ສານຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນ່ືອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2019

11:13 | 31/05/2019

ຍສໝ - ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ 2019 ນີ້, ຕາງໜ້າໃຫ້ພັກ-ລັດຖະບານ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ການເບິ່ງແຍງດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ, ການສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສກ້າວໄປເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ສານຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນ່ືອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2019

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ.(ພາບ:pasaxon.org.la)

ພີ່ນ້ອງຮ່ວມຊາດທີ່ນັບຖືຮັກແພງ

ລູກຫຼານລາວບັນດາເຜົ່າທີ່ຮັກທັງຫຼາຍ !

ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ພວກເຮົາພ້ອມກັບປະຊາຊາດໃນທົ່ວໂລກສະເຫຼີມສະຫຼອງວັນເດັກສາກົນວັນທີ 1 ມິຖຸນາ 2019, ຄຽງຄູ່ກັບການຈັດຕັ້ງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ. ປີນີ້ ເປັນປີທີ່ພິເສດ ເພາະພວກເຮົາຈະໄດ້ມາຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ແລະ ກຳນົດທິດທາງການພັດທະນາເດັກລາວບັນດາເຜົ່າ ຮອດປີ 2030 ພາຍໃຕ້ຄຳຂວັນ "ສຸມທຸກກຳລັງເຫື່ອແຮງ ແລະ ຄວາມສາມາດ ເພື່ອພັດທະ ນາແມ່ຍິງ ແລະ ເດັກໃຫ້ມີສຸຂະພາບສົມບູນ, ແຂງແຮງດ້ານຮ່າງກາຍ ແລະ ຈິດໃຈ, ມີຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາໃນການດຳລົງຊີວິດ, ຊຸກຍູ້ໃຫ້ຄອບຄົວໃນທົ່ວສັງຄົມ ເປັນເຈົ້າການໃນການປະຕິບັດສິດທິຕໍ່ແມ່ຍິງ ແລະ ເດັກ, ປ້ອງກັນ, ຕ້ານ ແລະ ແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກເພື່ອໃຫ້ມີຄວາມຍຸຕິທຳ".

ພັກ ແລະ ລັດຖະບານ ຍາມໃດກໍຖືເອົາວຽກງານປົກປ້ອງ ແລະ ພັດທະນາເດັກເປັນ ວຽກງານທີ່ສຳຄັນ ເພາະເດັກເປັນອະນາຄົດຂອງຊາດ. ເດັກໃນມື້ນີ້ ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຜູ້ຕັດສິນຊະຕາຕໍ່ປະເທດຊາດ ກໍຄືຄວາມຢູ່ດີກິນດີ ແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນກໍຄືຄວາມຈະເລີນຮຸ່ງເຮືອງຂອງບ້ານເມືອງ.

ພີ່ນ້ອງຮ່ວມຊາດ ທີ່ຮັກ ແພງທັງຫຼາຍ!

ຜ່ານການຈັດຕັ້ງປະຕິບັດວຽກງານປົກປ້ອງ ແລະ ພັດ ທະນາເດັກ ພວກເຮົາມີຄວາມພາກພູມໃຈທີ່ເຫັນວ່າ ພວກເຮົາສາມາດບັນລຸຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນການປົກປ້ອງສິດທິເດັກ, ການສະກັດກັ້ນ ແລະ ປາບປາມການຄ້າຂາຍເດັກ ແລະ ຄ້າປະເວນີເດັກ, ການແກ້ໄຂບັນຫາສິ່ງລາມົກອານາຈານກ່ຽວກັບເດັກ, ການປ້ອງກັນ, ຕ້ານ ແລະ ແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ເດັກ, ການສົ່ງເສີມ ແລະ ພັດທະນາເດັກ ແລະ ວຽກງານອື່ນໆທີ່ຕິດພັນກັບການປະຕິບັດພັນທະ ແລະ ສົນທິສັນຍາສາກົນ ກ່ຽວກັບເດັກ. ດ້ວຍເຫດຜົນນີ້, ສປປ ລາວ ຈຶ່ງຖືກຍອມຮັບວ່າເປັນປະເທດໜຶ່ງທີ່ມີຄວາມຄືບໜ້າດີໃນວຽກງານປົກປ້ອງ, ສົ່ງ ເສີມສິດ ແລະ ຜົນປະໂຫຍດຂອງເດັກລາວບັນດາເຜົ່າກໍຄື ການລຶບລ້າງທຸກຮູບແບບການຈຳແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ເດັກ, ການມີສ່ວນຮ່ວມຂອງເດັກ ແລະ ສ້າງໂອ ກາດໃຫ້ເດັກໄດ້ຮັບການພັດ ທະນາ ແລະ ເຕີບໃຫຍ່ຢ່າງມີຄຸນນະພາບ ໃນສັງຄົມ.

ຕໍ່ຜົນສຳເລັດດັ່ງກ່າວ, ຕາງໜ້າໃຫ້ການນຳພັກ ແລະ ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ມາຍັງຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ອົງການຈັດຕັ້ງພາກລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ອົງ ການຈັດຕັ້ງສາກົນ, ພາກທຸລະກິດ ຕະຫຼອດຮອດພໍ່ແມ່ປະ ຊາຊົນລາວບັນດາເຜົ່າ ລວມທັງ ເດັກທຸກຄົນ ໃນທົ່ວປະເທດທີ່ ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວຽກແມ່ ແລະ ເດັກ ເຮັດໃຫ້ວຽກງານດ້ານນີ້ ມີການປັບປຸງດີຂຶ້ນ ແລະ ມີຜົນສຳເລັດເປັນກ້າວໆມາ.

