ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ເລີ່ມຕົ້ນການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ

16:16 | 22/05/2019

ຍສໝ - ຕອນຄໍ່າວັນທີ 21 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນ Pulkovo 1, ນະຄອນ Saint Petersburg ເລີ່ມຕົ້ນການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ.

ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ເລີ່ມຕົ້ນການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ.(ພາບ:laodong.vn)

ການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ຈະມີການເຄື່ອນໄຫວເປັນຕົ້ນຄື: ຢ້ຽມຢາມສະຖານທູດຫວຽດນາມ ແລະ ໂອ້ລົມກັບ ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ສະຫະພັນລັດເຊຍ; ຈະມີບັນດາກອງປະຊຸມການເຈລະຈາ, ພົບປະບັນດາການນໍາສະຫະພັນລັດເຊຍ; ທ່ານນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ແລະ ທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Anatolyevich Medvedev ເປັນປະທານຮ່ວມ ພິທີໄຂປີ ຫວຽດນາມ - ລັດເຊຍ, ລັດເຊຍ - ຫວຽດນາມ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ລັດເຊຍ; ພົບປະກັບສະມາຄົມນັກຮົບເກົ່າທີ່ເຂົ້າຮ່ວມສົງຄາມ ຢູ່ ຫວຽດນາມ, ສະມາຄົມມິດຕະພາບລັດເຊຍ - ຫວຽດນາມ; ມອບຫຼຽນໄຊມິດຕະພາບໃຫ້ພົນລະເມືອງລັດເຊຍ ຈໍານວນໜຶ່ງ ທີ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນລະຫວ່າງສອງປະເທດ...

(ໄຊພອນ)

ເຫດການ
302 Found

Found

The document has moved here.