ສ້າງແຫຼ່ງຊັບພະຍາກອນເພື່ອການພັດທະນາເສດຖະກິດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະສັງສັນ ແລະ ຍ້ອງຍໍຊົມເຊີຍທິມຊາດບານເຕະຊາຍ ຫວຽດນາມ ພາຍຫຼັງຄ້ວາໄດ້ຂັນທີ່ການແຂ່ງຂັນ AFF Suzuki Cup 2018
ຜະລິດຕະພັນ ທີ່ໄດ້ຮັບການຮັບຮອງເອົາຈາກຕະຫຼາດສາກົນນັ້ນ, ວິສາຫະກິດແຕ່ລະແຫ່ງຕ້ອງອອກເຫື່ອເທແຮງກໍ່ສ້າງ ດ້ວຍນ້ຳໃຈຂອງຊົນຊາດ
ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະ ຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ຂອງ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 18-19 ທັນວາ 2018, ສະຫາຍ ຟ້າມ ບິ່ງ ມິງ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່,ປະທານປະເທດ ແຫ່ງ ສປປ ລາວ, ທີ່ ທຳນຽບປະທານປະເທດ, ໃນວັນທີ 19 ທັນວາ 2018.
ໃນຕອນເຊົ້າ ຂອງວັນທີ 18 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳຫລັກແຫລ່ງ ຂອງແຂວງເຊກອງ ໂດຍມີທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ ພ້ອມດ້ວຍ ຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງ ຢູ່ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ.
ຕອນເຊົ້າວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ໂຮງໝໍສູນກາງກອງທັບ 108 ໄດ້ຈັດຕັ້ງພິທີຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ແລະ ເປີດສະຫຼອງກິດຈະກຳສູນປິ່ນປົວພະຍາດ.
ໃນວັນທີ 17 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າ ຈາກກະຊວງ-ອົງການທີ່ກ່ຽວ ຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນ ທີ່ຖືກຜົນກະ ທົບ ຈາກໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ, ແຂວງອັດຕະປື.
ໃນວັນທີ 16 ທັນວາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້.
ຕອນເຊົ້າວັນທີ 16 ທັນວາ, ທີ່ແຂວງ ກວາງນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປະກາດການດັດປັບແຜນຜັງເຂດເສດຖະກິດເປີດ ຈູລາຍ ແລະ ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ Thaco - ຈູລາຍ.
ວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນ ທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3.
ຍສໝ - ຕອນບ່າຍຂອງວັນທີ 10 ທັນວາ ທີ່ສຳນັກງານນາຍົກ, ພະນະທ່ານ ຫງວ໋ຽນ ຊົນຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸດຕິທຳ ແຫ່ງ ສປປ ລາວ.
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 06 – 08 ທັນວາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ,
ໃນລະຫວ່າງວັນທີ 6-8 ທັນວາ 2018, ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາຊະອານາຈັກ ກໍາປູເຈຍ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ໃນວັນທີ 7 ທັນວາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸດລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນ ຂອງຄູ່ຮ່ວມພັດທະນາ ທີ່ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ຊຶ່ງນໍາໂດຍ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຄາລີນາ ອີມໂມເນັນ ຜູ້ປະ ສານງານອົງການ ສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະ ນາປະຈຳ ສປປ ລາວ.