ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຫວຽດນາມ

00:54 | 15/05/2019

ວັນທີ 26 ມີນາ ນີ້ ທີ່ຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ທ່ານ ສອນ ໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດ່າວ ຫງ໋ອກ ຢຸງ ລັດຖະມົນຕີກະຊວງແຮງງານເສຍອົງຄະ ແລະ ສັງຄົມ ແຫ່ງ ສສ ຫວຽດນາມ ພ້ອມຄະນະ.

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນ ໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດ່າວ ຫງ໋ອກ ຢຸງ ລັດຖະມົນຕີກະຊວງແຮງງານເສຍອົງຄະ ແລະ ສັງຄົມ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ - ຫວຽດນາມ ຄັ້ງທີ IV ປະຈຳປີ 2019 (26-29/3/2019).

ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ດ່າວ ຫງ໋ອກ ຢຸງ ພ້ອມຄະນະ ຊຶ່ງລາ - ຫວຽດນາມ ມີມູນເຊື້ອສາມັກຄີກັນມາແຕ່ຍາວນານ ເປັນການພົວພັນຮ່ວມມືພິເສດຮອບດ້ານ. ສຳລັບດ້ານແຮງງານ ແລະ ສະຫວັດດີການ ສັງຄົມນັບມື້ນັບມີການສືບຕໍ່ ແລະ ຂະຫຍາຍການຮ່ວມມືໃນຫຼາຍໆດ້ານ. ທ່ານ ຮອງນາ ຍົກລັດຖະມົນຕີ ຍັງໄດ້ອວຍ ພອນໃຫ້ ທ່ານ ດ່າວ ຫງ໋ອກ ຢຸງ ພ້ອມຄະນະມີຜົນສຳເລັດອັນຈົບງາມໃນການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດນາມຄັ້ງນີ້.

ໂອກາດດຽວກັນ, ທ່ານ ດ່າວ ຫງ໋ອກ ຢຸງ ກໍໄດ້ກ່າວສະ ແດງຄວາມຂອບໃຈ ຕໍ່ທ່ານ ຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ກ່າວຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ທ່ານ ຮອງນາຍົກລັດຖະມົນຕີໄດ້ຮັບຊາບ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.