ບັນດາທ່ານ ບັນດາສະ ຫາຍ, ເພື່ອນມິດ ທີ່ຮັກແພງທັງຫຼາຍ !

ເຖິງແມ່ນວ່າວຽກງານປົກປ້ອງ ແລະ ພັດທະນາເດັກ ຈະມີຜົນສຳເລັດຫຼາຍດ້ານກໍຕາມ ແຕ່ພວກເຮົາຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍ ສະເພາະບັນຫາຄວາມທຸກຍາກ ຂາດເຂີນຂອງເດັກຕ່າງໆ, ບັນ ຫາຂາດໂພຊະນາການ, ພາວະເດັກຂາດສານອາຫານ, ອັດຕາການເຂົ້າຮຽນ ໃນພາກການສຶກ ສາກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ, ການນຳໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາຢາເສບຕິດ ແລະ ບັນຫາອື່ນໆ ຍັງເປັນໄພຄຸກຄາມ ແລະ ຈຳກັດການພັດທະນາຂອງເດັກ. ນອກຈາກນັ້ນ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນສັງຄົມ ແລະ ໃນບາງຊົນເຜົ່າ ໂດຍສະເພາະແມ່ນໃນເຂດທຸກຍາກ, ຫ່າງໄກສອກຫຼີກ ຍັງຢຶດຖືທັດສະນະຄະຕິແບບຄອງເດີມ ແລະ ປ່ຽນແປງໄດ້ຊ້າ. ບັນຫາເຫຼົ່ານີ້ ຈະຕ້ອງຮ່ວມແຮງຮ່ວມໃຈກັນແກ້ໄຂໃຫ້ນັບມື້ນັບລຸລົງໄປ.

ໃນໂອກາດສະເຫຼີມສະ ຫຼອງວັນເດັກສາກົນ 1 ມິຖຸນາ 2019 ນີ້, ຕາງໜ້າໃຫ້ພັກ-ລັດ ຖະບານ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາອົງການຈັດຕັ້ງຂອງພັກ-ລັດຖະບານ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງປະຊາຊົນ ແລະ ເດັກລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງປະ ຕິບັດວຽກງານແມ່ ແລະ ເດັກ ເວົ້າລວມ, ເວົ້າສະເພາະແມ່ນການພິຈາລະນາຄຳເຫັນຂອງຕົວແທນເດັກໃນຂອບເຂດທົ່ວປະເທດ ກ່ຽວກັບການຈັດຕັ້ງປະຕິບັດວຽກສິດທິເດັກ ໃນໄລຍະ 30 ປີ ຜ່ານມາ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງ ໃນປັດຈຸບັນ ເພື່ອຮັບປະກັນການບັນລຸວິໄສທັດການພັດທະນາເດັກລາວ ຮອດປີ 2030 ກໍຄືການເບິ່ງແຍງດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ ແລະ ການມີສ່ວນຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສກ້າວໄປເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ຂ້າພະເຈົ້າຫວັງຢ່າງຍິ່ງວ່າ: ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ສະຖາບັນການ ສຶກສາ, ການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ພາກທຸລະກິດ ແລະ ທຸກພາກສ່ວນໃນທົ່ວສັງຄົມ ຕະຫຼອດຮອດພໍ່ແມ່ ແລະ ຄອບ ຄົວຂອງເດັກຈະສືບຕໍ່ເອົາໃຈ ໃສ່ສະໜັບສະໜູນ ແລະ ປະ ກອບສ່ວນໃນການປົກປ້ອງ, ຊຸກຍູ້ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບສູງ.

ຂໍຮຽກຮ້ອງມາຍັງພວກລູກ, ພວກຫຼານ ແລະ ເດັກລາວບັນດາເຜົ່າທຸກຖ້ວນໜ້າຈົ່ງເປັນເດັກຄຳຮູ້ຜູ້ດີຂອງພໍ່ແມ່, ຄອບຄົວ ແລະ ສັງຄົມ, ຕັ້ງໃຈສຶກສາຮາໍ່ຮຽນໃຫ້ມີວິຊາຄວາມຮູ້, ມີສະຕິປັນຍາ, ມີຄວາມເປັນ ເຈົ້າຕົນເອງ, ມີຄວາມຮັບຜິດ ຊອບ, ມີຄຸນສົມບັດເປັນພົນ ລະເມືອງໜຸ່ມແໜ້ນມີຄຸນນະພາບຂອງສັງຄົມ ເພື່ອເປັນທີ່ ເພິ່ງຂອງຊາດ, ອະນາຄົດຂອງ ປະເທດຊາດຂຶ້ນຢູ່ກັບຊາວໜຸ່ມ, ເຍົາວະຊົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ເດັກລາວບັນ ດາເຜົ່າ ຈົ່ງມີສຸຂະພາບແຂງ ແຮງ, ຕັ້ງໜ້າພັດທະນາຕົນເອງ, ເປັນລູກເປັນຫຼານທີ່ດີຂອງຄອບຄົວ, ຊຸມຊົນ ແລະ ສັງຄົມໃຫ້ມີຄວາມເຂັ້ມແຂງທາງຮ່າງກາຍ, ມີຄວາມສີວິໄລທາງຈິດໃຈ ແລະ ຮ່ວມກັນສະ ເຫຼີມສະຫຼອງວັນເດັກສາກົນປີນີ້ ໃຫ້ມີບັນຍາກາດຄຶກຄື້ນ, ມ່ວນຊື່ນ ແລະ ມີຄວາມຜາສຸກເທີ້ນ!.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.