ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ສິ້ນສຸດການຢ້ຽມຢາມນອກແວ

17:30 | 27/05/2019

ຍສໝ - ຕອນທ່ຽງວັນທີ 26 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊົນ ຟຸກ ພ້ອມພັນລະຍາ ແລະ ຄະນະໄດ້ເດີນທາງອອກຈາກນອກແວ, ສິ້ນສຸດການຢ້ຽມຢາມນອກແວ ແຕ່ວັນທີ 24 ຫາວັນທີ 25 ພຶດສະພາຢ່າງຈົບງາມ.

ກ່ອນໜ້ານັ້ນ, ໃນວັນທີ 25 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊົນ ຟຸກ ໄດ້ຢ້ຽມຢາມກຸ່ມບໍລິສັດ Kongsberg ແລະ Pharmaq ຂອງປະເທດນອກແວ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊົນ ຟຸກ ໄດ້ຕີລາຄາສູງຮູບແບບການເຄື່ອນໄຫວຂອງບັນດາກຸ່ມບໍລິສັດ ແລະ ສະເໜີບັນດາກຸ່ມບໍລິສັດນອກແວ ສົມທົບກັບບັນດາວິສາຫະກິດຫວຽດນາມເພື່ອຜັນຂະຫຍາຍບັນດາໂຄງການ, ເປັນຕົ້ນແມ່ນໃນສະພາບທີ່ຫວຽດນາມກຳລັງຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງ, ພັດທະນາພະລັງງານທົດແທນ, ພະລັງງານສະອາດ.

ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ສິ້ນສຸດການຢ້ຽມຢາມນອກແວ

.ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ແລະ ເຈົ້າຊີວິດນອກແວ Harald. (ພາບ: TTXVN )

ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊົນ ຟຸກ ພ້ອມຄະນະ ໄດ້ໄປຢ້ຽມຢາມບໍລິສັດ Pharmaq ຂຶ້ນກັບກຸ່ມບໍລິສັດ Zoetis ຢູ່ນະຄອນ Oslo ຊຶ່ງແມ່ນບໍລິສັດແຖວໜ້າຂອງໂລກ ກ່ຽວກັບສຸຂະພາບຂອງປາ ແລະ ລົງເລິກຄົ້ນຄ້ວາຢາວັກຊິນປົວພະຍາດໃຫ້ແກ່ປາ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.